ຫົວສາມສິບຜາ / Hua Samsip Pha

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Stemona fimbritepala Rakarcha, Pongamornkul & Thammar. / Stemonaceae
ຊື່ພ້ອງ
ຊື່ອື່ນ
ລາວ: ຫົວສາມສິບ ແລະ ມັນປ່າ
ໄທ: ໜອນຕາຍຍາກ ແລະ ກະພຽດ
ຈີນ: 百部, 九重根, 大百部, 對葉白部, 山百部 ແລະ 藥風草
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກຫຼາຍປີ, ມີເຫງົ້າໃຕ້ດິນ. ລຳຕົ້ນເປັນເຄືອຍາວປະມານ 1 ແມັດ, ເມື່ອຍັງອ່ອນຈະມີຂົນ, ເມື່ອແກ່ຂົນຈະຫາຍໄປ. ໃບດ່ຽວ, ຈັບຮຽງສະລັບ, ກ້ານໃບຍາວຍາວ 3.2 ຊັງຕິແມັດ, ແຜ່ນໃບຮູບໄຂ່, ຂະໜາດ 6–16.5 × 2.5–6 ຊັງຕິແມັດ, ດ້ານເທີງກ້ຽງ, ດ້ານລຸ່ມມີຂົນ, ເສັ້ນໃບແບບຝາມືຈາກໂຄນ 9 ເສັ້ນ. ຊໍ່ດອກອອກຈາກງ່າມໃບ, ກ້ານດອກຍາວ 15 ມີນລີແມັດ, ມີຂົນ, ກີບດອກ 4 ກີບ, ຮູບຫອກ, ຂະໜາດ 13–20 × 2.5–7 ຊັງຕິແມັດ, ມີເສັ້ນ 7-9 ເສັ້ນ, ກ້ຽງ.  ເກສອນຜູ້ 4 ອັນ, ສີນ້ຳຕານແດງ. ເຕົ້າໄຂ່ຈັບເທີງ, ຮູບໄຂ່ 1 × 0.5 ມີນລີແມັດ. ໝາກຮູບຮີ 18 × 10 ມີນລີແມັດ, ກ້ຽງ. ແກ່ນ 3–4, ຮູບຮີ, ຂະໜາດ 5–7.5 × 4.5–6 ມີນລີແມັດ, ເຈ້ຍຫຸ້ມແບບນີ້ວມື.

ບັນຍາຍການນຳໃຊ້

ສັບພະຄຸນ:
    ຮາກ: ຕົ້ມດື່ມຊ່ວຍຂັບຖ່າຍພະຍາດຕົວຈີດ, ຄັ້ນນ້ຳພອກແກ້ຫິດ ຫຼື ເຫົາ, ປຸງເປັນຢາຮັັບປະທານແກ້ພະຍາດຜິວໜັງ, ຜື່ນຄັນ, ແກ້ນ້ຳເຫຼືອງເສຍ, ແກ້ໄອ, ຂັບເສມຫະ, ນຳມາຕົ້ມຮົ່ມເຮັດໃຫ້ຫົວລິດຊິດວງແຫ້ງ, ພອກທາແກ້ພະຍາດຜິວໜັງ, ຮັກສາພະຍາດພາຍໃນ, ຮັກສາມະເຮັງຕັບ
    ເຄືອ: ທຸບໃຫ້ລະອຽດໃສ່ກັບນ້ຳມັນໝາກພ້າວໃຊ້ຮັກສາແຜ.
ຄຸນປະໂຫຍດ:
    ຮາກ: ຕຳລະອຽດແຊ່ກັບນ້ຳມັນໝາກພ້າວສີດຂ້າແມງໄມ້, ຮາກສົດທັບໃສ່ໄຫປາແດກຂ້າໜອນ, ໃຊ້ກຳຈັດຂີ້ກະຕອດ ແລະ ນຳມາຕຳຄັ້ນເອົານ້ຳຮັກສາແຜງົວຄວາຍທີ່ມີໜອນ.
    ເຄືອ: ທຸບໃຫ້ລະອຽດຟອກລ້າງຜົມຂ້າເຫົາ ແລະ ໜອນ.

ການປະກອບສ່ວນ