ຕົ້ນໄຟເດືອນຫ້າ
APA 6th ed. ຕົ້ນໄຟເດືອນຫ້າ. (2021, May 29). Retrieved from https://www.phakhaolao.la/kb/0001168
MLA 8th ed. ຕົ້ນໄຟເດືອນຫ້າ. Pha Khao Lao, 29 May 2021, https://www.phakhaolao.la/kb/0001168.
Chicago 17th ed. Pha Khao Lao. 2021. "ຕົ້ນໄຟເດືອນຫ້າ." Published May 29, 2021. https://www.phakhaolao.la/kb/0001168.
Acer isolobum Kurz
Acer osmastonii Gamble
Acer wilsonii subsp. burmense A.E.Murray
ຈີນ: 陈又生
ເປັນໄມ້ຢືນຕົ້ນ, ປ່ຽນໃບ. ລຳຕົ້ນສູງ 12-25 ມ, ແຕກກິ່ງກ້ານຕ່ຳ, ປາຍຍອດເປັນຟຸ່ມຊົງກົມ, ເປືອກລຽບ, ສີເທົາປົນສີນ້ຳຕານ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ໃບວໍ້າເປັນ 3 ແສກ, ກ້ວາງ 6-8 ຊມ, ຍາວ 8-10 ຊມ, ໂຄນໃບວ້ຳຕື້ນ, ຂອບລຽບ, ປາຍແຫຼມ, ໃບປ່ຽນສີເປັນສີແດງ ຫຼື ສີມ່ວງຊ່ວງປ່ຽນໃບໃນລະດູໜາວ, ໃບອ່ອນສີນ້ຳຕານແດງ. ຊໍ່ດອກສັ້ນ, ອອກຕາມປາຍກິ່ງ. ດອກຍ່ອຍຂະໜາດນ້ອຍ, ສີຂາວ. ກີບດອກມີ 5 ກີບ, ຮູບໄຂ່ ຫຼື ຮູບຫອກປີ້ນ, ຂອບຫຍໍ້. ເກສອນເພດຜູ້ມີ 8 ອັນ, ກ້ານຊູລະອອງສີຂາວ ຫຼື ສີຂຽວອ່ອນ, ຖົງລະອອງເກສອນຮູບໝາກໄຂ່ຫຼັງ, ສີແດງ. ໝາກແຫ້ງ, ຂະຫຍາຍຕົົວພຽງໝາກດຽວ, ສ່ວນເທິງມີປີກຍາວ, ໝາກສ່ວນໃຫຍ່ຍັງບໍ່ສົມບູນ, ແຕ່ລະຊໍ່ມີໝາກ 1-4 ໝາກ.
ການນຳໃຊ້: ນິຍົມປູກເປັນໄມ້ປະດັບ ແລະ ໄມ້ສາມາດນຳມາເຮັດຕູ້, ຕັ່ງ, ໂຕະ, ຕຽງ ແລະ ເຄື່ອງໃຊ້ພາຍໃນເຮືອນ.