ຜັກກູດປີກໄກ່ / Kut Pik Kai

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Cibotium barometz (L.) J.Sm. / Cyatheaceae
ຊື່ພ້ອງ
Balantium glaucescens (Kunze) Link
Cibotium assamicum Hook.
Cibotium baranetz Christ
Cibotium djambianum Hassk.
Cibotium glaucescens Kunze
Cibotium glaucophyllum C.Presl
Dicksonia assamica (Hook.) Griff.
Dicksonia barometz (L.) Link
Aspidium barometz (L.) Willd.
Nephrodium barometz (L.) Sweet
Polypodium barometz L.
ຊື່ອື່ນ
ໄທ: ຜັກກູດເສືອ, ຜັກກູດໂພສີ, ແຕດລິງ, ນິວໂພສີ, ວ່ານໄກ່ນ້ອຍ, ກູດຜີປ່າ, ກູດພານ, ກູດຂົນໄກ່ນ້ອຍ, ລະອອງໄຟຟ້າ ແລະ ຫັດແດງ
ຈີນ: 金毛狗 ແລະ 鯨口蕨
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນຜັກກູດຕົ້ນ, ຈັດເປັນພືດບູຮານ. ລຳເຫງົ້າ ແລະ ໃບອ່ອນປົກຄຸ່ມດ້ວຍຂົນຍາວ, ສີເຫຼືອງສົ້ມ, ລຽບມັນ. ໃບປະສົມຂັ້ນສອງແບບຂົນນົກປາຍຄີກ, ອອກວຽນສະຫຼັບບໍລິເວນປາຍຍອດ. ກ້ານໃບລວມຮູບກົມ, ຍາວປະມານ 1.5 ມ, ສີນ້ຳຕານ ຫຼື ສີດຳ. ໃບຍ່ອຍຮູບໄຂ່ ຫຼື ຮູບຫອກ, ອອກຮຽງກົງກັນຂ້າມກັນ, ກ້ວາງ 6-8 ຊມ, ຍາວ 15-20 ຊມ. ໃບຍ່ອຍອອກຮຽງກົງກັນຂ້າມກັນ ຫຼື ເກືອບກົງກັນຂ້າມກັນ, ຮູບແຖບ ຫຼື ຮູບຂອບຂະໜານ, ກ້ວາງ 1-2 ຊມ, ຍາວ 5-8 ຊມ, ໂຄນໃບຕັດ ຫຼື ບ້ຽວ, ຂອບແສກແຂ້ວ, ປາຍຮຽວແຫຼມ, ຜິວໃບດ້ານເທິງສີມີຂົນສີທອງປົກຄຸມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ບໍ່ມີກ້ານໃບຍ່ອຍ. ກຸ່ມຖົງສະປໍຮູບໄຂ່, ຈັບຕາມໂຄນຂອບໃບຍ່ອຍ, ມີຂ້າງລະ 3-4 ກຸ່ມ, ເມື່ອແກ່ຈະແຕກກາງ.

ບັນຍາຍການນຳໃຊ້

ອາຫານ:
    ຍອດອ່ອນ: ຫຼວກໃຫ້ສຸກກິນເປັນຜັກ ແລະ ນຳມາຂົ້ວເປັນອາຫານ.
ສັບພະຄຸນ:
    ຂົນ: ໃຊ້ເປັນສະໝູນໄພຊ່ວຍໃນການຫ້າມເລືອດ, ຮັກສາແຜສົດ, ແຜຈາກປີງດູດ, ໝາກັດ ຫຼື ຖືກຂອງມີຄົມ ແລະ ຍັງສາມາດຮັກສາແຜຈຸລັງທີ່ຂາດຫາຍ, ຮັກສາແຜຂອງຕັບ ແລະ ມ້າມ.
    ລຳເຫງົ້າ: ບຳລຸງກຳລັງ ແລະ ກະດູກ, ເປັນຢາລະບາຍອ່ອນ, ຊ່ວຍຍ່ອຍອາຫານ, ໃຊ້ເປັນຢາຂັບພະຍາດພິດ, ແກ້ປັດສະວະຫຼາຍພິດປົກກະຕິ, ແກ້ປັດສະວະ ຫຼື ປັດສະວະເປັນສີເຫຼືອງ, ແກ້ລົງຂາວໃນແມ່ຍິງ, ເປັນຢາຮັກສາພະຍາດກ່ຽວກັບກະດູກ, ແກ້ອາການເຈັບຫຼັງ, ເຈັບແອວ, ເຈັບຕາມຂໍ້, ເຈັບຕາມຮ່າງກາຍ, ຮັກສາອາການແຂງຂາອ່ອນ, ແກ້ອາການເມື່ອຍເນື່ອງຈາກກ້າມຊີ້ນອັກເສບ, ແກ້ອຳມະພາດ ແລະ ແຂນຂາຊາ, ຊ່ວຍເຮັດໃຫ້ມີລູກງ່າຍຂຶ້ນ, ເປັນຢາບຳລຸງຕັບ, ໝາກໄຂ່ຫຼັງ ແລະ ຮັກສາອາການບວມຂອງຂາ.
ພືດປະດັບ: ນິຍົມນຳມາປູກເປັນພືດປະດັບຕາມສວນສາທາລະນະລັດ, ແຫຼ່ງທ່ອງທ່ຽວ ແລະ ໜ້າບ້ານ.
ຄຸນປະໂຫຍດ:
    ຍອດ: ຍັງເປັນອາຫານຂອງສັດຈຳພວກ ກວາງ, ຟານ ແລະ ກະທິງ.
    ທັງຕົ້ນ: ນຳໄປແຊ່ນ້ຳໃຫ້ສັດກິນຮັກສາພະຍາດຕິດຕໍ່ໃນສັດໃຫ້ຫາຍດີ.
    ໃບແກ່: ສາມາດນຳມາຟອກຍ້ອມສີໄດ້.
ສິນຄ້າ: ຖືກນຳໄປປູກໃສ່ໂຖຂາຍເປັນສິນຄ້າ (ລາຄາ 38.000 ກີບ).
ຂໍ້ມູນທາງວິທະຍາາສາດ:
    ເຫງົ້າ: ປະກອບດ້ວຍແປ້ງ 30%, ມີສານແທນນິນ ແລະ ຍັງພົບສານ Kaempferol.
    ຂົນ: ເຮັດໃຫ້ເກືດເມັດເລືອດໄວຂຶ້ນ.
ຂໍ້ຄວນລະວັງ: ຜູ້ທີ່ມີອາການປັດສະວະ, ປາກຂົມ, ລີ້ນແຫ້ງຫ້າມຮັບປະທານສະໝູນໄພຊະນິດນີ້.

ການປະກອບສ່ວນ