ແຄຟອຍ / Khea Foi
APA 6th ed. ແຄຟອຍ / Khea Foi. (2021, June 18). Retrieved from https://www.phakhaolao.la/kb/0001185
MLA 8th ed. ແຄຟອຍ / Khea Foi. Pha Khao Lao, 18 June 2021, https://www.phakhaolao.la/kb/0001185.
Chicago 17th ed. Pha Khao Lao. 2021. "ແຄຟອຍ / Khea Foi." Published June 18, 2021. https://www.phakhaolao.la/kb/0001185.
Stereospermum grandiflorum Cubitt & W.W.Sm.
Stereospermum wallichii C.B.Clarke
ຈີນ: 毛叶羽叶楸.
ຫວຽດນາມ: Quao núi, Ké quao vàng, khế núi ແລະ Khế núi.
ເປັນໄມ້ຂະໜາດກາງ ຫຼື ຂະໜາດໃຫຍ່, ປ່ຽນໃບ. ລຳຕົ້ນຕັ້ງຊື່, ສູງ 15-25 ມ, ເປືອກລຽບ, ສີນ້ຳຕານແດງ, ກິ່ງອ່ອນ ແລະ ປາຍຍອດມີຂົນສີເທົາ ແລະ ມີຕ່ອມນ້ຳມັນປົກຄຸມຢ່າງໜາແໜ້ນ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງກົງກັນຂ້າມ, ຍາວ 18-40 ຊມ. ໃບຍ່ອຍອອກຮຽງກົງກັນຂ້າມກັນ, ຮູບຫອກ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງ 2.5-5.3 ຊມ, ຍາວ 6-13 ຊມ, ໂຄນໃບມົນ ຫຼື ຮູບຫົວໃຈ, ຂອບລຽບ, ປາຍຮຽວຍາວ, ໃບອ່ອນມີຂົນສີນ້ຳຕານເຫຼືອງປົກຄຸມຢ່າງໜາແໜ້ນທັງສອງດ້ານ, ຂົນຈະຫຼຸດອອກໄປເມື່ອແກ່. ຊໍ່ດອກແບບແຕກແໜ່ງ, ອອກຕາມງ່າມໃບ ແລະ ປາຍກິ່ງ, ມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ. ດອກຍ່ອຍຈຳນວນຫຼາຍ, ສີນ້ຳຕານປົນສີມ່ວງອ່ອນ ຫຼື ສີນ້ຳຕານປົນສີຂຽວ. ກາບດອກເຊື່ອມຕິດກັນເປັນຫຼອດແຄບ ຫຼື ຮູບຊົງກະບອກ, ຍາວ 1-1.7 ຊມ, ປາຍແຍກອອກເປັນ 5 ແສກ, ສັນໆ. ກີບດອກເຊື່ອມຕິດກັນເປັນຮູບໂຖ, ຍາວ 4-5.5 ຊມ, ຂອບເປັນແຂ້ວຖີ່. ເກສອນເພດຜູ້ມີ 2 ຄູ່ສັ້ນ, 1 ຄູ່ຍາວ, ຜິວລຽບ ຫຼື ກ້ຽງ. ເຕົ້າໄຂ່ມີຂົນປົກຄຸມຢ່າງໜາແໜ້ນ. ໝາກຮູບຊົງກະບອກ, ກ້ວາງ 3-10 ມມ, ຍາວປະມານ 60 ຊມ, ຝັກແກ່ບິດງໍເລັກນ້ອຍ, ມີຂົນປົກຄຸມຢ່າງໜາແໜ້ນ. ແກ່ນມີປີກ, ກ້ວາງ 0.8-1.9 ຊມ, ຍາວ 1.8-2.1 ຊມ.
ອາຫານ: ດອກ ແລະ ຍອດອ່ອນ: ໃຊ້ຮັບປະທານໄດ້.
ສິ່ງປຸກສ້າງ: ເນື້ອໄມ້: ເນື້ອຍາບ, ສີນ້ຳຕານອ່ອນໃຊ້ເຮັດເສົາເຮືອນ, ກະດານພື້ນ, ຝາ ແລະ ຄານກວຽນ ຫຼື ນຳໃຊ້ໂຄງສ້າງຕ່າງໆໄດ້.