ຫຍ້າຂັດແດງ

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Malvastrum coromandelinum (L.) Garcke / MALVACEAE
ຊື່ພ້ອງ
Malva coromandeliana L.
Malva coromandelica Panz.
Malva domingensis Spreng. ex DC.
Malva havanensis Sessé & Moc.
Malva lindheimeriana Scheele
Malva subhastata Cav.
Malva tricuspidata R.Br.
Malvastrum coromandelianum var. congestum R.E. Fr.
Malvastrum coromandelianum subsp. coromandelianum
Malvastrum lindheimerianum (Scheele) Walp.
Malvastrum ruderale Hance ex Walp.
Malvastrum tricuspidatum A.Gray
Malvastrum tricuspidatum var. capitatospicatum (Kuntze) Stuck.
Malvastrum tricuspidatum var. congestum (R.E. Fr.) Stuck.
Malveopsis coromandeliana (L.) Morong
Malveopsis coromandeliana var. capitatospicata Kuntze
Sida fauriei H.Lév.
Sida oahuensis H.Lév.
ຊື່ອື່ນ
ໄທ: ຫຍ້າຂັດໃບໃຫຍ່, ຫຍ້າກະດຸມທອງ, ຫຍ້າຂັດ ແລະ ຫຍ້າເທວະດາ.
ອັງກິດ: Prickly malvastrum ແລະ Broom weed.
ຈີນ: 賽葵, 黃花草 ແລະ 黃花棉.
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ. ລຳຕົ້ນສູງ 10-100 ຊມ, ລຳຕົ້ນກົມ, ສີຂຽວ, ມີຂົນຮູບດາວ. ຫູໃບຮູບຫອກ, ຍາວປະມານ 3 ມມ, ປາຍຮຽວແຫຼມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບໄຂ່່, ກວ້າງ 1-4 ຊມ, ຍາວ 2-6 ຊມ, ໂຄນໃບມົນ ຫຼື ແຫຼມ, ຂອບແສກແຂ້ວ, ປາຍມົນ ຫຼື ແຫຼມ. ດອກດ່ຽວ, ອອກຕາມງ່າມໃບ, ມີຂະໜາດນ້ອຍ, ສີເຫຼືອງອ່ອນ. ດິ້ວປະດັບຮູບຫຼິ້ມ, ຈຳນວນຫຼາຍ, ມີຂົນແຂງ. ກາບດອກເຊື່ອມຕິດກັນເປັນຮູບຖ້ວຍ, ປາຍແຍກອອກເປັນ 5 ແສກ, ຮູບໄຂ່, ຜິວດ້ານນອກມີຂົນຮູບດາວ, ຜິວດ້ານໃນລຽບ. ກີບດອກມີ 5 ກີບ, ຮູບຮີ ຫຼື ຮູບໄຂ່ປີ້ນ, ກ້ວາງ 4-5 ມມ, ຍາວປະມານ 6 ມມ. ເກສອນເພດຜູ້ຈຳນວນຫຼາຍ, ສີເຫຼືອງ. ໝາກຮູບໄຂ່, ມີຫຼາຍກີບ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ເປັນສະມູນໄພທີ່ສາມາດຫຼຸດລະດັບນ້ຳຕານໃນເລືອດໃນຄົນທີ່ເປັນເບົາຫວານໃຫ້ຢູ່ໃນພາວະປົກກະຕິ, ຊ່ວຍຄວບຄຸມລະດັບນ້ຳຕານທົ່ວໄປເຊິ່ງຊ່ວຍປ້ອງກັນການເກີດພະຍາດຄວາມດັນ, ພະຍາດຫົວໃຈ ແລະ ເບົາຫວານເປັນຕົ້ນ.
  • ໃບ: ຮັກສາແຜ, ຝີ, ຕ້ານການອັກເສບ, ຮັກສາບິດ ແລະ ດີຊານ.
ການປະກອບສ່ວນ