ດອກຟອນ / Dok fone

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Buddleja asiatica Lour. / BUDDLEJACEAE
ຊື່ພ້ອງ
Buddleja acuminatissima Blume
Buddleja amentacea Kraenzl.
Buddleja arfakensis Kaneh. & Hatus.
Buddleja asiatica var. brevicuspe Koord.
Buddleja asiatica var. densiflora Koord.
Buddleja asiatica var. densiflora (Blume) Koord. & Valeton
Buddleja asiatica var. salicina Koord.
Buddleja asiatica var. salicina (Lam.) Koord. & Valeton
Buddleja asiatica var. sundaica Koord.
Buddleja asiatica var. sundaica (Blume) Koord. & Valeton
Buddleja densiflora Blume
Buddleja discolor Roth
Buddleja neemda Buch.-Ham. ex Roxb.
Buddleja neemda var. philippensis Cham. & Schltdl.
Buddleja salicina Lam.
Buddleja serrulata Roth
Buddleja subserrata Buch.-Ham. ex D.Don
Buddleja sundaica Blume
Buddleja virgata Blanco
Vitex esquirolii H.Lév.
ຊື່ອື່ນ
ລາວ: ດອກຟອນ ແລະ ດອກກຽນ.
ໄທ: ລາຊາວະດີປ່າ, ກ້ຽງພາໄຫຼ, ໄຄ້ຫາງໝາ, ດອກຟູ, ຫຍ້ານ້ຳແປ້ງ, ຫົວເຖື່ອນ, ໄຄ້ບົກ, ດອກດ້າຍນ້ຳ, ປວກນ້ຳ, ດອກດ້າຍຫາງໝາ ແລະ ຟອນ.
ສາມັນ: Bonsini, Agiachita, Posutia, Bonchin, White Butterfly Bush, Nuneheru-arong, Markong-abang, Karukattaan, White Butterfly Bush ແລະ Khundamora.
ຈີນ: 白背楓 ແລະ 駁骨丹.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ຂຽວຕະຫຼອດປີ. ລຳຕົ້ນສູງໄດ້ຮອດ 35 ມ, ແຕກກິ່ງຈຳນວນຫຼາຍ, ບໍລິເວນໂຄນໃບ, ເປືອກມີຮອຍແຕກຕາມລວງຍາວ, ສີນ້ຳຕານປົນສີແດງ. ໃບດຽວ, ອອກກົງກັນຂ້າມກັນ, ຮູບຂອບຂະໜານ ຫຼື ຮູບຫອກ, ກວ້າງ 1-3 ຊມ, ຍາວ 10-20 ຊມ, ໂຄນໃບແຫຼມ ຫຼື ຮູບຫຼິ້ມ, ຂອບລຽບ ຫຼື ເປັນວັກຕື້ນ, ປາຍໃບຍາວເປັນຫາງ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບ, ຜິວໃບດ້ານລຸ່ມສີຂຽວອ່ອນ ຫຼື ສີເທົາ, ມີຂົນຮູບດາວ. ຊໍ່ດອກແບບຮວງເຂົ້າ, ອອກບໍລິເວນປາຍກິ່ງ, ຍາວ 10-15 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຍາວປະມານ 1 ມມ. ກາບດອກໂຄນເຊື່ອມຕິດກັນ, ປາຍແຍກເປັນ 4-5 ແສກ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 0.4-0.8 ຊມ, ປາຍແຍກອອກເປັນ 4 ແສກ. ເກສອນເພດຜູ້ມີ 4 ອັນ. ໝາກແຫ້ງ, ລັກສະຄືແຄບຊູນ, ມີເສັ້ນຜ່າສູນກາງປະມານ 0.5 ຊມ, ໝາກແຫ້ງແລ້ວແຕກອອກເປັນ 2 ສ່ວນ.

ບັນຍາຍການນຳໃຊ້

ອາຫານ:
    ດອກ: ບາງຄັ້ງນຳມາປຸ່ງແຕ່ງອາຫານ ແລະ ນຳມາເປັນເຄື່ອງປຸງກິ່່ນອາຫານ.
    ສີເຫຼືອງ: ທີ່ໄດ້ຈາກດອກໃຊ້ສຳລັບປ່ຽນສີເຂົ້າ.
ສັບພະຄຸນ:
    ລຳຕົ້ນ ແລະ ຮາກ: ໃຊ້ປະສົມກັບສະໝູນໄພອື່ນຕົ້ມດື່ມແກ້ໄຂ້
ຄຸນປະໂຫຍດ:
    ຮາກ: ນຳມາຕາກແດດໃຫ້ແຫ້ງ ແລະ ບົດເປັນຜົງເພື່ອໃຊ້ໃນການໝັກເຮັດເຫຼົ້າ.
    ລຳຕົ້ນ: ເຮັດໃຫ້ລຸລູກໄດ້.
    ດອກ: ໃຫ້ກິ່ນຫອມ.
    ເນື້ອໄມ້ແຂງ ແລະ ໜຽວປານກາງ, ສາມາດນຳມາເຮັດໄມ້ຄ້ຳໄດ້ ແລະ ຍັງສາມາດາຳມາໃຊ້ເປັນເຊື້ອໄຟໄດ້.
ນ້ຳມັນຫອມລະເຫີຍ: ສາມາດນຳມາສະກັດນ້ຳມັນຫອມລະເຫີຍເພື່ອໃຊ້ໃນການປຸງແຕ່ງກິ່ນນ້ຳຫອມ.

ການປະກອບສ່ວນ