ກໍ່ຫັດ / Ko Hat

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Carpinus viminea Lindl. ex Wall. / BETULACEAE
ຊື່ພ້ອງ
Carpinus davidii (Franch.) C.K.Schneid.
Carpinus fargesii C.K.Schneid.
Carpinus fargesii Franch.
Carpinus fargesii var. latifolia S.Y.Wang & C.L.Chang
Carpinus kenpukwan Koidz.
Carpinus laxiflora var. davidii Franch.
Carpinus laxiflora var. fargesii (Franch.) Burkill
Carpinus laxiflora var. macrostachya Oliv.
Carpinus macrostachya (Oliv.) Koidz.
Carpinus tehchingensis Hu
Carpinus viminea var. chiukiangensis Hu
Carpinus viminea var. viminea
ຊື່ອື່ນ
ໄທ: ສົນສ້ອຍ, ກໍ່ຫັດ ແລະ ກຳລັງເສື່ອໂຄ່ງ.
ອັງກິດ: Hornbeam.
ຈີນ: 雷公鹅耳枥.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນ, ຂຽວຕະຫຼອດປີ. ລຳຕົ້ນສູງປະມານ 20 ມ, ຕາມກິ່ງກ້ານມີປ່ອງອາກາດເປັນຕຸ່ມຈຳນວນຫຼາຍ, ຍອດອ່ອນມີຂົນປົກຄຸມເລັກນ້ອຍ, ເປືອກນອກໜາ, ແຕກເປັນຮ່ອງຍາວ ແລະ ບິດຕາມຄວາມຍາວຂອງລຳຕົ້ນ, ແຕກອອກເປັນແຜ່ນມ້ວນ, ສີເທົາ ແລະ ມີລາຍພາງສີດຳ. ໃບດ່ຽວ, ຮູບຫອກ, ກ້ວາງ 2-4 ຊມ, ຍາວ 3-11 ຊມ, ໂຄນໃບມົນ ຫຼື ວ້ຳເລັກນ້ອຍ, ຂອບແສກແຂ້ວເລື່ອຍ, ປາຍຍາວເປັນຫາງ, ມີຂົນເລັກນ້ອຍ. ຊໍ່ດອກແຍກເພດໃນຕົ້ນດຽວກັນ. ຊໍ່ດອກເພດຜູ້ອອກບໍລິເວນງ່າມໃບ, ຫ້ອຍລົງ, ຍາວ 2.5-5 ຊມ. ໃບປະດັບດອກຮູບໄຂ່, ປາຍແຫຼມ. ຊໍ່ດອກເພດແມ່ອອກບໍລິເວນປາຍຍອດ, ຊໍ່ຕັ້ງຊື່. ດອກຍ່ອຍມີໃບປະດັບຍາວຄ້າຍໃບຫຍ້າ. ໝາກຮູບໄຂ່, ຍາວ 0.5-0.7 ຊມ, ປາຍແຫຼມ, ຜິວເປືອກແຂງ, ມີຕ່ອມຢ່າງໜຽວເປັນຈຸດໆ, ທັງສອງຂ້າງມີໃບປະດັບຮູບຫອກ ຫຼື ຮູບໄຂ່.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ເປືອກ: ແກ້ປວດເມື່ອຍກ້າມເນື້ອ, ບຳລຸງທາດ, ບຳລຸງກຳລັງ, ຊ່ວຍຈະເລີນອາຫານ ແລະ ຂັບລົມໃນລຳໄສ້.
ການປະກອບສ່ວນ