ໝາກມູນ / Bead Tree

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Elaeocarpus floribundus Blume / ELAEOCARPACEAE
ຊື່ພ້ອງ
Cordia dubiosa Blume
Elaeocarpus grossus Wall.
Elaeocarpus lobbianus Turcz.
Elaeocarpus pseudosepicanus O.C.Schmidt
Elaeocarpus ramosii Knuth
Elaeocarpus rigidus Ridl.
ຊື່ອື່ນ
ໄທ: ໝາກມຸ່ນດອຍ, ກາລົນ, ປຽດໃຫຍ່, ໝາກດູກຫີນ, ກຸນເຖືອນ, ລົນ, ດີງູ, ທວຍ, ທຸຍ, ແຫ, ມັນສົ້ມ, ຄ່ອມ, ເໝີຍດດອນໝາຍ ແລະ ເໝືອດດອຍ.
ອັງກິດ: Bead Tree ແລະ Indian Olive.
ຫວຽດນາມ: hồng trâu, Côm nhiều hoa ແລະ Côm trâu.
ສະຖານະພາບການອະນຸລັກ
Endangered
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ. ລຳຕົ້ນສູງ 12-25 ມ, ກິ່ງອ່ອນມີຂົນປົກຄຸມ, ເປືອກນອກລຽບ ຫຼື ແຕກເປັນສະເກັດ, ສີນ້ຳຕານແດງ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຂອບຂະໜານ, ຮູບຮີ ຫຼື ຮູບໄຂ່ປີ້ນ, ກວ້າງ 3-7 ຊມ, ຍາວ 8-17 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບຄື້ນຕື້ນ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວກ້ຽງທັງສອງດ້ານ, ໃບແກ່ເປັນສີແດງ. ກ້ານໃບຍາວ 2-4 ຊມ, ໂຄນກ້ານໃບເປັນປົມ. ຊໍ່ດອກແບບກະຈະ, ອອກຕາມກິ່ງເມື່ອໃບຫຼົ່ນແລ້ວ, ຍາວ 8-20 ຊມ. ດອກຍ່ອຍມີຈຳນວນຫຼາຍ, ດອກສົມບູນເພດ, ສີຂາວປົນສີເຫຼືອງ. ກ້ານດອກຍາວ 4-8 ມມ. ກາບດອກມີ 5 ກາບ, ຮູບຫອກ, ຍາວປະມານ 4 ມມ. ກີບດອກມີ 5 ກີບ, ຮູບໄຂ່ປີ້ນ, ກວ້າງປະມານ 2 ມມ, ຍາວປະມານ 5 ມມ, ປາຍກີບເປັນຮູບເສັ້ນດ້າຍຍອຍລົງມາ. ເກສອນເພດຜູ້ມີຈຳນວນຫຼາຍ, ອອກເປັນກະຈຸກ. ເຕົ້າໄຂ່ມີຂົນເລັກນ້ອຍ, ປາຍຮວງຮັບສັ້ນ. ໝາກຮູບກົມ ຫຼື ຮູບຮີ, ກວ້າງ 1.5-2 ຊມ, ຍາວ 3-3.5 ຊມ, ຜິວແຂງ. ແກ່ນມີ 1 ແກ່ນ, ຮູບຮີ.

ບັນຍາຍການນຳໃຊ້

ອາຫານ:
    ໝາກ: ມີລົດຊາດເໝືອນໝາກກອກໃຊ້ດອງກິນໄດ້.
ສັບພະຄຸນ:
    ເປືອກ ແລະ ໃບ: ແຊ່ນ້ຳດື່ມເປັນຢາຊູກຳລັງ, ໃຊ້ບ້ວນປາກເປັນຢາແກ້ອາການເຫງືອກອັກເສບ ແລະ ຕຳພອກຮັກສາແຜ.
ຄຸນປະໂຫຍດ:
    ເນື້ອໄມ້: ອ່ອນປານກາງຕັດເລື່ອຍງ່າຍຈຶ່ງນິຍົມໃຊ້ເປັນໄມ້ກະດານ, ເຮັດບານປະຕູ, ປ້ອງຢ້ຽມ, ກ່ອງ, ໄມ້ຂີດໄຟ ແລະ ໄມ້ອັດ.


 ໝາຍເຫດ: ຈັດເປັນໄມ້ຫວງຫ້າມປະເພດທີ່ 1

ການປະກອບສ່ວນ