ຜັກຫວານດົງ / Phak Warn Dong

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cansjera rheedi J.F.Gmel. / Opiliaceae
ຊື່ພ້ອງ
Cansjera lanceolata Benth.
Cansjera malabarica Lam.
Cansjera monostachya M.Roem.
Cansjera polystachya (Willd.) M.Roem.
Cansjera scandens Roxb.
Cansjera zizyphifolia Griff.
Opilia amentacea Wall.
ຊື່ອື່ນ
ໄທ: ຜັກຫວານດົງ, ນາງຊຸ່ມ, ໝາກນາວປ່າ, ຕາໄກ່ຫີນ, ເຄືອເດືອຍໄກ່, ນົມສາວ, ນາງຈອງ, ເໝີດຄົນ ແລະ ນາງຈຸ່ມ
ອັງກິດ: Rheed's False Olive
ຈີນ: 山柑藤
ບັນຍາຍລັກສະນະພືດສາດ

ລຳຕົ້ນຈັດເປັນໄມ້ຟຸ່ມ, ສູງປະມານ 8 ມ, ເນື້ອໄມ້ແຂງ, ແຕກກິ່ງກ້ານຈຳນວນຫຼາຍ, ລຳຕົ້ນ ແລະ ກິ່ງອ່ອນສີຂຽວ, ມີຂົນອ່ອນນຸ້ມປົກຄຸມຢ່າງໜາແໜ້ນ, ເປືອກນອກມີສີນ້ຳຕານອ່ອນ, ມີໜາມເກີດຂຶ້ນທົ່ວລຳຕົ້ນເປັນຈຳນວນຫຼາຍ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່, ຮູບຮີ ຫຼື ຮູບຫອກ, ກ້ວາງ 1.5-5 ຊມ, ຍາວ 3-13 ຊມ, ໂຄນໃບຕັດ ຫຼື ມົນ, ຂອບເປັນຄື້ນ, ປາຍຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວດ້ານເທິງລຽບມັນ, ຜິວໃບດ້ານລຸ່ມມີຂົນເລັກນ້ອຍ. ກ້ານໃບຍາວ 3-5 ມມ, ມີຂົນກະຈາຍຢ່າງໜາແໜ້ນ. ຊໍ່ດອກແບບຮວງເຂົ້າ, ອອກຕາມງ່າມໃບ 1-4 ຊໍ່, ຍາວ 1.3-4 ຊມ, ສີເຫຼືອງປົນຂຽວ. ກ້ານຊໍ່ດອກ 1-3 ຊມ, ມີຂົນຂຶ້ນປົກຄຸມຢ່າງໜາແໜ້ນ. ດອກຍ່ອຍມີ 8-16 ດອກ, ດອກສົມບູນເພດ, ມີຂະໜາດນ້ອຍ, ຕິດຕາມກ້ານຊໍ່ດອກ, ບໍ່ມີກ້ານດອກ. ໃບປະດັບດອກມີ 1 ອັນ, ຮູບສາມຫຼ່ຽມ, ຍາວປະມານ 1 ມມ, ປາຍແຫຼມ, ມີຂົນ. ກີບລວມເຊື່ອມຕິດກັນເປັນຮູບໂຖ, ກ້ວາງ 2-2.5 ມມ, ຍາວ 2.5-4.5 ມມ, ປາຍແຍກອອກເປັນ 4-5 ກີບ, ຍາວປະມານ 1 ມມ, ຂອບລຽບ, ປາຍແຫຼມ, ສີຂຽວປົນເຫຼືອງ, ຜິວນອກມີຂົນ, ຜິວດ້ານລຽບ. ເກສອນເພດຜູ້ມີ 4 ອັນ, ອອກລະຫວ່າງແສກກີບດອກ, ຍາວ 2.5-3 ມມ, ຖົງລະອອງມີ 2 ພູຂະໜາດນ້ອຍ, ສີຂາວປົນເຫຼືອງ, ແຕກຕາມລວງຍາວ. ເຕົ້າໄຂ່ຈັບເທິງ, ຮູບຮີ, ມີ 1 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່, ກ້ວາງປະມານ 0.5 ມມ, ຍາວ 1.5-2.5 ມມ, ສີຂຽວປົນເຫຼືອງ, ປາຍຮວງຮັບຍາວປະມານ 1 ມມ, ປາຍຮວງຮັບແຍກອອກເປັນ 4 ແສກ. ໝາກຮູບກົມ ຫຼື ຮູບຮີ, ກ້ວາງ 1.5-2.5 ຊມ, ຍາວ 1-1.3 ຊມ, ຜິວຂຸຂັງ, ໝາກອ່ອນສີຂຽວ, ໝາກແກ່ສີແດງສົ້ມ, ກີບລວມ ແລະ ປາຍຮວງຮັບຕິດທົນ. ກ້ານໝາກຍາວ 2-5 ຊມ, ມີຂົນປົກຄຸມຢ່າງໜາແໜ້ນ. ແກ່ນມີ 1 ແກ່ນ, ຮູບໄຂ່, ຮູບຮີ ຫຼື ຮູບກົມ, ກ້ວາງ 4-5 ມມ, ຍາວ 6-7 ມມ, ເນື້ອແຂງ, ຜິວລຽບ.

