ສະຫຼອດ / Sa Rot
APA 6th ed. ສະຫຼອດ / Sa Rot. (2021, June 29). Retrieved from https://www.phakhaolao.la/kb/0001209
MLA 8th ed. ສະຫຼອດ / Sa Rot. Pha Khao Lao, 29 June 2021, https://www.phakhaolao.la/kb/0001209.
Chicago 17th ed. Pha Khao Lao. 2021. "ສະຫຼອດ / Sa Rot." Published June 29, 2021. https://www.phakhaolao.la/kb/0001209.
ຫວຽດນາມ: Khổ sâm, Cù đèn bắc bộ, Khổ sâm bắc bộ, Cù đèn bắc, Co chạy đón, Dã hòe, Khổ sâm cho Rễ
ຈີນ: 庁筆.
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຟຸ່ມ. ລຳຕົ້ນສູງ 3-6 ມ, ກິ່ງອ່ອນ ແລະ ຍອດມີເກັດສີນ້ຳຕານປົກຄຸມຢ່າງໜາແໜ້ນ, ມີຢ່າງສີຂາວຂຸ້ນ, ເປືອກນອກບາງ, ລຽບ ຫຼື ແຕກເປັນຮ່ອງຕື້ນຕາມລວງຍາວຂອງລຳຕົ້ນ, ສີເທົາ ຫຼື ສີນ້ຳຕານ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຫອກ ຫຼື ຮູບຮີ, ກ້ວາງ 2-3 ຊມ, ຍາວ 3-6 ຊມ, ໂຄນໃບມົນ, ຂອບລຽບ ຫຼື ເປັນຄື້ນ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ ຫຼື ສີນ້ຳເງິນ, ມີເກັດສີນ້ຳເງິນ ຫຼື ສີນ້ຳຕານປົກຄຸມຢ່າງໜາແໜ້ນ, ໃບອ່ອນມີສີນ້ຳຕານ, ເກັດສີນ້ຳຕານປົກຄຸມຢ່າງໜາແໜ້ນ, ໃບແກ່ສີສົ້ມ. ກ້ານໃບຍາວ 2-4 ຊມ, ມີຕ່ອມ 1 ຄູ່ທີ່ໂຄນກ້ານ. ຊໍ່ດອກແບບກະຈະ, ອອກຕາມປາຍກິ່ງ. ດອກຍ່ອຍມີຂະໜາດນ້ອຍ, ສີເຫຼືອງປົນສີຂຽວ. ໝາກຂ້ອນຂ້າງກົມ, ມີ 3 ພູ, ປາຍມີຕິ່ງໜາມ.
ສັບພະຄຸນ:
- ເປືອກ ແລະ ໃບ: ຮັກສາອາການຖອກທ້ອງ, ບຳລຸງເລືອດ ແລະ ປະຈຳເດືອນ.
- ໃບ: ໃຊ້ສູບແທນຢາສູບແກ້ໄອ, ແກ້ອາການປວດຮາກ ແລະ ບຳລຸງເລືອດໃນແມ່ຍິງໃຫ້ສົມບູນ.
- ດອກ: ພົບສານ plaunotol ເຊິ່ງສາມາດຮັກສາແຜໃນກະເພາະອາຫານ ແລະ ຊ່ວຍຂັບພະຍາດພິດ.