ຕົ້ນເໝົ້າເຫຼັກ / Mao Lek
APA 6th ed. ຕົ້ນເໝົ້າເຫຼັກ / Mao Lek. (2021, May 14). Retrieved from https://www.phakhaolao.la/kb/0001150
MLA 8th ed. ຕົ້ນເໝົ້າເຫຼັກ / Mao Lek. Pha Khao Lao, 14 May 2021, https://www.phakhaolao.la/kb/0001150.
Chicago 17th ed. Pha Khao Lao. 2021. "ຕົ້ນເໝົ້າເຫຼັກ / Mao Lek." Published May 14, 2021. https://www.phakhaolao.la/kb/0001150.
Antidesma molle Wall. ex Müll.Arg.
Antidesma roxburghii Wall. ex Tul.
Antidesma tomentosum (Roxb.) Voigt
Antidesma tomentosum Miq.
Antidesma velutinosum var. lancifolium Hook.f.
Stilago tomentosa Roxb.
ໄທ: ໝາກເມົ່າຄວາຍ, ເມົ່າເຂົາ, ເມົ່າຫີນ, ເມົ່າເຫຼັກ ແລະ ສົ້ມເມົ່າຂົນ
ຊື່ຫວຽດ: Chòi mòi nhung ແລະ Chòi mòi lông dài
ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນ. ລຳຕົ້ນສູງປະມານ 15 ມ, ກິ່ງອ່ອນມີສີຂົນອ່ອນນຸ້ມ, ສີນ້ຳຕານ. ຫູໃບຮູບຫອກ, ຮຽວຍາວ, ຕິດທົນ, ມີຂົນ. ໃບດ່ຽວ, ຈັບຮຽງສະຫຼັບໃນແຜ່ນພຽງດ່ຽວ, ຮູບຂອບຂະໜານ ຫຼື ຮູບຮີ, ກ້ວາງ 3-8 ຊມ, ຍາວ 10-25 ຊມ, ໂຄນໃບຮຽວແຫຼມ ຫຼື ມົນ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງມີຂົນກະຈາຍຢູ່ຫ່າງໆ, ຜິວໃບດ້ານລຸ່ມມີຂົນອ່ອນນຸ້ມກະຈາຍຢູ່ທົ່ວ, ສີນ້ຳເງິນ ຫຼື ສີເຫຼືອງອ່ອນ. ກ້ານໃບມີຂົນສີນ້ຳຕານອ່ອນ, ຍາວ 0.2-0.5 ຊມ. ຊໍ່ດອກແຍກເພດ. ຊໍ່ດອກເພດຜູ້ຍາວ 5-10 ຊມ, ອອກຕາມງ່າມໃບ. ດອກຍ່ອຍມີຂະໜາດນ້ອຍ. ກາບດອກມີ 5-7 ກາບ, ມີຂົນດ້ານນອກ. ເກສອນເພດຜູ້ມີ 4-8 ອັນ, ຍາວ 1.5-2 ມມ. ເຕົ້າໄຂ່ເປັນໝັນ, ຮູບຊົງກະບອກຫຼື ຮູບກົມ, ມີ 3 ພູ. ຊໍ່ດອກເພດແມ່ຍາວ 3-13 ຊມ, ອອກບໍລິເວນປາຍກິ່ງ. ດອກຍ່ອຍຂະໜາດນ້ອຍ. ກາບດອກມີ 5-8 ກີບ, ແຍກກັນ, ມີຂົນ. ເຕົ້ົາໄຂ່ຮູບກົມ, ຄໍເຕົ້າໄຂ່ໜາ, ມີຂົນ, ປາຍຮວງຮັບແຍກເປັນ 3-5 ແສກ. ຊໍ່ໝາກຍາວ 6-15 ຊມ, ໝາກສົດຮູບຮີບ້ຽວ, ກ້ວາງ 4-6 ມມ, ຍາວ 4-7 ມມ. ແກ່ນມີ 1-2 ແກ່ນ.
ອາຫານ:
- ໝາກ: ໝາກສຸກສາມາດກິນໄດ້ ແລະ ເປັນອາຫານຂອງນົກ ແລະ ສັດປ່າ