ບັນຍາຍການນຳໃຊ້

ອາຫານ: 

  • ໃບອ່ອນ ແລະ ຍອດ: ສາມາດນຳມາປຸງແຕ່ງເປັນອາຫານ ເຊັ່ນ ແກງ, ລວກກິນກັບແຈ່ວ ແລະ ໃສ່ແກງແຄ.

ສັບພະຄຸນ: 

  • ທັງຕົ້ນ: ຮັກສາອາການເຈັບຫຼັງ ແລະ ເປັນຢາຂັບພະຍາດພິດ (ຍົກເວັັ້ນຮາກ).
  • ໃບ: ຕົ້ມນ້ຳດື່ມເປັນຢາຮັກສາເບົາຫວານ ແລະ ຮັກສາອາການໄຂ້ຂຶ້ນ.
  • ເປືອກຕົ້ນ: ໃຊ້ເປັນສ່ວນປະສົມປຸງຢາຕົ້ມດື່ມເປັນຢາແກ້ເມື່ອຍ ແລະ ແກ້ອາການເສັ້ນແຂງ.

ສິນຄ້າ:

  • ຍອດ: ຖືກນຳນິຍົມນຳມາວາງຂາຍຕາມທ້ອງຕະຫຼາດເພື່ອເປັນສິນຄ້າ.

ຂໍ້ມູນທາງວິທະຍາສາດ: 

  • ໃບ: ພົບສານຟາໂວນອຍໄດ້ແກ່ Quercetin-3-O-β-rutinoside.
  • ຜັກຫວານດົງ: ສາມາດຫຼຸດນ້ຳຕານໃນເລືອດ, ຫຼຸດໄຂມັນໃນເລືອດ, ຫຼຸດໄຂ້, ຂັບປັດສະວະ, ຕ້ານອານຸມູນອິດສະຫຼະ, ຕ້ານການອັກເສບ ແລະ ປ້ອງກັນຕັບຈາກສານພິດ.
  • ສານສະກັດນ້ຳ ແລະ ເອທານອລຈາກໃບ: ທີ່ມີລະດັບຄວາມເຂັ້ມຂຸ້ນ 200 mg/kg ແລະ 400 mg/kg ສາມາດຫຼຸດນ້ຳຕານໃນເລືອດໄດ້.
  • ສານສະກັດເອທານອລຈາກສ່ວນທີ່ຢູ່ເໜືອດິນ: ທີ່ມີຄວາມເຂັ້ມ 250 mg/kg ແລະ 500 mg/kg ສາມາດຕ້ານຄວາມເຈັບ, ຊ່ວຍຫຼຸດອາການເຈັບເຄັ່ງບໍລິເວນຊວງທ້ອງ ແລະ ເຮັດໃຫ້ທົນຕໍ່ຄວາມເຈັບຈາກຄວາມຮ້ອນ.
  • ສານສະກັດນ້ຳ, ຄໍໂຣຟອມ ແລະ ເອທານອລຂອງສ່ວນທີ່ຢູ່ເໜືອດິນ: ທີ່ມີຄວາມເຂັ້ມ 5-40 mg/mL ສາມາດຂ້າພະຍາດຕົວກົມໄດ້.
ການປະກອບສ່ວນ