ຖົ່ວລາຍ / Butterfly pea

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Centrosema pubescens Benth. / FABACEAE
ຊື່ພ້ອງ
Bradburya pubescens (Benth.) Kuntze
Bradburya schiedeana (Schltdl.) Rose
Centrosema ferrugineum A.Rich.
Centrosema intermedium A.Rich.
Centrosema salzmannii Benth.
Centrosema schiedeanum (Schltdl.) R.J. Williams & R.J. Clem.
Centrosema virginianum (L.) "Benth., p.p."
Clitoria schiedeana Schltdl.
Ternatea schiedeana (Schltdl.) Kuntze
ຊື່ອື່ນ
ໄທ: ຖົ່ວລາຍ ແລະ ຖົ່ວສະແດດ.
ອັງກິດ: Centro, Bluebell, Fodder pea, Butterfly Pea, Spurred Bufferly-pea, Kattupayar ແລະ Spurred Butterfly Pea.
ຈີນ: 距瓣豆.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ. ລຳຕົ້ນເປັນລຳເຄືອ, ມີຂໍ້, ບາງຄັ້ງມີຮາກຕາມລຳຕົ້ນ, ມີຂົນຍາວ. ຫູໃບຮູບໄຂ່ ຫຼື ຮູບຂອບຂະໜານ, ຍາວ 2-3 ມມ. ໃບຮູບຮີ ຫຼື ຮູບຂອບຂະໜານ, ຍາວ 2.6-10 ຊມ, ໂຄນໃບມົນ, ຂອບລຽບ ຫຼື ເປັນຄື້ນ ແລະ ມີຂົນ, ປາຍແຫຼມ, ແຜ່ນໃບບາງ, ມີຂົນຍາວປົກຄຸມທັງສອງດ້ານ. ຊໍ່ດອກແບກະຈະ, ອອກຕາມງ່າມໃບ. ກ້ານຊໍ່ດອກຍາວ 2.5-7 ຊມ. ໃບປະດັບຮູບຮີ ຫຼື ຮູບໄຂ່ກ້ວາງ, ແນບຕິດກາບດອກ.  ດອກຍ່ອຍມີ 2-4 ດອກ, ສີຂາວ, ສີບົວ ຫຼື ສີມ່ວງ. ກາບດອກມີ 5 ກາບ, 2 ກາບເທິງເຊື່ອມຕິດກັນ, ຮູບແຖບ, ສີຂຽວ. ກີບດອກມີ 5 ກີບ, ກີບກາງຮູບກົມ, ຍາວ 2-3 ຊມ, ບໍລິເວນໂຄນມີຂົນຍາວ, ມີເດືອຍສັ້ນ. ກີບຂ້າງ ຫຼື ກີບປີກຮູບກຽວ, ກີບຄູ່ລຸ່ມສັ້ນ. ໝາກເປັນຝັກ, ຮູບແຖບ, ຍາວ 7-13 ຊມ, ແປ, ປາຍແຫຼມ, ມີຈະງອຍ, ໝາກແຫ້ງແລ້ວແຕກອອດບິດວຽນ. ແກ່ນມີ 7-15 ແກ່ນ, ຮູບຂອບຂະໜານ, ຍາວ 4-5 ມມ, ສີນ້ຳຕານ.

ບັນຍາຍການນຳໃຊ້

ອາຫານ:

    ແກ່ນ: ໃຊ້ຕົ້ມໃສ່ນ້ຳຕານຮັບປະທານໄດ້, ຕົ້ມ ແລະ ເຮັດໄສ້ເຂົ້າໜົມ, ນຳມາບົດເປັນແປ້ງດິບ ຫຼື ສຸກກ່ອນຕາກແຫ້ງ ແລະ ບົດເຮັດແປ້ງສຸກ.

ຄຸນປະໂຫຍດ:

    ປູກເປັນພືດທີ່ຟື້ນຟູດີນ.
    ເຄືອ: ໃຊ້ເປັນອາຫານສັດ.

ການປະກອບສ່ວນ