ຫຍ້າຈຸກຂາວ

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Mitracarpus hirtus (L.) DC. / RUBIACEAE
ຊື່ພ້ອງ
Borreria ferruginea M.Martens & Galeotti
Borreria remotifolia DC.
Diodia villosa Moc. & Sessé ex DC.
Mitracarpus diffusus (Willd. ex Roem. & Schult.) DC.
Mitracarpus diffusus (Willd. ex Roem. & Schult.) Cham. & Schltdl.
Mitracarpus hirtus var. remotiflorus K.Schum.
Mitracarpus pilosus A.Rich.
Mitracarpus scaber Zucc. ex Schult. & Schult.f.
Mitracarpus senegalensis DC.
Mitracarpus simplex Rusby
Mitracarpus torresianus Cham. & Schltdl.
Mitracarpus verticillatus (Schumach. & Thonn.) Vatke
Mitracarpus villosus (Sw.) DC.
Mitracarpus villosus var. glabrior Oerst.
Spermacoce affinis Pohl ex DC.
Spermacoce cephalotes Willd. ex Roem. & Schult.
Spermacoce declinata Pav. ex DC.
Spermacoce diffusa Willd. ex Roem. & Schult.
Spermacoce diffusa Kunth
Spermacoce gracilis Pohl ex DC.
Spermacoce hirta L.
Spermacoce villosa Sw.
Staurospermum verticillatum Schumach. & Thonn.
ຊື່ອື່ນ
ໄທ: ຫຍ້າຈຸກຂາວ
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ລົ້ມລຸກ. ລຳຕົ້ນສູງ 40-50 ຊມ, ມີຂໍ້, ມີຂົນຍາວກະຈາຍຢູ່ທົ່ວ. ຫູໃບຮູບໄຂ່, ກ້ວາງ 1-4 ມມ, ຍາວ 1-5 ມມ, ຂອບມີຂົນຂາວ, ບໍ່ມີກ້ານໃບ. ໃບດ່ຽວ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບຫອກ, ຍາວ 3-5 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບລຽບ, ປາຍແຫຼມ. ຊໍ່ດອກແບບກະຈຸກແໜ້ນ, ອອກບໍລິເວນງ່າມໃບ ແລະ ປາຍຍອດ. ດອກຍ່ອຍຈັບແໜ້ນໃນຖານດອກດຽວກັນ, ຂະໜາດນ້ອຍ, ສີຂາວ. ໃບປະດັບດອກຍາວ 1-2 ມມ. ກາບດອກມີ 2 ຄູ່, ໂຄນເຊື່ອມຕິດກັນ, ປາຍແສກເລິກອອກເປັນ 4 ກາບ, ຮູບສາມຫຼຽມ ຫຼື ຮຽວຍາວ, ມີຂົນຂຸຍ, ກາບດອກຄູ່ໃຫຍ່ຍາວປະມານ 2 ມມ, ກາບດອກຄູ່ສັ້ນຍາວປະມານ 1 ມມ. ກີບດອກເຊື່ອມຕິດກັນເປັນຫຼອດຮູບລຳໂພງ, ຍາວ 1-1.5 ມມ, ບໍ່ມີຂົນໃນຫຼອດກີບດອກ, ປາຍແຍກອອກເປັນ 4 ແສກ, ຮູບໄຂ່ ຫຼື ຮູບສາມຫຼ່ຽມ, ຍາວ 0.5-1 ມມ, ປາຍແຫຼມ ຫຼື ມົນ. ເກສອນເພດຜູ້ມີ 4 ອັນ, ຈັບລະຫວ່າງກ້ບດອກ, ຖົງລະອອງຮູບໝາກໄຂ່ຫຼັງ, ສີເຫຼືອງ. ໝາກຮູບກົມ, ມີຂະໜາດເສັ້ນຜ່າສູນກາງປະມານ 1 ມມ, ໝາກອ່ອນສີຂຽວ, ໝາກແກ່ສີນ້ຳຕານ. ແກ່ນຮູບຂອບຂະໜານ, ຍາວປະມານ 0.8 ມມ, ສີນ້ຳຕານ ຫຼື ສີດຳ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ຮາກ: ຕົ້ມປະສົມກັບຮາກເຂັມທອງ ແລະ ຮາກໄຮແດງນຳມາດື່ມຮັກສາລິດຊີດວງທະວານໜັກ.
    ທັງຕົ້ນ: ແກ້ຫວັດ, ແກ້ບິດ, ຊ່ວຍຫຼຸດໄຂ້ ແລະ ແກ້ອາການໄອ.

    ການປະກອບສ່ວນ