ຕົ້ນຂີ້ໝູ / Purple Millettia

ການນຳໃຊ້
ພະລັງງານ
ອາຫານ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Adinobotrys atropurpureus (Wall.) Dunn / PAPILIONACEAE
ຊື່ພ້ອງ
Callerya atropurpurea (Wall.) Schot
Callerya atropurpurea var. pubescens (Craib) P.K.Lôc
Millettia atropurpurea (Wall.) Benth.
Millettia paniculata Miq.
Padbruggea pubescens Craib
Phaseoloides atropurpureum (Wall.) Kuntze
Pongamia atropurpurea Wall.
Pongamia glandulosa Griff.
Robinia megasperma W.Hunter
Whitfordiodendron atropurpureum (Wall.) Dunn
Whitfordiodendron pubescens (Craib) Burkill
ຊື່ອື່ນ
ໄທ: ແຊະ, ກາແຊະ, ພຸງໝູ ແລະ ຍີນິເກະ.
ອັງກິດ: Purple Millettia.
ຫວຽດນາມ: Mát tím sẫm ແລະ Thàn mát tía.
ຈີນ: 暗紫鸡血树.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ, ຂຽວຕະຫຼອດປີ. ລຳຕົ້ນຕັ້ງຊື່, ສູງປະມານ 20 ມ, ກິ່ງງ່າກົມ, ຜິວກ້ຽງ, ປາຍຍອດເປັນຟຸ່ມໜາ, ເປືອກລຽບ, ສີເທົາປົນສີຂຽວ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ, ຍາວ 20-35 ຊມ. ໃບຍ່ອຍມີ 3-5 ຄູ່, ອອກຮຽງກົງກັນຂ້າມກັນ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 3-8 ຊມ, ຍາວ 8-18 ຊມ, ໂຄນໃບມົນ ຫຼື ບ້ຽວ, ຂອບລຽບ, ປາຍແຫຼມ. ຊໍ່ດອກແບບແຕກແໜ່ງ, ອອກຕາມປາຍກິ່ງ, ຍາວ 10-20 ຊມ. ໃບປະດັບ ແລະ ໃບປະດັບຍ່ອຍຂະໜາດນ້ອຍ, ຍາວ 1-2 ມມ, ໃບປະດັບຍ່ອຍຕິດທົນ. ດອກຍ່ອຍມີຈຳນວນຫຼາຍ, ຍາວປະມານ 2 ຊມ, ສີບົວ ຫຼື ສີມ່ວງເຂັ້ມ, ກິ່ນຫອມ. ກາບດອກຮູບລະຄັງບ້ຽວ, ຍາວປະມານ 0.5 ຊມ, ປາຍແຍກເປັນແສກນ້ອຍ, ຂະໜາດບໍ່ເທົ່າກັນ, ມີຂົນເປັນມັນເງົາທັງສອງດ້ານ. ກີບດອກປະກອບມີກີບກາງ ແລະ ກີບລຸ່ມ, ກີບກາງຮູບຮີ ຫຼື ຮູບເກືອບກົມ, ຍາວ 1-1.5 ຊມ, ມີແຖບສີຫເຫຼືອງກາງດ້ານໃນ, ກີບຄູ່ລຸ່ມຮູບໄຂ່ປີ້ນ, ຍາວ 1-1.4 ຊມ. ໝາກເປັນຝັກ, ຮູບຮີ ຫຼື ຮູບໄຂ່ປີ້ນ, ແປ, ຍາວ 7.5-15 ຊມ, ສີບົວ ຫຼື ສີມ່ວງເຂັ້ມ. ແກ່ນມີ 1-2 ແກ່ນ, ຍາວ 3-4 ຊມ, ໜາ 2-2.5 ຊມ.

ບັນຍາຍການນຳໃຊ້

ອາຫານ:
    ໃບອ່ອນ: ສາມາດກິນໄດ້.
    ໝາກ: ສາມາດນຳມາປຸງເປັນອາຫານໄດ້ຄືໝາກຖົ່ວ.
ສິ່ງປຸກສ້າງ:
    ເນື້ອໄມ້: ມີສີນ້ຳຕານອ່ອນ, ມີນ້ຳໜັກຫຼາຍເໝາະສຳລັບງານກໍ່ສ້າງຂະໜາດກາງ, ເຟີນິເຈີ່ ແລະ ການແກະສະຫຼັກ.
ພືດປະດັບ: ເນື່ອງຈາກດອກມີຄວາມສວຍງາມແລະ ມີກິ່ນຫອມຈຶ່ງນິຍົມນຳມາເປັນພືດປະດັບໄດ້.
ພະລັງງານ: ເນື້ອໄມ້ສາມາດນຳມາເປັນເຊື້ອໄຟໄດ້ດີ.
ຄຸນປະໂຫຍດ:
    ຮາກ ແລະ ກິ່ງ: ມີສານ rotenone ເຊິ່ງເປັນສານຜິດໃນຢາຂ້າແມງໄມ້.
    ລຳຕົ້ນ: ມີສານເຣຊິນ (resin) ທີ່ໃຫ້ສີແດງ.

ການປະກອບສ່ວນ