ຕັງກະຕີ້ວ / Osmanthus

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Urceola laevigata (Juss.) D.J.Middleton & Livsh. /APOCYNACEAE
ຊື່ພ້ອງ
Chonemorpha densiflora (Blume) G.Don
Ecdysanthera barbata (Blume) Miq.
Ecdysanthera densiflora (Blume) Miq.
Ecdysanthera glandulifera (Wall. ex G.Don) A.DC.
Ecdysanthera griffithii Wight
Echites barbatus (Blume) D.Dietr.
Echites densiflorus Blume
Echites glandulifer Wall. ex G.Don
Parameria angustior (Miq.) Boerl.
Parameria barbata (Blume) K.Schum.
Parameria glandulifera (Wall. ex G.Don) Benth. & Hook.f. ex Kurz
Parameria laevigata (Juss.) Moldenke
Parameria philippinensis Radlk.
Parameria pierrei Baill.
Parameria vulneraria Radlk.
Parsonsia barbata Blume
Aegiphila laevigata Juss.
ຊື່ອື່ນ
ໄທ: ຕິດຕັ້ງ, ມວກ, ສົ້ມລົມ, ວັນຈຣູກ, ເຄືອເຂົາມວກ, ຕັ່ງຕູ້ເຄືອ ແລະ ສົ້ມເຢັນ.
ອັງກິດ: Osmanthus, Kayu Rapat, Cebu balsam ແລະ cebur balsam.
ຟີລິບປິນ: Tagulauai, prugtong-ahas ແລະ dugtung-ahas.
ກຳປູເຈຍ: Var ang kot.
ຫວຽດນາມ: Doox trojng nam.
ຈີນ: 常杰珠 ແລະ 长节珠.
ບັນຍາຍລັກສະນະພືດສາດ

ເປັນໄມ້ເຄືອ, ພັນຕາມຕົ້ນໄມ້ອື່ນ, ເນື້ອໄມ້ແຂງ, ກິ່ງອ່ອນ ແລະ ຍອດກ້ຽງ, ສີນ້ຳຕານແດງ, ເປືອກລຽບ ຫຼື ແຕກເປັນເກັດຂະໜາດນ້ອຍ, ສີເທົາ ຫຼື ສີດຳ, ເປືອກໃນເປັນສີຂາວ, ທຸກສ່ວນຂອງລຳຕົ້ນມີຢ່າງສີຂາວຂຸ້ນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ກ້ວາງ 2-4 ຊມ, ຍາວ 5-6 ຊມ, ໂຄນໃບມົນ ຫຼື ແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບມັນທັງສອງດ້ານ, ກ້ານໃບສັ້ນຫຼາຍ. ຊໍ່ດອກແບບແຕກແໜ່ງ, ອອກບໍລິເວນງ່າມໃບໃກ້ປາຍກິ່ງ ແລະ ປາຍກິິ່ງ. ດອກຍ່ອຍມີຈຳນວນຫຼາຍ, ຮູບເຂັມ, ຂະໜາດນ້ອຍ, ສີຂາວ ຫຼື  ສີບົວອ່ອນ. ກີບດອກໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 5 ແສກ, ມີກິ່ນຫອມ. ໝາກເປັນໝາກກຸ່ມ, ມີ 2 ຝັກ, ຮູບຮີ, ຍາວ 10-18 ຊມ, ໝາກແກ່ແລ້ວແຕກຕາມລວງຍາວ. ແກ່ນມີ 4-10 ແກ່ນ, ມີຂົນສີຂາວຍາວຈັບຢູ່ສ່ວນປາຍ, ສາມາດປິວໄປຕາມສາຍລົມໄດ້.

ບັນຍາຍການນຳໃຊ້

ອາຫານ: ໃບ ແລະ ຍອດ: ມີລົດຊາດສົ້ມສາມາດກິນເປັນຜັກສົດ ແລະ ນຳໄປປຸງລົດຊາດແກງສົ້ມ ຫຼື ຕົ້ມສົ້ມໄດ້ ຫຼື ນຳໄປລວມກິນກັບແຈ່ວໄດ້.
ສັບພະຄຸນ: ທຸກສ່ວນຂອງລຳຕົ້ນ: ຊ່ວຍຮັກສາລະບົບສືບພັນ, ໃຊ້ເປັນຢາກະຊັບຊ່ອງຄອດຫຼັງເກີດລູກ.
    ເປືອກ: ຊ່ວຍແກ້ໄຂ້, ແກ້ອາການແກ້ໄຂ້ມາລາເຣຍ ແລະ ໃຊ້ຊົງດື່ມຄືກັບຊາ.
    ຢາງ: ໃຊ້ຮັກສາພະຍາດບິດ.
    ຕົ້ນ: ໃຊ້ປະສົມໃນຢາຂ້າເຊື້ອລ້າງແຜ.
    ໃບ ແລະ ດອກ: ມີສັບພະຄຸນຂັບເລືອດ.
ພືດປະດັບ: ນິຍົມປູກເປັນໄມ້ດອກປະດັບຕາມອາຄານບ້ານເຮືອນ ແລະ ສະຖານທີ່ຕ່າງໆເນື່ອງຈາກມີດອກທີ່ສວຍງາມ ແລະ ໃຫ້ກິ່ນຫອມ.
ຄຸນປະໂຫຍດ: ໃບ: ເປັນອາຫານຂອງສັດ ເຊັ່ນ ກະທິງ ແລະ ກວາງປ່າ.

ການປະກອບສ່ວນ