ກະດອງເຕົ່າຫັກ / Kradong Tao Hak

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Peristrophe lanceolaria (Roxb.) Nees / ACANTHACEAE
ຊື່ພ້ອງ
ຊື່ອື່ນ
ໄທ: ຫວ້າສະອຳ, ຈ້າຮ່ວມ, ກະດອງເຕົ່າຫັກ ແລະ ກະດອງເຕົ່າຮ້າງ.
ຈີນ: 五指山蓝.
ຫວຽດນາມ: Cẩm mác.
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ. ລຳຕົ້ນສູງປະມານ 1.5 ມ, ຕາມລຳຕົ້ນ ແລະ ກ້ານໃບມີຂົນສັ້ນປົກຄຸມ. ໃບດ່ຽວ, ອອກຮຽງກັງກົນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ ຫຼື ຮູບຫອກ, ກ້ວາງ 2.5-6 ຊມ, ຍາວ 8-14 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບລຽບ ຫຼື ມີຂົນຂຸຍເລັກນ້ອຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ. ກ້ານໃບຍາວ 1-2 ຊມ, ມີຂົນກະຈາຍຢ່າງໜາແໜ້ນ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ຫຼື ປາຍຍອດ, ຍາວ 4-6 ຊມ. ດອກຍ່ອຍມີຈຳນວນຫຼາຍ, ບານເຕັມທີ່ກ້ວາງ 2.5-3.5 ຊມ, ສີບົວ ຫຼື ສີມ່ວງ. ກາບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 5 ແສກ, ປາຍແຫຼມ, ສີຂຽວ. ກີບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 2 ແສກ, ຂະໜາດບໍ່ເທົ່າກັນ, ກີບເທິງຮູບໄຂ່ ຫຼື ຮູບຂອບຂະໜານ, ກີບລຸ່ມຮູບຮີ ຫຼື ຮູບຫອກ. ເກສອນເພດຜູ້ມີ 2 ອັນ. ໝາກເປັນຝັກ, ຮູບຮີ, ຍາວປະມານ 1.5 ຊມ, ແກ່ແລ້ວແຕກ. ແກ່ນມີປະມານ 4 ແກ່ນ, ຂະໜາດນ້ອຍ, ຮູບໄຂ່ແປ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ຮາກ: ຝົນກັບເຫຼົ້າໃຊ້ທາລີ້ນແກ້ຊາງ.
    ໃບ: ຕຳພອກແຜແກ້ອັກເສບ, ບວມ ແລະ ແຜຕິດເຊື້ອ.
ພືດປະດັບ:
    ດອກ: ມີຄວາມສວຍງາມ ແລະ ປູກງ່າຍຈຶ່ງປູກເປັນໄມ້ປະດັບໄດ້ດີ.

ການປະກອບສ່ວນ