ກ້ານຖິ່ນແດງ / Shrubby Baeckea

ການນຳໃຊ້
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Baeckea frutescens L. / Myrtaceae
ຊື່ພ້ອງ
Baeckea chinensis Gaertn.
Baeckea cochinchinensis Blume
Baeckea cumingiana Schauer
Baeckea ericoides Schltdl.
Baeckea frutescens var. brachyphylla Merr. & L.M.Perry
Baeckea sinensis Gaertn.
Baeckea stenophylla F.Muell.
Baeckea sumatrana Blume
Cedrela rosmarinus Lour.
Drosodendron rosmarinus (Lour.) M.Roem.
Neuhofia rosmarinifolia Stokes
ຊື່ອື່ນ
ລາວ: ກ້ານຖິ່ນແດງ ແລະ ສ້ຽວນ້ອຍ
ໄທ: ສົນຊາຍ, ສ້ຽວນ້ອຍ, ສົນຫອມ, ກ້ານຖິ່ນແດງ, ສົນນາ, ສົນສ້ອຍ ແລະ ສົນເທດ
ຈີນ: 岗松
ຫວຽດນາມ: Choori xueer, choorI ser ແລະ thanh hao
ອັງກິດ: False ru ແລະ shrubby baeckea
ອິນໂດເນເຊຍ: Junjung atap, jung rabab ແລະ jhung rahab
ກຳປູເຈຍ: Moreck ansai
ມາເລຍເຊຍ: Chuchur atap, cucuran atap, hujong atap, China maki, da eng, daun chuchor atap, rempah gunong, Timor tasek ແລະ ujan atap
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ. ລຳຕົ້ນສູງ 1-1.5 ມ, ລຳຕົ້ນແຕກກິ່ງກ້ານສາຈຳນວນຫຼາຍ, ແຕກກິ່ງກ້ານສາຂາຫຼາຍ, ກິ່ງໂກ້ງລົງ, ຮຽວຍາວ, ກິ່ງມີສີນ້ຳຕານອ່ອນ, ເປືອກແຕກເປັນຂຸຍ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບເຂັມ, ກ້ວາງ 1-2 ມມ, ຍາວປະມານ 8 ມມ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ, ມີກິ່ນຫອມ. ກ້ານໃບສັ້ນໆ. ຊໍ່ດອກສັ້ນ, ອອກຕາມງ່າມໃບ. ດອກຍ່ອຍມີ 2-3 ດອກ, ດອກຂະໜາດນ້ອຍ. ກາບດອກເຊື່ອມຕິດກັນເປັນຮູບຖ້ວຍ, ປາຍແຍກອອກເປັນ 5 ແສກ, ຮູບຖ້ວຍ, ຍາວປະມານ 3 ມມ, ປາຍມົນ, ສີຂຽວ. ກີບດອກມີ 5 ກີບ, ຮູບໄຂ່ ຫຼື ຮູບກົມ, ຍາວປະມານ 2 ມມ, ສີຂຽວ. ເກສອນຜູ້ມີ 8-10 ອັນ, ຈັບຢູ່ໂຄນກີບດອກ. ເຕົ້າໄຂ່ຮູບໄຂ່່, ຍາວ 1-1.5 ມມ. ໝາກຮູບຖ້ວຍ, ມີຂະໜາດປະມານ 1.5 ມມ, ກາບດອກ ແລະ ເຕົ້າໄຂ່ຕິດທົນ, ສີນ້ຳຕານ, ໝາກແຫ້ງແລ້ວແຕກກາງ. ແກ່ນມີຈຳນວນຫຼາຍ, ຮູບໝາກໄຂ່ຫຼັງ, ມີຂະໜາດປະມານ 0.5 ມມ.

ບັນຍາຍການນຳໃຊ້

ສັບພະຄຸນ:

  • ລຳຕົ້ນ: ຕົ້ມດື່ມແກ້ໜ້າມືດ, ວຽນຫົວ, ແກ້ເຈັບຫຼັງ, ເຈັບແອວ ແລະ ຊ່ວຍຂັບປັດສະວະ.
  • ໃບ: ຕົ້ມດື່ມຊ່ວຍຂັບລົມ, ບຳລຸງທາດ, ບຳລຸງຫົວໃຈ, ໃຊ້ຊົງເປັນຊາດື່ມແກ້ໄຂ້ ແລະ ແກ້ເມື່ອຍຕາມຮ່າງກາຍ.
  • ທັງຕົ້ນ: ຕົ້ມດື່ມຂັບປັດສະວະ ແລະ ໃຊ້ໃນການຢູ່ໄຟຂອງແມ່ຢູ່ກຳ

ນ້ຳມັນຫອມລະເຫີຍ: 

  • ນ້ຳມັນທີ່ໄດ້ຈາກການກັ່ນ: ມີສີເຫຼືອງອ່ອນ ແລະ ກິ່ນຫອມຄ້າຍລາເວັນເດີເປັນນ້ຳມັນຫອມລະເຫີຍທີ່ໃຊ້ເຮັດນ້ຳຫອມໄດ້.
ການປະກອບສ່ວນ