ຕອງໂຄບໃຫຍ່ / Siamese pom-pom tree
APA 6th ed. ຕອງໂຄບໃຫຍ່ / Siamese pom-pom tree. (2021, June 29). Retrieved from https://www.phakhaolao.la/kb/0001211
MLA 8th ed. ຕອງໂຄບໃຫຍ່ / Siamese pom-pom tree. Pha Khao Lao, 29 June 2021, https://www.phakhaolao.la/kb/0001211.
Chicago 17th ed. Pha Khao Lao. 2021. "ຕອງໂຄບໃຫຍ່ / Siamese pom-pom tree." Published June 29, 2021. https://www.phakhaolao.la/kb/0001211.
Mallotus barbatus var. congestus F.P.Metcalf
Mallotus barbatus var. croizatianus (F.P.Metcalf) S.M.Hwang
Mallotus barbatus var. hubeiensis S.M.Hwang
Mallotus barbatus var. pedicellaris Croizat
Mallotus barbatus var. wui H.S.Kiu
Mallotus batjanensis Pax & K.Hoffm.
Mallotus beccarii Airy Shaw
ອັງກິດ: Siamese pom-pom tree.
ຫວຽດນາມ: Cám lợn, Nhung điện râu, Bùm bụp gai ແລະ Mạy muốc.
ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງໄດ້ປະມານ 10 ມ, ກິ່ງກ້ານອ່ອນ ແລະ ຍອດມີຂົນສີຂາວອ່ອນນຸ້ມປົກຄຸມຢ່າງໜາແໜ້ນ, ເປືອກນອກລຽບ, ສີເທົາ. ໃບດ່ຽວ, ອອກວຽນສະຫຼັບ, ຮູບໄຂ່ກວ້າງ, ຮູບກົມ ຫຼື ເປັນພູ, ກວ້າງ 15-35 ຊມ, ຍາວ 18-50 ຊມ, ໂຄນໃບມົນ ຫຼື ກົມ, ຂອບແສກແຂ້ວຫ່າງໆ, ປາຍໃບແຫຼມ ແລະ ປາຍແສກຮຽວແຫຼມ, ມີຂົນຮູບດາວປົກຄຸມທັງສອງດ້ານຢ່າງໜາແໜ້ນ, ໃບອ່ອນມີສີແດງອ່ອນ ຫຼື ສີບົວ, ໃບແກ່ຈະຫຼົ່ນງ່າຍ. ກ້ານໃບກົມ, ຍາວປະມານ 20 ຊມ. ດອກແຍກເພດໃນຕົ້ນດຽວກັນ, ອອກຕາມປາຍກິ່ງ ຫຼື ງ່າໃບໃກ້ກັບປາຍກິ່ງ. ຊໍ່ດອກເພດຜູ້ຍາວປະມານ 30 ຊມ. ດອກຍ່ອຍຈະອອກເປັນກຸ່ມລະ 3 ດອກ. ໃບປະດັບດອກຮູບສາມຫຼ່ຽມ, ຍາວປະມານ 4 ມມ. ກ້ານດອກຍາວ 3.5–6.5 ມມ. ກາບດອກສີຄີມ, ຍາວ 3.5–5 ມມ. ຊໍ່ດອກເພດແມ່ຍາວປະມານ 40 ຊມ, ຫ້ອຍລົງ. ດອກຍ່ອຍຈຳນວນຫຼາຍ, ສີຂາວປົນສີເຫຼືອງ ຫຼື ສີຂຽວອ່ອນ. ໃບປະດັບດອກຍາວປະມານ 1 ຊມ. ກ້ານດອກຍາວ 2-4 ຊມ. ກາບດອກສີເຫຼືອງປົນສີແດງ, ຍາວ 3.5-5 ມມ. ເຕົ້າໄຂ່ມີຂົນໜາແໜ້ນ, ປາຍຮວງຮັບຍາວ 4.5-6 ມມ. ໝາກຮູບກົມ, ຂະໜາດ 1.8–2 ຊມ, ມີ 3 ພູຕື້ນ, ມີຂົນຮູບດາວກະຈາຍຢ່າງໜາແໜ້ນ. ແກ່ນຮູບໄຂ່ປີ້ນ, ຍາວປະມານ 5 ມມ.
ສັບພະຄຸນ:
ລຳຕົ້ນ: ຕົ້ມກັບໄມ້ເຂົ້າຫຼາມ ແລະ ແກນໄມ້ໝາກໄຟດື່ມແກ້ອາການໝາກໄຂ່ຫຼັງບໍ່ເຮັດວຽກ, ຂັບປັດສະວະຂຸ້ນຂົ້ນ, ເຫຼືອງແດງ ແລະ ແກ້ອາການແໜ້ນທ້ອງ.
ແກນໄມ້: ຕົ້ມດື່ມຂັບປະສະວະ ແລະ ແກ້ອາການແໜ້ນທ້ອງ.
ໃບ: ຕຳກັບພິກໄທດຳ ແລະ ຂີງພອກທ້ອງແກ້ທ້ອງອືດທ້ອງເຟີ້.
ສິນຄ້າ:
ເນື້ອໄມ້: ໃຊ້ໃນອຸດສາຫະກຳຜະລິດເຈ້ຍ.
ຄຸນປະໂຫຍດ:
ເປືອກຕົ້ນ: ຫຼອກອອກເຮັດເຊືອກໄດ້.
ລຳຕົ້ນ: ໃຊ້ເຮັດຮົ້ວສ່ວນ ແລະ ໃຊ້ເຮັດຟືນ.
ໃບ: ຕາຄວາມເຊື່ອຖືຈະໃຊ້ຮອງເສົາເຮືອນເຊື່ອວ່າຈະເຮັດໃຫ້ຄ້າຂ່າຍໝານ ແລະ ຍັງໃຊ້ເຂົ້າໃນພິທີທາງສາດສະໜາອື່ນໆ.
ຍອດ ແລະ ໃບອ່ອນ: ບົດແຊ່ນ້ຳໃຫ້ລູກຄວາຍເກີດໃໝ່ກິນແກ້ອາການຖອກທ້ອງ, ໃຊ້ຍັດໃນໄຫໝ້ຽງເຮັດໃຫ້ໝ້ຽງມີລົດຊາດສົ້ມ ແລະ ຍັງໃຊ້ຫໍອາຫານໝົກໄຟເຮັດໃຫ້ມີກິ່ນຫອມ.