ກະປອມຄໍແດງ / Indian Garden Lizard

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Calotes versicolor (Daudin, 1802)
ຊື່ພ້ອງ
Agama versicolor DAUDIN 1802
Agama tiedemanni KUHL 1820
Agama vultuosa HARLAN 1825
Calotes versicolor FITZINGER
Agama indica GRAY 1827
Calotes versicolor DUMÉRIL & BIBRON 1837: 405
Calotes cristatus JAQUEMONT 1844
Calotes viridis GRAY 1846: 429
Calotes gigas BLYTH 1853: 648 (nomen dubium fide GAWANDE et al. 2016)
Calotes versicolor BOULENGER 1885: 321
Calotes versicolor DE ROOIJ 1915: 124
Calotes versicolor major ANNANDALE 1921 (nom. subst. pro C. gigas)
Calotes versicolor SMITH 1935: 189
Calotes versicolor TAYLOR 1963: 891
Calotes versicolor MANTHEY & GROSSMANN 1997: 163
Calotes versicolor COX et al. 1998: 96
Calotes versicolor MANTHEY & SCHUSTER 1999: 35
Calotes versicolor versicolor MANTHEY 2008: 86
Calotes versicolor SPAWLS et al. 2018: 241
Calotes versicolor nigrigularis AUFFENBERG & REHMANN 1993
Calotes versicolor farooqi AUFFENBERG & REHMANN 1995
Calotes versicolor nigrigularis NGUYEN et al. 2009: 202
Calotes versicolor farooqi NGUYEN et al. 2009: 202
Calotes versicolor farooqi MASROOR 2011
Calotes versicolor farooqi JAMAL et al. 2018
ຊື່ອື່ນ
E: Eastern Garden Lizard, Oriental Garden Lizard, Indian Garden Lizard, Common Garden Lizard, Bloodsucker, Changeable lizard
G: Verschiedenfarbige Schönechse, Blutsaugeragame
Chinese: 变色树蜥
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ກະປອມມີຂະໜາດຂອງລຳໂຕແຕ່ຫົວຮອດກົ້ນ 8-12 ຊັງຕິແມັດ, ຫາງຍາວ 17-20 ຊັງຕິແມັດ. ຫົວໃຫຍ່ກວ່າລຳໂຕ, ເກັດຊີ້ໄປທາງຫາທາງຫາງ, ບໍລິເວນຫົວໄລ່ບໍ່ມີຮອຍພັບ, ຂາທັ້ງສອງຄູ່ຍາວຮຽວ ແລະ ນີ້ວຍາວຮຽວ. ລຳຕົວປ່ຽນໄດ້ຫຼາກຫຼາຍສີ ເຊັ່ນ: ສີນ້ຳຕານ, ສີຂາວເທົາຢູ່ບໍລິເວນທ້ອງ, ມີຈຸດສີດຳໃກ້ກັບບ່າໄລ່, ເມື່ອໃຫຍ່ເຕັມໄວໂຕຜູ້ຈະມີສີນ້ຳຕານປົນສີເຫຼືອງ, ເມື່ອລະດູປະສົມພັນຈະປ່ຽນເປັນສີສົ້ມປົນແດງ.

ບັນຍາຍການນຳໃຊ້

ນິຍົມໃນທ້ອງຖີ່ນນຳໃຊ້ເປັນອາຫານ ໂດຍສະເພາະແມ່ນກ້ອຍກະປອມ ນິຍົມຫລາຍ ແລະ ຍັງພົບເຫັນວ່າວາງຂາຍຕາມຕະຫຼາດແຄມທາງທົ່ວໄປໃນລາວ.

ການສຶບພັນ ແລະ ວົງຈອນຊີວິດ

ກະປອມອອກຫາກິນໃນຊ່ວງກາງເວນ ຕາມພື້ນດິນ, ກີນພວກມົດ, ແມງໄມ້ເປັນອາຫານ, ເມື່ອກາງຄືນຈະຈັບຢູ່ຕາມກິ່ງໄມ້ເພື່ອເປັນບ່ອນນອນ. ຊ່ວງລະດູຝົນພົບໂຕນ້ອຍຈຳນວນຫຼາຍ, ສ່ວນຊ່ວງລະດູໜາວ ແລະ ລະດູແລ້ງຈະພົບພວກໂຕເຕັມໄວ, ມັກພົບໃນທົ່ງຫຍ້າ ແລະ ປ່າໂຄກ. ມັກໄຂ່ໄວ້ໃກ້ກົກໄມ້ ຫຼື ປ່າຫຍ້າທີ່ເປັນດິນຊາຍ, ດ້ວຍການຂຸດຂຸມຕື້ນໆ ແລະ ຝັງໄຂ່ໄວ້, ຈຳນວນໄຂ່ແຕ່ລະຄັ້ງ 5-10 ໜ່ວຍ, ມີອັດຕາການຟັກເປັນໂຕສູງ, ເມື່ອຟັກອອກເປັນໂຕນ້ອຍແລ້ວ ມັກຈັບຢູ່ຕາມປ່າຫຍ້າ ແລະ ຈັບຕາມກິ່ງໄມ້ເພື່ອຈັບພວກມົດ ແລະ ແມງໄມ້ເປັນອາຫານ.

ການປະກອບສ່ວນ