ກ່ວມຂາວ

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Acer laurinum Hassk. / ACERACEAE
ຊື່ພ້ອງ
Acer cassiifolium Blume
Acer chionophyllum Merr.
Acer curranii Merr.
Acer decandrum Merr.
Acer javanicum Jungh.
Acer laurinum subsp. decandrum (Merr.) A.E.Murray
Acer laurinum var. petelotii Phamhoang, Ho
Acer macropterum T.Z. Hsu & H. Sun
Acer niveum Blume
Acer niveum f. cassiifolium (Blume) Schwer.
Acer niveum var. cassiifolium (Blume) Miq.
Acer niveum f. laurinum (Hassk.) Schwer.
Acer philippinum Merr.
Acer pinnatinervium Merr.
ຊື່ອື່ນ
ໄທ: ກ່ວມຂາວ ແລະ ກ່ວມ.
ຈີນ: 十蕊枫.
ອັງກິດ: Mota-bhe, Indonesian Maple ແລະ Nabar.
ຫວຽດ: Tích thụ lá nguyệt quế, Tích thụ mười nhị, thích mười nhị ແລະ prai co.
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ. ລຳຕົ້ນສູງປະມານ 30 ມ, ຜິວສີນ້ຳຕານ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບຫອກ ຫຼື ຮູບຮີກວ້າງ, ກວ້າງ 2.5-7 ຊມ, ຍາວ 6.5-15 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ຜິວລຽບ, ໃບອ່ອນມີສີແດງເຂັ້ມ ແລະ ຄ່ອຍໆຈ່າງຫາຍປ່ຽນເປັນສີຂຽວເມື່ອຂະຫຍາຍໃຫຍ່ຂຶ້ນ. ກ້ານໃບຍາວ 2.5-5 ຊມ. ຊໍ່ດອກແຍກເພດ, ຊໍ່ແບບແຕກແໜງ, ອອກຕາມງ່າມໃບ, ຍາວ 2-10 ຊມ. ດອກຍ່ອຍຈຳນວນຫຼາຍ, ສີຂຽວ, ສີເຫຼືອງ ຫຼື ສີມ່ວງ. ກາບດອກ ແລະ ກີບດອກມີແນວລະ 5 ກີບ, ຮູບຫອກ, ຍາວ 1.5-3 ຊມ, ກາບ ແລະ ກີບດອກມີລັກສະນະຄ້າຍກັນ. ເກສອນເພດຜູ້ມີ 8 ອັນ, ກ້ານສູຖົງລະອອງຍາວ 2.5-3 ມມ, ຖົງລະອອງຂ້ອນຂ້າງກົມ ຫຼື ຮູບໄຂ່, ຍາວ 0.5-0.75 ມມ, ມີຂົນກະຈາຍຢູ່ທົ່ວເກສອນເພດຜູ້. ເຕົ້າໄຂ່ມີຂົນ, ປາຍຮວງຮັບຍາວ 1-1.5 ມມ. ໝາກແຫ້ງ, ກວ້າງ 1.2-2.3 ຊມ, ຍາວ 4-7 ຊມ, ມີປີກ. ແກ່ນຮູບໄຂ່, ກວ້າງ 5-6 ມມ, ຍາວ 8-11 ມມ,ຜິວຫຍາບ, ມີຂົນ.

ບັນຍາຍການນຳໃຊ້

ອາຫານ:
    ຍອດອ່ອນ: ຖືກນຳມາກິນເປັນຜັກສົດ ຫຼື ໃສ່ແກງແຄຕ່າງໆ.
ຄຸນປະໂຫຍດ:
    ເນື້ອໄມ້: ສາມາດນຳໄປເຮັດເຟີນິເຈີ, ເຄື່ອງໃຊ້ຊອຍ ແລະ ເຄື່ອງດົນຕີໄດ້.

    ການປະກອບສ່ວນ