ກະຖີ່ນໜາມ / Giant sensitive tree

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Mimosa pigra L. / FABACEAE
ຊື່ພ້ອງ
Mimosa asperata var. pigra Willd.
Mimosa brasiliensis Niederl.
Mimosa canescens Willd.
Mimosa ciliata Willd.
Mimosa hispida Willd.
Mimosa pigra var. pigra
Mimosa polyacantha Willd.
ຊື່ອື່ນ
ລາວ: ໜາມນ້ຳເວັ້ນ ແລະ ຫຍ້າຍຸບຕົ້ນ.
ໄທ: ໄມ້ຍະຣາບຕົ້ນ ແລະ ໄມ້ຍະຣາບຍັກ.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ. ລຳຕົ້ນສູງປະມານ 4 ມ, ມີໜາມຢູ່ທົ່ວລຳຕົ້ນ ແລະ ລະຫວ່າງຮອຍຕໍຂອງໃບ ແລະ ໃບຍ່ອຍ, ມີຂົນແຂງຕາມກິ່ງ, ກ່າງກາງໃບ, ສີເທົາ ຫຼື ສີນ້ຳຕານ. ໃບປະສົມຂັ້ນສອງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ, ຍາວ 11-17 ຊມ. ກ້ານໃບລວມເປັນຫຼ່ຽມ, ຍາວ 0.8-2.8 ຊມ. ໃບປະສົມຍ່ອຍມີ 10-14 ໃບ, ອອກຮຽງກົງກັນຂ້າມ, ຍາວ 3.5-4.5 ຊມ. ໃບຍ່ອຍມີປະມານ 45 ຄູ່, ຮູບແຖບ ຫຼື ຮູບຂອບຂະໜານ, ຍາວ 0.5-0.9 ຊມ. ຊໍ່ດອກແບບກະຈຸກກົມ, ອອກເປັນຄູ່ຕາມງ່າມໃບ. ກ້ານຊໍ່ດອກຍາວປະມານ 2 ຊມ, ມີຂົນ. ດອກຍ່ອຍຈຳນວນຫຼາຍ, ສີບົວ, ບໍ່ມີກ້ານດອກ. ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວປະມານ 1 ມມ, ບາງ ແລະ ແຫ້ງ. ກີບດອກຮູບຮີ ຫຼື ຮູບໄຂ່, ຍາວປະມານ 3 ມມ, ມີຂົນໜາແໜ້ນ. ໝາກເປັນຝັກຍາວ, ມີຫຼາຍຝັກໃນຊໍ່ດຽວກັນ, ຮູບຂອບຂະໜານ, ຍາວປະມານ 6 ຊມ, ມີຂໍ້, ໝາກອ່ອນສີຂຽວ, ໝາກແຫ້ງແລ້ວແຕກ, ສີນ້ຳຕານ, ມີຂົນສາກຊາກະຈາຍຢ່າງໜາແໜ້ນ, ສີນ້ຳຕານ. ແກ່ນມີຈຳນວນຫຼາຍ, ຮູບແກ່ນຖົ່ວ, ແກ່ນແກ່ສີນ້ຳຕານ, ຜິວລຽບມັນ.

ບັນຍາຍການນຳໃຊ້

ສັບພະຄຸນ:

    ຮາກ: ເປັນຢາຊູກຳລັງ, ຮັກສາອາການຖອກທ້ອງ, ຮັກສາໜອງໃນ ແລະ ແກ້ເລືອກເປັນພິດ, ເປັນຢາລະງັບອາລົມ ແລະ ສະຕິສຳລັບບາງຄົນ, ຫາກນຳມາຝົນທາຮັກສາຜິວໜັງທີ່ເປັນເຮື້ອນ.
    ໃບ: ມີທາດ mimosine ເຊິ່ງເປັນຢາຂັບປັດສະວະ ແລະ ຊູກຳລັງ, ໃບເປັນຜົງນຳມາປະສົມກັບນ້ຳເພື່ອທາບັນເທົາອາການບວມ, ນຳມາທາທີ່ມືແລ້ວທາທີ່ເປືອກຕາເດັກນ້ອຍເພື່ອໃຫ້ເຂົານອນ ຫຼື ເມື່ອເດັກນ້ອຍມີອາລົມງຸດງິດ.
    ໃບ ແລະ ລຳຕົ້ນ: ຕົ້ມອາບຮັກສາເຊື້ອຣາໃນເດັກນ້ອຍ ແລະ ແກ້ອາການຍ່ຽວໃສ່ບ່ອນໃນເດັກນ້ອຍ.
    ແກ່ນ: ມີສັບພະຄຸນເປັນຢາຂັບປັດສະວະ, ຂັບເສມຫະ ແລະ ໃຊ້ຮັກສາແຂ້ວ.

ຄຸນປະໂຫຍດ:

    ຮາກ: ພົບສານ tannin 10%.
    ລຳຕົ້ນ: ສາມາດໃຊ້ເປັນຝືນໄດ້.
    ປູກເປັນພືດປ້ອງກັນການຟັງທະລາຍ ແລະ ການກັດເຊາະຝັ່ງ.
    ເມື່ອປູກໃນໜອງ ຫຼື ບຶງຈະຊ່ວຍກຳຈັດຂີ້ເຫຍື້ອທີ່ຈະເຂົ້າມາໃນໜອງ.
    ໃຊ້ເປັນປຸ່ຍພືດສົດ ຫຼື ເປັນພືດຄຸມດິນ.
    ດອກ: ເປັນເປັນແຫຼ່ງນ້ຳຫວານທີ່ດີສຳລັບເຜີ້ງ.

ການປະກອບສ່ວນ