ຕົ້ນບີໝີ /Bi Mi

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cleidion javanicum Blume / EUPHORBIACEAE
ຊື່ພ້ອງ
Acalypha acuminata Vahl ex Baill.
Acalypha spicigera Klotzsch
Cleidion javanicum var. javanicum
Lasiostyles salicifolia C.Presl
Macaranga tamiana K.Schum.
Mallotus geloniifolius Müll.Arg. ex Pax & K.Hoffm.
Rottlera urandra Dalzell
Tanarius tamianus (K.Schum.) Kuntze
Tetraglossa indica Bedd.
Tragia filiformis Poir.
ຊື່ອື່ນ
ໄທ: ດີໝີ, ກາດາວກະຈາຍ, ກາໄລ, ກຳໄລ, ຄັດໄລ, ຈ້າໝາກໄຟ, ໝາກດີໝີ, ເຊີບກະຊູ້ ແລະ ດິນໝີ.
ສາມັນ: Yellari.
ຫວຽດນາມ: Phân loại khoa học, Mỏ chim, Cơm gào, đầu chó, da cho ແລະ dau la lat.
ຈີນ: 棒冰 ແລະ 三太花.
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ, ຂຽວຕະຫຼອດປີ. ລຳຕົ້ນຕັ້ງຊື່, ສູງ 10-20 ມ, ເປືອກນອກບາງ, ລຽບ, ສີເທົາປົນສີດຳ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບຫອກ, ກ້ວາງ 3.5-8 ຊມ, ຍາວ 10-22 ຊມ, ໂຄນໃບແຫຼມ, ຂອບແສກແຂ້ວ, ປານຮຽວແຫຼມ, ແຜ່ນໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວໃບລຽບມັນ. ກ້ານໃບຮູບກົມ, ຍາວ 3-4 ຊມ. ຊໍ່ດອກແຍກເພດຕ່າງຕົ້ນກັນ, ອອກຕາມງ່າມໃບ. ຊໍ່ດອກເພດຜູ້ເປັນຊໍ່ແບບກະຈະ, ຍາວ 8-21 ຊມ. ດອກຍ່ອຍມີຈຳນວນຫຼາຍ, ສີຂຽວອອ່ນ. ກາບດອກມີ 3 ກາບ. ເກສອນເພດຜູ້ຈຳນວນຫຼາຍ. ດອກເພດແມ່ເປັນດອກດ່ຽວ, ບໍ່ມີກີບດອກ. ກາບດອກມີ 5 ກາບ. ປາຍຮວງຮັບແຍກເປັນ 2-3 ແສກ. ໝາກຂ້ອນຂ້າງກົມ, ມີຂະໜາດ 2-3.5 ຊມ, ມີລັກສະນະເປັນ 2 ພູ, ໝາກແຫ້ງແລ້ວແຕກ. ແກ່ນມີ 2-3 ແກ່ນ, ຮູບກົມ, ສີຂາວ.

ບັນຍາຍການນຳໃຊ້

ອາຫານ:
    ໃບສົດ: ນຳໄປລວກກິນເປັນໜ້ຽງ.
ສັບພະຄຸນ:
    ຮາກ: ຕົ້ມດື່ມແກ້ລົມພິດໃນກະດູກ.
    ເປືອກຕົ້ນ: ຕົ້ມດື່ມເປັນຢາຮັກສາມະເຮັງ, ແກ້ອາການເຈັບທ້ອງ, ແກ້ອາການຕັບພິການ ແລະ ຮັກສາພະຍາດຜິວໜັງ.
    ແກນໄມ້: ຕົ້ມດື່ມເປັນຢາແກ້ໄຂ້, ແກ້ອາການຮ້ອນໃນເນື່ອງຈາກຂາດນ້ຳ, ຊ່ວຍຂັບເຫື່ອ ແລະ ແກ້ອາການເຈັບຫົວ.
    ໃບ: ຕົ້ມອາບແກ້ຜື່ນຄັນ.
    ຕົ້ນ, ຮາກ ແລະ ໃບ: ຕົ້ມດື່ມ ຫຼື ອາບແກ້ໄຂ້ ແລະ ຮັກສາອາການໄຂ້ມາລາເຣຍ.
    ເປືອກ, ຕົ້ນ, ກິ່ງ ແລະ ໃບ: ຊ່ວຍແກ້ອາການຕັບອັກເສບ, ຕັບພິການ ແລະ ພະຍາດໃບໄມ້ໃນຕັບໄດ້.
    ແກ່ນ: ໃຊ້ຮັບປະທານເປັນຢາລະບາຍ.
    ທັງຕົ້ນ: ຕົ້ມດື່ມແກ້ໄຂ້ຕົວຮ້ອນ, ຊ່ວຍດັບພິດໄຂ້, ຊ່ວຍຂັບເຫື່ອ ແລະ ແກ້ອາການເຈັບຫົວ.
 ຄຸນປະໂຫຍດ:
    ໃບ: ເປັນອາຫານຂອງຊ້າງປ່າ.


ຂໍ້ຄວນລະວັງ:
    ໃບ: ເປັນພິດເພາະສະນັ້ນຈຶ່ງຕ້ອງນຳມາຕົ້ມກ່ອນກິນ ແລະ ນ້ຳຕົ້ມຈາກໃບອາດເຮັດໃຫ້ແມ່ຍິງທ້ອງອ່ອນແທ້ງລູກໄດ້.
    ທຸກສ່ວນຂອງພືດມີພິດ: ການນຳມາໃຊ້ຕ້ອງລະມັດລະວັງເປັນພິເສດ.

ການປະກອບສ່ວນ