ກຸ້ງເມືອງງອຍ / Fluvial Shrimp
APA 6th ed. ກຸ້ງເມືອງງອຍ / Fluvial Shrimp. (2021, June 15). Retrieved from https://www.phakhaolao.la/kb/0001197
MLA 8th ed. ກຸ້ງເມືອງງອຍ / Fluvial Shrimp. Pha Khao Lao, 15 June 2021, https://www.phakhaolao.la/kb/0001197.
Chicago 17th ed. Pha Khao Lao. 2021. "ກຸ້ງເມືອງງອຍ / Fluvial Shrimp." Published June 15, 2021. https://www.phakhaolao.la/kb/0001197.
Palaemon brevicarpus var. heterochirus Yu, 1936
ກຸ້ງເມືອງງອຍເປັນກຸ້ງທີ່ມີລຳໂຕ ຂະໜາດໃຫຍ່, ຍາວ 4-12 ຊັງຕິແມັດ. ຄວາມຍາວຂອງເປືອກຫຸ້ມຫົວ 1-2.5 ຊັງຕິແມັດ, ມີສັນເປັນໜາມ. ໝວດ 4 ຄູ່ ເປັນເສັ້ນຍາວຄ້າຍເສັ້ນໃໝ. ຕາ ໜື່ງຄູ່ເປັນສີດຳ. ຂາຍ່າງມີ 3 ຄູ່ ຢູ່ບໍລິເວນໜ້າເອິກດ້ານທ້ອງ. ຂາລອຍນ້ຳ 6 ຄູ່ຢູ່ບໍລິເວນທ້ອງຫາຫາງ. ຫາງເປັນແຜ່ນ. ລຳຕົວມັກເປັນສີຟ້າປົນສີນ້ຳຕານ.
ມັກພົບຕາມຫ້ວຍນ້ຳທີ່ສະອາດ ແລະ ນ້ຳໃສ່ດີ. ພວກມັນຈະເຄື່ອນຍ້າຍຂຶ້ນໄປວ່າງໄຂ່ໃນຖ້ຳທີ່ມີນ້ຳໄຫຼ.
ສາມາດພົບໄດ້ໃນພາກເໜືອຂອງລາວເຊັ່ນ: ຫຼວງພະບາງ, ຫົວພັນ, ອຸດົມໄຊ, ຜົ້ງສາລີ, ບໍ່ແກ້ວ ແລະ ໄຊຍະບູລີ.
ປະຊາຊົນໃນເຂດລ້ອງນ້ຳອູ່ໄດ້ຫາເພື່ອເປັນອາຫານ ແລະ ສີນຄ້າ ມາດົນນານແລ້ວ. ແຕ່ປະຈຸບັນປະຊາກອນຂອງພວກກຸ້ງຫຼຸດລົງ, ເນື່ອງຈາກບ່ອນອາໄສ ແລະ ຄວາມຕ້ອງການຫຼາຍຂຶ້ນ ເຮັດໃຫ້ພວກມັນຂະຫຍາຍບໍ່ທັນ. ປະຈຸບັນໄດ້ນິຍົມນຳມາປະກອບເປັນອາຫານໄດ້ຫຼາຍຢ່າງ ເຊັ່ນ: ທອດ, ຕົ້ມຍໍາ ແລະ ກິນແບບສົດໆ.