ສີໄຄຕົ້ນ / Cinnamon

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cinnamomum iners Reinw. ex Blume / Lauraceae
ຊື່ພ້ອງ
Cinnamomum aromaticum Zoll.
Cinnamomum calyculatum Miq.
Cinnamomum curtisii Lukman.
Cinnamomum dasyanthum Miq.
Cinnamomum eucalyptoides Nees
Cinnamomum iners var. angustifolium Ridl.
Cinnamomum iners var. latum Blume
Cinnamomum javanicum var. neglectum (Blume) Meisn.
Cinnamomum manillarum Lukman.
Cinnamomum neglectum Blume
Cinnamomum nitidum Nees
Cinnamomum nitidum f. angustifolium Miq.
Cinnamomum nitidum f. borneense Miq.
Cinnamomum nitidum var. iners (Reinw. ex Blume) Miq.
Cinnamomum nitidum var. oblongifolium
Blumedum var. spurium
Blumenitidum var. subcuneatum Blume
Cinnamomum rauwolfii Blume
Cinnamomum reinwardtii Miq.
Laurus nitida Roxb.
ຊື່ອື່ນ
ລາວ: ສີໄຄຕົ້ນ, ຊ້າຈວງ, ຈັນຫອມ ແລະ ຈວງຫອມ.
ໄທ: ກຣະແຈະໂມງ, ກະຊຽດ, ກະທັງນັ້ນ, ກຣະດັງງາ, ກະພັງຫັນ, ໂກເລ່, ເນື້ອມ້າ, ຂຽດ, ຄຽດ, ສຽດ, ສະນຸຕົ້ນ, ມະຫາປາບຕົວຜູ້, ອົບເຊີຍ, ອົບເຊີຍຕົ້ນ, ດິກຊີ່ສໍ, ບອກຄອກ, ຝັກດາບ, ພະຍາປາບ ແລະ ສະວົງ.
ອັງກິດ: Cinnamon.
ຈີນ: 大葉桂 ແລະ 吳維修.
ຫວຽດນາມ: Hậu phác nam, Quế rừng ແລະ Rè hương.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ, ຂຽວຕະຫຼອດປີ. ລຳຕົ້ນຕັ້ງຊື່, ຍາວ 20-30 ມ, ປາຍຍອດເປັນຊົງຟຸ່ມ, ກິ່ງ ແລະ ກິ່ງອ່ອນມີສີນ້ຳຕານ, ເປືອກມີຮອຍແຕກ, ບໍ່ມີຂົນ, ເປືອກຊັ້ນໃນມີສີບົວ, ມີກິ່ນຫອມ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ  ຫຼື ເກືອບອອກຮຽງກົງກັນຂ້າມ, ຮູບຮີ ຫຼື ຮູບຂອບຂະໜານ, ກ້ວາງ 2.5-9 ຊມ, ຍາວ 7.5-30 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບໜາ ແລະ ແຂງຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວປົນສີນ້ຳເງິນ, ຜິວລຽບທັງສອງດ້ານ, ໃບແກ່ສີນ້ຳຕານ. ກ້ານໃບຍາວ 1-1.5 ຊມ, ມີຂົນສັ້ນປົກຄຸມ, ບໍ່ຫູໃບ. ຊໍ່ດອກແບບແຕກແໜ່ງ, ອອກບໍລິເວນງ່າມໃບ ຫຼື ປາຍກິ່ງ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ, ສີຂຽວປົນສີຂາວ. ກີບລວມມີ 2 ຊັ້ນ, ຊັ້ນນອກມີ 3 ກີບ, ລັກສະນະຄ້າຍກາບດອກ, ຊັ້ນໃນມີ 3 ກີບ, ໂຄນເຊື່ອມຕິດກັນ. ໝາກມີເນື້ອ, ຮູບກົມ ຫຼື ຮູບຮີ, ກ້ວາງ 0.6-1 ຊມ, ຍາວ 1-1.5 ຊມ, ມີພາກສ່ວນຂອງກີບລວມຕິດຈົນເປັນໝາກ, ໝາກອ່ອນມີສີຂຽວເຂັ້ມ, ມີຈຸດສີເຫຼືອງກະຈາຍຢູ່ທົ່ວ, ໝາກແກ່ສີມ່ວງປົນສີດຳ. ແກ່ນມີ 1 ແກ່ນ, ຂະໜາດໃຫຍ່.

ບັນຍາຍການນຳໃຊ້

ສັບພະຄຸນ:

    ຮາກ: ຕົ້ມແກ້ໄຂ້, ຕົ້ນດື່ມແກ້ເຈັບຫຼັງເຈັບແອວ, ຕົ້ມໃຫ້ແມ່ຍິງຫຼັງເກີດລູກ ແລະ ຫຼຸດໄຂ້ຫຼັງເກີດລູກ.
    ເປືອກ: ມີກິ່ນຫອມຫວານຊ່ວຍບຳລຸງຈິດ, ບຳລຸງຫົວໃຈ, ແກ້ອາການອ່ອນເພຍເຮັດໃຫ້ມີກຳລັງ, ຂັບລົມ, ນຳມາເຮັດເປັນຜົງແກ້ພະຍາດໜອງໃນ, ຂັບນ້ຳຄາວປາ, ໃຊ້ເປັນຢາດົມແກ້ເຈັບຫົວ, ປຸງຮັບປະທານບຳລຸງກຳລັງ, ແກ້ເຈັບທ້ອງບິດ, ຢາຊົງຈາກເປືອກໃຊ້ເປັນຢາຖ່າຍ, ຮັກສາອາການໄຂ້ສັນນິບາດ, ເປັນຢາບຳລຸງປະສາດ ແລະ ຊ່ວຍຈະເລີນອາຫານ.
    ຕົ້ນ ແລະ ເປືອກຕົ້ນ: ໃຊ້ແທນ cinnamon ຄ້ຽວກີນເປັນຢາແກ້ເຈັບທ້ອງ.
    ຮາກ ແລະ ໃບ: ຕົ້ມຮັບປະທານແກ້ໄຂ້ເນື່ອງຈາກການອັກເສບຂອງແມ່ທີ່ຄອດລູກໃຫມ່.
    ໃບ: ປຸງເປັນຢາຫອມແກ້ລົມວຽນຫົວ, ຈຸກສຽດ ແລະ ແໜ້ນທ້ອງ, ເປັນຢາບຳລຸງກຳລັງ, ບຳລຸງປະສາດ ແລະ ຕຳພອກເປັນຢາແກ້ປວດ rheumatism.
    ນ້ຳຢາງຈາກໃບ: ໃຊ້ທາຖອນພິດຂອງຢາງນ່ອງ.
    ແກ່ນ: ທຸບໃຫ້ແຕກແລ້ວປະສົມກັບນ້ຳເຜີ້ງໃຫ້ເດັກນ້ອຍກິນແກ້ບິດ ແລະ ແກ້ໄອ.

ຄຸນປະໂຫຍດ:

    ເປືອກ: ໃຊ້ເຮັດທູບ ແລະ ຕາກແຫ້ງແລ້ວນຳໄປຄ້ຽວກິນກັບໝາກ.
    ໃບ: ໃຊ້ຕົ້ມນ້ຳດື່ມເຮັດໃຫ້ມີລົດຊາດຫວານ.
    ເນື້ອໄມ້: ໃຊ້ເຮັດຕູ້, ຕັ່ງ ແລະ ເຮັດໄມ້ອັດ.

ການປະກອບສ່ວນ