ຫອຍປັງ / Dark Green Apple snail
APA 6th ed. ຫອຍປັງ / Dark Green Apple snail. (2021, June 4). Retrieved from https://www.phakhaolao.la/kb/0001181
MLA 8th ed. ຫອຍປັງ / Dark Green Apple snail. Pha Khao Lao, 4 June 2021, https://www.phakhaolao.la/kb/0001181.
Chicago 17th ed. Pha Khao Lao. 2021. "ຫອຍປັງ / Dark Green Apple snail." Published June 4, 2021. https://www.phakhaolao.la/kb/0001181.
Pachylabra polita (Deshwayes, 1830)
ລັກສະນະພາຍນອກໂດຍທົ່ວໄປຄ້າຍຄືກັບຫອຍໂອກ ແລະ ຫອຍກິນຫຍ້າ, ແຕ່ມີຊິ້ນທີ່ນຸ່ມກວ່າ, ຄົນຈຶ່ງນິຍົມນຳຫອຍປັງມາເຮັດກ້ອຍອັນແສນແຊບສ້ອຍ, ເພາະຫອຍປັງມີກີ່ນຄາວນ້ອຍກວ່າຫອຍໂອກ ແລະ ຫອຍກິນຫຍ້າ, ເຊິ່ງປະຈຸບັນນັ້ນນັບວ່າຫາໄດ້ຍາກແລ້ວ, ບໍ່ຄືກັບສະໄໜກ່ອນ ເຊິ່ງຍັງພົບທົ່ວໄປຕາມທົ່ງນາ, ໄຂ່ຂອງຫອຍປັງຈະເປັນໜ່ວຍກົມໆຂະໜາດນ້ອຍສີຂາວ ຈັບຢູ່ເປັນກຸ່ມຕາມຕົ້ນເຂົ້າ ຫຼື ຫຍ້າ ແລະ ໃນເວລາທີ່ນ້ຳແຫ້ງລົງຈະມັກດຸດຢູ່ໃຕ້ດິນ, ປະຈຸບັນຫອຍປັງກາຍເປັນຫອຍທີ່ມີຄວາມສຳຄັນທາງດ້ານເສດຖະກິດ.
ຂໍ້ສັງເກດລັກສະນະພາຍນອກ ຈະມີຮູບຮ່າງ ຫຼື ຮູບຊົງຄ້າຍໄຂ່ ແລະ ກົ້ນແຫຼມ, ສີຈະເປັນສີຂຽວ ຫຼື ສີຂຽວອົມເຫຼືອງປົນສີນ້ຳຕານ, ຂອບປາກບາງ, ເປືອກດ້ານໃນຈະເປັນສີສົ້ມ, ປາກບໍລິເວນຝາປິດຈະຄ້າຍຮູບໝາກມ່ວງ ແລະ ກຽວເປືອກມີ 4 ກຽວ.
ຫອຍປັງເປັນທີ່ນິຍົມຮັບປະທານ ເພາະມີຊິ້ນອ່ອນນຸ້ມ ແລະ ສາມາດນຳມາປຸງແຕ່ງອາຫານໄດ້ຫຼາກຫຼາຍ ການເຊັ່ນ: ຕົ້ມ, ປີ້ງ, ກ້ອຍ, ຂົ້ວ, ແກ້ງ ແລະ ອ່ອມ. ຍັງເປັນສີນຄ້າທີ່ມີລາຄາຂ້ອນຂ້າງສູງຕາມຕະຫຼາດທ້ອງຖີ່ນ.