ຕົ້ນຕອງເຕົາເລືອດມ້າ
APA 6th ed. ຕົ້ນຕອງເຕົາເລືອດມ້າ. (2021, June 29). Retrieved from https://www.phakhaolao.la/kb/0001212
MLA 8th ed. ຕົ້ນຕອງເຕົາເລືອດມ້າ. Pha Khao Lao, 29 June 2021, https://www.phakhaolao.la/kb/0001212.
Chicago 17th ed. Pha Khao Lao. 2021. "ຕົ້ນຕອງເຕົາເລືອດມ້າ." Published June 29, 2021. https://www.phakhaolao.la/kb/0001212.
Croton paniculatus Lam.
Echinus trisulcus Lour.
Lasipana tricuspis Raf.
Mallotus albus (Roxb. ex Jack) Müll.Arg.
Mallotus chinensis Lour.
Mallotus chinensis Müll. Arg.
Mallotus cochinchinensis Lour.
Mallotus paniculatus var. paniculatus
Mappa cochinchinensis Spreng.
Ricinus chinensis Thunb.
Rottlera alba Roxb. ex Jack
Rottlera cochinchinensis (Lour.) K.Koch
Rottlera mappoides Dalzell
Rottlera paniculata (Lam.) A.Juss.
Rottlera peltata Wight
Trewia discolor Sm.
Trewia tricuspidata Willd.
ຈີນ: 白楸.
ຫວຽດນາມ: Bái bài, Bông bệt ແລະ Bùm bụp nâu.
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 3-6 ມ, ກິ່ງອ່ອນ ແລະ ຍອດອ່ອນມີເກັດສີຂາວ ຫຼື ສີນ້ຳຕານອ່ອນປົກຄຸມຢ່າງໜາແໜ້ນ, ເປືອກນອກລຽບ ແລະ ບາງ, ລອກງ່າຍ, ສີນ້ຳຕານ. ໃບດ່ຽວ, ອອກວຽນສະຫຼັບ, ຮູບໄຂ່ ຫຼື ຮູບສາມຫຼ່ຽມ, ກ້ວາງ 3-6 ຊມ, ຍາວ 8-10 ຊມ, ໂຄນໃບມົນ ຫຼື ແຫຼມ, ຂອບລຽບ ຫຼື ເປັນວັກຕື້ນ, ປາຍແຫຼມ ແລະ ປາຍແສກຍາວເປັນຫາງ, ມີຕ່ອມ 1 ຄູ່ຢູ່ບໍລິເວນໂຄນໃບ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວກ້ຽງ, ຜິວໃບດ້ານລຸ່ມມີຂົນຮູບດາວສີຂາວປົກຄຸມຢ່າງໜາແໜ້ນ, ໃບແກ່ສີເຫຼືອງ. ກ້ານໃບຍາວ 6-10 ຊມ, ສີແດງ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ແລະ ປາຍກິ່ງຫ້ອຍລົງ, ຍາວ 35-45 ຊມ. ດອກຍ່ອຍແຍກເພດໃນຕົ້ນດຽວກັນ, ສີຂາວປົນສີເຫຼືອງ, ບໍ່ມີກີບດອກ. ດອກເພດຜູ້ອອກແບບກະຈຸກ, ມີປະມານ 10 ດອກ. ກາບດອກມີ 3-4 ກີບ. ເກສອນເພດຜູ້ມີຈຳນວນຫຼາຍ. ດອກເພດແມ່ມີ 1-2 ດອກ. ກາບດອກມີ 4-5 ກາບ. ໝາກຂ້ອນຂ້າງກົມ, ມີ 3 ພູ, ເປືອກມີໜາມອ່ອນໂຄ້ງງໍກະຈາຍຢູ່ທົ່ວ. ແກ່ນຮູບໄຂ່ ຫຼື ຮູບກົມ, ມີປະມານ 3 ແກ່ນ, ສີດຳ.
ພືດເສັ້ນໄຍ:
ເປືອກ: ມີເສັ້ນໄຍທີ່ໜຽວສາມາດໃຊ້ເຮັດເຊືອກໄດ້, ໃຊ້ສຳລັບເຮັດສາຍ ແລະ ໃຊ້ເຮັດເສື້ອແຈັກເກັດຂອງຜູ້ຊາຍ.
ສັບພະຄຸນ:
ຮາກ: ຕົ້ມດື່ມຫຼັງເກີດລູກ.
ໃບ: ມີສັບພະຄຸນແກ້ໄຂ້.
Indumentum ຂອງໃບອ່ອນ: ຖືກນຳໄປໃຊ້ກັບການຕັດອະໄວຍະວະເພດ.
ຄຸນປະໂຫຍດ:
ເນື້ອໄມ້: ເນື່ອງຈາກມີນ້ຳໜັກເບົາຈຶ່ງນຳໄປເຮັດໄມ້ຂີດໄຟ, ກ່ອງບັນຈຸ, ເຍື້ອກະດາດ, ແຜ່ນໜັງ, ໂຄງສ້າງເບົາ ແລະ ຍັງໃຊ້ເປັນເຊື້ອເພີງໄດ້ອີກ.
ໃບ: ເປັນອາຫານຂອງຊ້າງປ່າ.
ລຳຕົ້ນ: ເປັນໄມ້ບຸກເບີກປ່າ.