ຕົ້ນເປົ້ານ້ອຍ / Pao noy

ການນຳໃຊ້
ພືດເສັ້ນໃຍ
ຊື່ວິທະຍາສາດ / ຕະກຸນ
Croton longissimus Airy Shaw / EUPHORBIACEAE
ຊື່ພ້ອງ
Croton lorentzii Müll.Arg.
ຊື່ອື່ນ
ໄທ: ເປົ້ານ້ອຍ
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 1-4 ມ, ຍອດອ່ອນປົກຄຸມດ້ວຍຂົນສີແດງອ່ອນ, ແຕກກິ່ງກ້ານສາຂາຈຳນວນຫຼາຍ. ໃບດ່ຽວ, ຮູບຫອກປີ້ນ, ອອກວຽນສະຫຼັບ, ກ້ວາງ 4-6 ຊມ, ຍາວ 10-15 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ ຫຼື ເປັນຄື້ນ, ປາຍຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບໃກ້ກັບປາຍຍອດ. ດອກຍ່ອຍຂະໜາດນ້ອຍ, ຈຳນວນຫຼາຍ, ດອກແຍກເພດໃນຕົ້ນດຽວກັນ. ດອກເພດຜູ້ມີກາບດອກ ແລະ ກີບດອກຢ່າງລະ 5 ກີບ. ເກສອນເພດຜູ້ມີ 15-20 ອັນ. ດອກແມ່ອາດມີກາບດອກຫຼາຍກວ່າດອກຜູ້, ບໍ່ມີກີບດອກ. ໝາກຮູບກົມ, ມີຂະໜາດ 0.5-1 ຊມ, ມີ 3 ພູ, ໝາກແຫ້ງແລ້ວແຕກ. ແກ່ນຂະໜາດນ້ອຍ, ຜິວລຽບ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ໃບ: ໃຊ້ເປັນຢາ
    ທັ້ງຕົ້ນ: ປຸງເປັນຢາຮັກສາພະຍາດລຳໄສ້ອັກເສບ
 

ການປະກອບສ່ວນ