ຫວ້ານດູກໄກ່ / Van Douk Kai
APA 6th ed. ຫວ້ານດູກໄກ່ / Van Douk Kai. (2021, September 17). Retrieved from https://www.phakhaolao.la/kb/0001216
MLA 8th ed. ຫວ້ານດູກໄກ່ / Van Douk Kai. Pha Khao Lao, 17 September 2021, https://www.phakhaolao.la/kb/0001216.
Chicago 17th ed. Pha Khao Lao. 2021. "ຫວ້ານດູກໄກ່ / Van Douk Kai." Published September 17, 2021. https://www.phakhaolao.la/kb/0001216.
Aeschynanthus bracteatus Benth.
Aeschynanthus chinensis Gardner & Champ.
Trichosporum acuminatum Kuntze
Trichosporum acuminatum Matsum.
ຈີນ: 芒毛苣苔.
ຫວຽດນາມ: Má đào nhọn ແລະ Hoa ki nhọn.
ເປັນພືດອີງອາໃສ, ເກາະຕາມຕົ້ນໄມ້ອື່ນ ຫຼື ໂງ່ນຫີນ. ລຳຕົ້ນເປັນລຳເລືອ, ມີຂໍ້, ຜິວລຽບ, ສີເທົາປົນສີຂາວ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຮີ ຫຼື ຮູບແຖບ, ກວ້າງ 2-3 ຊມ, ຍາວ 3-6 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອອ່ນ. ຊໍ່ດອກອອກຕາມງ່າມໃບໃກ້ກັບປາຍກິ່ງ, ຍາວ 0.8-4.5 ຊມ. ດອກຍ່ອຍມີ 4-5 ດອກ, ສີຂຽວປົນສີແດງ. ກາບດອກເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ຮູບໄຂ່, ຜິວລຽບມັນ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 1-2 ຊມ, ປາຍແຍກອອກເປັນ 5 ແສກພັບງໍກັບ, ຮູບໄຂ່ກວ້າງ, ກີບກາງຍາວ 5-9 ມມ. ເກສອນເພດຜູ້ມີ 4 ອັນ, ກ້ານຊູຖົງລະອອງຍາວ 2.5-4 ຊມ. ເຕົ້າໄຂ່ຮູບແຖບ, ຍາວ 2-3 ຊມ, ຜິວລຽບ. ໝາກເປັນຝັກຮຽວຍາວ, ອອກເປັນຄູ່, ຍາວ 10-18 ຊມ, ໝາກແກ່ສີນ້ຳຕານ, ແຫ້ງແລ້ວແຕກ. ແກ່ນມີຈຳນວນຫຼາຍ, ມີຂະໜາດນ້ອຍ, ປາຍອີກດ້ານໜຶ່ງມີຂົນຂຸຍສີຂາວ.
ສັບະພະຄຸນ:
ຮາກ ແລະ ໃບ: ໃຊ້ຊົງເປັນຊາດື່ມມີສັບພະຄຸນເປັນຢາແກ້ໄຂ້, ຂັບເຫື່ອ ແລະ ແກ້ກາມມະໂຣກ.
ທັງຕົ້ນ: ປະສົມກັບຫົວຢາເຂົ້າເຢັນຕົ້ມດື່ມແກ້ໄຂ້ຊຳເຮື້ອ.
ພືດປະດັບ: ດອກມີຄວາມສວຍງາມເໝາະສຳລັບປູກເປັນໄມ້ປະດັບ.
ຄຸນປະໂຫຍດ:
ດອກ: ນ້ຳຫວານຈາກດອກເປັນອາຫານຂອງນົກກິນນ້ຳຫວານຫຼາຍຊະນິດ.