ສົ້ມໝໍ້ດົງ /Som Mor Dong

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Canarium album (Lour.) Raeusch. / BURSERACEAE
ຊື່ພ້ອງ
Canarium album Raeusch.
Canarium album Leenh.
Canarium tonkinense Engl.
Hearnia balansae C.DC.
Pimela alba Lour.
ຊື່ອື່ນ
ລາວ: ໝາກກອກເກີ່ມ
ໄທ: ສະໝໍຈີນ ແລະ ການາ.
ອັງກິດ: Chinese Olive.
ຫວຽດນາມ: Trám trắng, Cà na, Ô lãm, Mác cợm, Mạy cưởm (Tày) ແລະ Thanh quả.
ຈີນ: 寄主植物 ແລະ 橄榄.
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດໃຫຍ່່. ລຳຕົ້ນຕັ້ງຊື່, ສູງປະມານ 30 ມ, ກິ່ງກ້ານອອກບໍລິເວນປາຍຍອດ, ຕັ້ງຊື່ຂຶ້ນກັບລຳຕົ້ນ, ມີຂົນສີນ້ຳຕານ ຫຼື ສີແດງປົກຄຸມຢ່າງໜາແໜ້ນ, ລຳຕົ້ນແກ່ເປັນຮູບທໍ່ກົມ, ຜິວລຽບ, ລຳຕົ້ນມີຢາງສີຂາວ ແລະ ທາດນ້ຳມັນ, ໜຽວ ແລະ ມີກິ່ນຫອມ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ ຫຼື ວຽນສະຫຼັບ, ອອກເປັນກຸ່ມຢູ່ບໍລິເວນປາຍກິ່ງ, ຍາວ 25-30 ຊມ. ກ້ານໃບລວມຍາວ 26-28 ຊມ. ໃບຍ່ອຍມີ 3-6 ຄູ່, ຮູບຮີ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງ 3-5 ຊມ, ຍາວ 4-8 ຊມ, ໂຄນໃບແຫຼມ ຫຼື ບ້ຽວ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບບາງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ. ຫູໃບຮູບຮີ, ປາຍແຫຼມ, ມີຂົນ, ຫຼົ່ນງ່າຍ. ຊໍ່ດອກແບບແຕກແໜ່ງ ຫຼື ຊໍ່ແບບກະຈະ, ອອກບໍລິເວນປາຍກິ່ງ. ດອກຍ່ອຍມີຈຳນວນຫຼາຍ, ສີຂຽວປົນສີເຫຼືອງ, ດອກສົມບູນເພດ ແລະ ດອກແຍກເພດໃນຕົ້ນດຽວກັນ. ກາບດອກມີ 3 ກີບ, ສີຂຽວອ່ອນ. ກີບດອກມີ 2 ຊັ້ນ, ແຕ່ລະຊັ້ນມີ 3 ກີບ, ຮູບໄຂ່, ສີຂາວ. ເກສອນເພດຜູ້ມີ 6 ອັນ, ຖົງລະອອງສີເຫຼືອງ. ເຕົ້າໄຂ່ຈັບເທິງ, ມີຂົນ. ໝາກຮູບຮີ ຫຼື ຮູບໄຂ່, ກ້ວາງ 2-2.5 ຊມ, ຍາວປະມານ 4.5 ຊມ, ຫົວຫາງມົນ, ສີຂຽວປົນສີເຫຼືອງ, ກາບດອກຕິດຈົນເປັນໝາກ. ແກ່ນມີ 3 ແກ່ນ, ມີ 6 ສັນ, ແຂງ.

ບັນຍາຍການນຳໃຊ້

ອາຫານ:
    ໝາກ: ສາມາດກິນໄດ້ເປັນໝາກໄມ້ສົດ ແລະ ດອງ ຫຼື ນຳມາປຸງແຕ່ງກິນເປັນອາຫານ.
    ໝາກ: ນຳມາປຸງແຕ່ງລົດຊາດອາຫານ
ຄຸນປະໂຫຍດ:
    ເນື້ອໄມ້: ເນື້ອໄມ້ມີລາຍສີນ້ຳຕານອ່ອນ, ຕົບແຕ່ງງ່າຍນຳມາເຮັດເຟີນະເຈີໄດ້. ນອກຈາກນີ້ຍັງໃສເປັນນ້ຳມັນສົນ ແລະ ເປັນວັດຖຸດິບສຳລັບອຸດສາຫະກຳສີ ແລະ ການພິມ.
    ແກ່ນ: ມັກຖືກນຳມາແກະສະຫຼັກເປັນຮູບພະເຈົ້າ ແລະ ໃຊ້ເປັນລູກປັດອະທິຖານ.
    ເນື້ອໄມ້ເປັນໄມ້ເນື້ອອ່ອນ, ໃຊ້ສຳລັບເປັນໄມ້ຂີດໄຟ ແລະ ກ່ອງ.
    ເນື້ອໄມ້: ໃຊ້ເປັນເຊື້ອໄຟ ຫຼື ເປັນຟືນ.
ນ້ຳມັນຫອມລະເຫີຍ:
    ນ້ຳຢາງ: ມີສານ resin ທີ່ມີກິ່ນຫອມເຊິ່ງເປັນນ້ຳມັນຫອມລະເຫີຍໄດ້.
ສັບພະຄຸນ:
    ໝາກ: ກິນແກ້ອາຫານເປັນພິດ, ແກ້ເຈັບຄໍ, ແກ້ໄອ, ຫຼົດການຂາດນ້ຳ ແລະ ຮັກສາອາການຖອກທ້ອງ ຫຼື ເຈັບທ້ອງບິດ.
    ສານ aromatic resin ທີ່ສະກັດຈາກຕົ້ນ: ໃຊ້ເຮັດສີໄດ້.
    ສານ resin : ໃຊ້ສຳລັບການວາດຮູບ.

ການປະກອບສ່ວນ