ຕົ້ນເໝືອດໂຄກ / Ton Muat Khok

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Aporosa villosa (Lindl.) Baill. / EUPHORBIACEAE
ຊື່ພ້ອງ
Aporosa sphaerosperma Gagnep.
Aporosa sphaerosperma var. cordata Gagnep.
Lepidostachys villosa Wall.
Scepa villosa Lindl.
ຊື່ອື່ນ
ໄທ: ຕົ້ນໂລດ, ຕົ້ນກົມ, ດ່າງ, ດ່າງພົງ, ຕີນຄີນ, ປ່າດົງຂໍ້, ພຶງ, ເໝືອດຄວາຍ, ເໝືອດຕົບ, ເໝືອດໂລດ ແລະ ເໝືອດຫຼວງ.
ຫວຽດນາມ: Tai nghé lông, Thầu tấu lông ແລະ Ngăm lông.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ. ລຳຕົ້ນຕັ້ງຊື່, ສູງ 8-10 ມ, ເປືອກມີຮອຍແຕກເລິກ, ໜາ, ຍອດອ່ອນ ແລະ ກິ່ງອ່ອນມີຂົນສີນ້ຳຕານກະຈາຍຢ່າງໜາແໜ້ນ. ໃບດ່ຽວ, ຈັບວຽນສະຫຼັບ ຫຼື ຈັບຮຽງສະຫຼັບແຜ່ນພຽງດຽວກັນ, ຮູບຂອບຂະໜານ, ຮູບໄຂ່ປີ້ນ ຫຼື ຮູບຮີ, ກ້ວາງ 6-10 ຊມ, ຍາວ 10-16 ຊມ, ຂອບໃບມົນ ຫຼື ແຫຼມ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍໂຄ້ງວ້ຳ, ແຜ່ນໃບໜາ, ຜິວໃບດ້ານເທິງກ້ຽງ ຫຼື ມີຂົນກະຈາຍຕາມເສັ້ນກ່າງກາງໃບ, ຜິວໃບດ້ານລຸ່ມມີຂົນສີນ້ຳຕານປົນສີເຫຼືອງ. ກ້ານໃບຍາວ 1.2-2.2 ຊມ, ມົນຂົນສີນ້ຳຕານປົນເຫຼືອງ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ, ດອກແຍກເພດຕ່າງຕົ້ນກັນ. ດອກເພດຜູ້ມີຂະໜາດນ້ອຍ, ອອກຕິດກັນເປັນແທ່ງ, ຍາວ 2-4 ຊມ. ໃບປະດັບດອກຮູບໄຂ່, ປາຍແຫຼມ, ດ້ານນອກ ແລະ ຂອບມີຂົນ. ກາບດອກເຊື່ອມຕິດກັນປາຍແຍກເປັນ 3-6 ແສກ, ບໍ່ມີກີບດອກ. ເກສອນເພດຜູ້ມີ 2 ອັນ, ຖົງລະອອງແຕກຕາມລວງຍາວ. ດອກເພດແມ່ອອກເປັນແທ່ງດຽວ, ເຕົ້າໄຂ່ມີ 1 ຫ້ອງ, ມີ 2 ເມັດໄຂ່, ມີຂົນສີນ້ຳຕານປົນສີເຫຼືອງ, ປາຍຮວງຮັບແຍກອອກເປັນ 2 ແສກ. ໝາກຮູບໄຂ່, ກວ້າງປະມານ 7 ມມ, ຍາວປະມານ 10 ມມ, ປາຍຕິ່ງແຫຼມ, ມີຂົນສີນ້ຳຕານປົນສີເຫຼືອງກະຈາຍຢ່າງໜາແໜ້ນ, ໝາກສຸກເປັນສີສົ້ມ. ແກ່ນມີ 1 ແກ່່ນ, ອີກ 1 ແກ່ນເປັນໝັນ.

ບັນຍາຍການນຳໃຊ້

ອາຫານ:
    ໝາກສຸກ: ສາມາດກິນເປັນໝາກໄມ້ໄດ້.
ສິ່ງປຸກສ້າງ:
    ເນື້ອໄມ້: ໃຊ້ສ້າງທີ່ຢູ່ອາໃສຖາວອນໄດ້.
    ກິ່ງໄມ້: ໃຊ້ເຮັດຟືນ.
ສັບພະຄຸນ:
    ເນື້ອໄມ້: ໃຊ້ເຮັດເຄື່ອງໜື້ງເຂົ້້າ ແລະ ເຄື່ອງມືຄົນເຂົ້າເພາະເປັນຢາແກ້ພິດ.

ການປະກອບສ່ວນ