ຫຍ້າດູກງູ / Giant sensitive plant

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Mimosa diplotricha C.Wright / FABACEAE
ຊື່ພ້ອງ
Mimosa invisa C.Mart.
Mimosa longisiliqua Lam.
Morongia pilosa Standl.
Schrankia brachycarpa Benth.
Schrankia pilosa (Standl.) J.F.Macbr.
ຊື່ອື່ນ
ລາວ: ຫຍ້າດູກງູ ແລະ ຫຍ້າຍຸບຂາວ.
ໄທ: ໄມ້ຍະຣາບເລືອ, ໄມ້ຍະຣາບຂາວ ແລະ ຂຽວງູ.
ຈີນ: 無刺含羞草 ແລະ 巴西含羞草.
ກຳປູເຈຍ: banla saet.
ຫວຽດນາມ: cõ trinh nu móc.
ອັງກິດ: giant false sensitive plant ແລະ giant sensitive plant.
ຝຣັ່ງ: grande sensitive ແລະ sensitive géante.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ, ລຳຕົ້ນເລືອຕາມພື້ນດິນ, ເປັນຈຳນວນຫຼາຍ, ສູງປະມານ 1 ມ, ລຳຕົ້ນເປັນ 4 ຫຼ່ຽມ, ມີໜາມໂຄງຈຳນວນຫຼາຍ, ອອກຕາມຫຼ່ຽມ, ເສັ້ນກາງໃບ ຫຼື ຕາມຂໍ້, ມີຂົນປົກຄຸມທົ່ວລຳຕົ້ນ, ເສັ້ນກາງໃບ, ໃບ ແລະ ຊໍ່ດອກ. ໃບປະສົມຂັ້ນ 2 ແບບຂົນນົກປາຍຄູ່, ອອກຮຽງສະຫຼັບ, ຍາວ 6-11 ຊມ. ກ້ານໃບລວມຍາວ 3-5 ຊມ. ໃບປະສົມຍ່ອຍມີ 4-7 ໃບ, ອອກຮຽງກົງກັນຂ້າມ, ຮູບຂອບຂະໜານ ຫຼື ຮູບຫອກ, ຍາວ 1-4.5 ຊມ. ໃບຍ່ອຍມີ 12-21 ຊມ, ອອກຮຽງກົງກັນຂ້າມກັນ, ຮູບຂອບຂະໜານ, ຍາວ 0.2-0.7 ຊມ. ຊໍ່ດອກແບບກະຈຸກກົມ, ອອກເປັນດ່ຽວ ຫຼື ເປັນຄູ່ຕາມງ່າມໃບ. ກ້ານຊໍ່ດອກຍາວ 0.5-6 ຊມ. ດອກຍ່ອຍຈຳນວນຫຼາຍ, ສີບົວເຂັ້ມ ຫຼື ສີມ່ວງ, ບໍ່ມີກ້ານ. ກາບດອກມີຂະໜາດນ້ອຍຫຼາຍ, ຍາວປະມານ 0.4 ມມ. ກີບດອກຮູບຮີ, ຍາວປະມານ 2 ມມ. ເກສອນເພດຜູ້ມີ 8 ອັນ. ເຕົ້າໄຂ່ຍາວປະມານ 1 ມມ, ມີຂົນອ່ອນນຸ້ມ. ໝາກເປັນຝັກ, ໃນຊໍ່ດອກດຽວກັນມີໜາກຈຳນວນຫຼາຍ, ຮູບຂອບຂະໜານ, ຍາວ 1.5-3.5 ຊມ, ມີຂໍ້, ມີຂົນແຂງ.

ບັນຍາຍການນຳໃຊ້

ຄຸນປະໂຫຍດ:

  • ເນື່ອງຈາກເປັນພືດທີ່ມີຮາກແກ້ວທີ່ມີກ້ອນດຶງໃນໂຕເຈນດ້ານຂ້າງ ແລະ ມີຄວາມທົນທານຕໍ່ແສງຈຶ່ງນິຍົມໃຊ້ເປັນພືດຄຸມດິນ ແລະ ປັບປຸງດິນພື້ນທີ່ປູກຝັງເພື່ອເພີ່ມໃນໂຕເຈນ ແລະ ຈຸລິນຊີ.
  • ໃຊ້ເປັນອາຫານສັດ.
  • ຫຼຸດການຖືກກັດເຊາະຂອງດິນ.
  • ໃຊ້ເປັນຢາຂ້າແມງໄມ້.
ການປະກອບສ່ວນ