ຫຍ້າຍູງ / Guinea grass

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Megathyrsus maximus (Jacq.) B.K.Simon & S.W.L.Jacobs / POACEAE
ຊື່ພ້ອງ
Megathyrsus bivonanus (Brullo, Miniss., Scelsi & Spamp.) Verloove
Megathyrsus maximus var. coloratus (C.T.White) B.K.Simon & S.W.L.Jacobs
Megathyrsus maximus var. pubiglumis (K.Schum.) B.K.Simon & S.W.L.Jacobs
Milium arundinaceum J.Koenig ex Steud.
Panicum airoides Flüggé ex Nees
Panicum bivonianum Brullo, Miniss., Scelsi & Spamp.
Panicum compressum Biv.
Panicum confine Hochst. ex A.Rich.
Panicum eburneum Trin.
Panicum giganteum Mez
Panicum heynei Roth
Panicum hirsutissimum Steud.
Panicum jumentorum Pers.
Panicum laeve Lam.
Panicum mahafalense A.Camus
Panicum mananarense A.Camus
Panicum maximum Jacq.
Panicum maximum var. coloratum C.T.White
Panicum maximum subsp. pubescens M.Sharma
Panicum maximum var. pubiglume K.Schum.
Panicum maximum var. trichoglume Robyns
Panicum pamplemoussense Steud.
Panicum poiforme Willd. ex Spreng.
Panicum polygamum Sw.
Panicum praelongum Steud.
Panicum praticola Salzm. ex Döll
Panicum scaberrimum Lag.
Panicum sparsum Schumach.
Panicum teff Desv.
Panicum tephrosanthum Hack.
Panicum trichocondylum Steud.
Panicum trichoglume K.Schum.
Urochloa maxima (Jacq.) R.D.Webster
ຊື່ອື່ນ
ໄທ: ຫຍ້າກິນີ
ຈີນ: 大黍
ຊື່ສາມັນ: Buffalo grass, Buffelgras, Grootpanicum ແລະ Guinea grass
ບັນຍາຍລັກສະນະພືດສາດ

ເປັນຫຍ້າອາຍຸຫຼາຍປີ. ລຳຕົ້ນສູງ 1.5-3 ມ, ມີປ້ອງ, ມີຂໍ້, ມີຮາກຢູ່ປ້ອງດ້ານລຸ່ມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຂອບຂະໜານ, ກ້ວາງ 2-2.5 ຊມ, ຍາວ 12-40 ຊມ, ໂຄນໃບມົນ, ຂອບມີຂົນສາກຊາ, ປາຍແຫຼມ, ແຜ່ນໃບກ້ຽງ ຫຼື ມີຂົນໃບອ່ອນນຸ່ມກະຈາຍຫ່າງໆ. ກາບໃບ ຫຼື ກ້ານໃບຫຸ້ມລຳຕົ້ນ, ຍາວ 15-40 ຊມ. ລີ້ນໃບມີຂົນ, ຍາວ 2-2.6 ມມ. ຊໍ່ດອກແບບແຕກແໜ່ງ, ອອກບໍລິເວນສ່ວນປາຍ, ກ້ວາງ 10-15 ຊມ, ຍາວ 20-60 ຊມ. ຊໍ່ດອກຍ່ອຍຮູບຂອບຂະໜານ, ຍາວ 3.5-3.9 ຊມ. ກາບຊໍ່ດອກຍ່ອຍຮູບໄຂ່, ຍາວ 1.1-1.2 ມມ, ປາຍແຫຼມ, ແຜ່ນເນື້ອບາງ. ດອກຍ່ອຍດອກລຸ່ມ, ບໍ່ມີເພດ ຫຼື ເພດຜູ້. ດອກເທິງເປັນດອກສົມບູນເພດ. ກາບດອກລຸ່ມຮູບຮີ, ຍາວ 2-2.2 ມມ, ປາຍແຫຼມ, ເນື້ອແຂງ, ຜິວລຽບ. ກາບດອກເທິງຮູບຫອກ ຫຼື ຮູບໄຂ່, ຍາວ 2-2.1 ມມ, ປາຍແຫຼມ, ເນື້ອແຂງ, ແຜ່ນໃບຫຍໍ້, ຂອບລຽບ.

ບັນຍາຍການນຳໃຊ້

ສັບພະຄຸນ:

    ທັງຕົ້ນ: ເປັນຢາຂັບປັດສະວະ, ເປັນຢາລະບາຍ, ປ້ອງກັນພະຍາດ, ຮັກສາອາການຖອກທ້ອງ ແລະ ຮັກສາແກ້ວຫູອັກເສບ.
    ສານສະກັດຈາກຕົ້ນສົດ: ໃຊ້ຮັກສາບາດແຜ ແລະ ຂ້າເຊື້ອໃນບາດແຜ.
    ນຳມາມັດອ້ອມຫົວບັນເທົາອາການເຈັບຫົວ.

ຄຸນປະໂຫຍດ:

    ສາມາດນ້ຳໄປເປັນເຊື້ອເພີງຊີວະພາບສຳລັບການຕົ້ມເຫຼົ້າ.
    ຕົ້ນແຫ້ງ: ມີປະໂຫຍດໃຊ້ໃນການມຸງໃຫ້ຮົ່ມ.
    ດອກ: ສາມາດນຳມາໃຊ້ເປັນໄມ້ກວາດ ແລະ ໃຊ້ສານກະຕ່າ.

    ການປະກອບສ່ວນ