ຕົ້ນສາອາມ / Sa aam
APA 6th ed. ຕົ້ນສາອາມ / Sa aam. (2021, May 29). Retrieved from https://www.phakhaolao.la/kb/0001166
MLA 8th ed. ຕົ້ນສາອາມ / Sa aam. Pha Khao Lao, 29 May 2021, https://www.phakhaolao.la/kb/0001166.
Chicago 17th ed. Pha Khao Lao. 2021. "ຕົ້ນສາອາມ / Sa aam." Published May 29, 2021. https://www.phakhaolao.la/kb/0001166.
Crypteronia glabra (Wall.) Blume
Crypteronia leptostachya (Planch.) Endl.
Crypteronia lutea (Blanco) Blume
Crypteronia paniculata var. glabra (Wall.) Kurz
Crypteronia paniculata var. leptostachya (Planch.) Koord. & Valeton
Crypteronia paniculata var. paniculata
Crypteronia pubescens (Wall.) Blume
Crypteronia wallichii A.DC.
Henslowia glabra Wall.
Henslowia leptostachya Planch.
Quilamum luteum Blanco
ໄທ: ກຣອມ, ກະທົງລອຍ, ຊອມ, ກະຊ້ອມ, ຂີ້ມົດ, ເໝືອດເຊາະ, ຄັບ, ປີກຸຍ, ກະອາມ ແລະ ສີດາປ່າ.
ຈີນ: 隐翼木.
ເປັນໄມ້ຢືນຕົ້ນ, ຂຽວຕະຫຼອດປີ. ລຳຕົ້ນສູງປະມານ 30 ມ, ມີຂໍ້, ກິ່ງງ່າຮູບສີ່ຫຼ່ຽມ, ບໍລິເວນຂໍ້ຈະໂນນຂຶ້ນ, ຜິວລຽບ, ເປືອກໜາ, ມີຮອຍແຕກ ແລະ ຂ້ອນຂ້າງມີເກັດບາງໆ, ສີນ້ຳຕານປົນເທົາ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 4-10 ຊມ, ຍາວ 10-20 ຊມ, ໂຄນໃບມົນ, ຂອບລຽບ, ປາຍໃບມົນ ຫຼື ເປັນຕິ່ງໜາມ, ຜິວກ້ຽງທັງສອງດ້ານ. ຫູໃບຂະໜາດນ້ອຍ, ຫຼົ່ນງ່າຍ. ຊໍ່ດອກແບບແຕກແໜ່ງ, ອອກບໍລິເວນງ່າມໃບ ແລະ ປາຍກິ່ງ. ດອກແຍກເພດຕ່າງຕົ້ນກັນ, ດອກຂະໜາດນ້ອຍ, ສີຂຽວອ່ອນ ຫຼື ສີເຫຼືອງອ່ອນ. ກາບດອກໂຄນເຊື່ອມຕິດກັນເປັນຮູບຖ້ວຍ, ປາຍແຍກອອກເປັນ 5 ແສກ, ບໍ່ມີກີບດອກ. ເກສອນເພດຜູ້ມີ 5 ອັນ, ສັ້ນ. ເຕົ້າໄຂ່ມີ 2 ຫ້ອງ, ປາຍຮວງຮັບແຍກອອກເປັນ 3 ແສກ. ໝາກຮູບກົມ, ມີເສັ້ນຜ່າສູນກາງປະມານ 0.5 ຊມ, ໝາກແຫ້ງແລ້ວແຕກອອກເປັນ 2 ແສກ. ແກ່ນມີຈຳນວນຫຼາຍ, ມີປີກ.
ອາຫານ:
ຍອດອ່ອນ: ສາມາດກິນເປັນຜັກສົດ, ປຸງໃນຍຳສະຫຼັດ ຫຼື ເຮັດໃຫ້ສຸກເພື່ອຮັບປະທານເປັນຜັກ.
ສັບພະຄຸນ:
ເປືອກ: ຮັກສາແຜ່ພຸພອງ.
ຄຸນປະໂຫຍດ:
ເນື້ອໄມ້: ລະອຽດ, ແຂງປານກາງ, ຕົບແຕ່ງງ່າຍ ແລະ ຂັດເງົາໄດ້ດີຈຶງນິຍົມນຳມາເຮັດແກັດໃສ່ເຄື່ອງ ຫຼື ກໍ່ສ້າງໃນຮົ່ມ ແລະ ໃຊ້ເຮັດເຄື່ອງເຟີນິເຈີ.
ໄມ້: ໃຊ້ເປັນຟືນສຳລັບເຊື້ອໄຟ