ຕົ້ນນົມສາວ / Hard Pear Tree

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Scleropyrum pentandrum (Dennst.) Mabb. / Santalaceae
ຊື່ພ້ອງ
Antidesma parasiticum Dillwyn
Bridelia horrida Dillwyn
Pothos pentandrus Dennst.
Scleropyrum wallichianum Arn.
ຊື່ອື່ນ
ລາວ: ຕົ້ນນົມສາວ ແລະ ຕົ້ນນົມງົວ.
ໄທ: ນົມງົວ, ໝາກໄຟແຮດ, ຂີ້ໜອນ, ເຄາະໜານ ແລະ ເໝືອດຄົນ.
ສາມັນ: hard pear tree, thorny castor, benduga, bodlige hallu, bodulike hullu, mullu haralu, naayikuli, irumulli, kukkuradanta ແລະ naaikkuli.
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງປະມານ 7 ມ, ແຕກກິ່ງກ້ານຈຳນວນຫຼາຍ, ລຳຕົ້ນ ແລະ ກິ່ງກ້ານມີໜາມແຫຼມແຂງອອກເປັນກຸ່ມ, ກິ່ງມີສີຂຽວ, ມີຂົນອ່ອນນຸ້ມກະຈາຍຢູ່ທົວ, ລຳຕົ້ນພາກສ່ວນແກ່ຈະແຕກເປັນຮ່ອງເລິກ, ເປືອກສີນ້ຳຕານອ່ອນ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກວ້າງປະມານ 5 ຊມ, ຍາວປະມານ 18 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ. ຊໍ່ດອກສົມບູນເພດ ແລະ ແຍກເພດໃນຕົ້ນດຽວກັນ, ອອກຕາມລຳຕົ້ນ ຫຼື ງ່າມໃບ. ຊໍ່ດອກເພດຜູ້ເປັນຊໍ່ແບບຫາງກະຫອກ, ອອກເປັນກຸ່ມ, ຮູບຊົງກະບອກ, ຍາວ 3-5 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ. ກີບລວມມີ 5 ກີບ, ສີຂຽວປົນສີເຫຼືອງ. ຊໍ່ດອກເພດແມ່ຊໍ່ແບບກະຈະ, ບໍ່ມີກ້ານດອກຍ່ອຍ. ເຕົ້າໄຂ່ຈັບລຸ່ມ, ຮູບຮີ ຫຼື ຮູບໄຂ່. ຊໍ່ດອກສົມບູນເພດມີເກສອນເພດຜູ້ເປັນໝັນ. ໝາກຮູບຮີ ຫຼື ຮູບໄຂ່, ມີຂະໜາດ 1.3-2.6 ຊມ, ໝາກອ່ອນສີຂຽວ, ໝາກແກ່ສີນ້ຳຕານ. ແກ່ນມີ 1-3 ແກ່ນ, ຮູບກົມ, ເນື້ອແຂງ.

ບັນຍາຍການນຳໃຊ້

ສັບພະຄຸນ:

  • ຮາກ: ຝົນດື່ມແກ້ພິດສຳແດງ ແລະ ຝົນກັບຮາກຈັນແດງແກ້ໄຂ້.
  • ລຳຕົ້ນ: ຕົ້ມດື່ມແກ້ເມື່ອຍ, ບຳລຸງກຳລັງ, ແກ້ລົມບ້າໝູ ແລະ ບຳລຸງນ້ຳນົມ.
  • ແກ່ນໄມ້: ເປັນຢາບຳລຸງນ້ຳນົມ, ເຮັດໃຫ້ມົດລູກເຂົ້າອູ່ໄວຂຶ້ນສຳລັບແມ່ຍິງຫຼັງເກີດລູກ, ເປັນຢາອາຍຸວັນນະ, ນຳມາປຸງເປັນສະໝູນໄພບຳລຸງຮ່າງກາຍຫຼັງເຈັບປ່ວຍ, ແກ້ກະໄສ, ແກ້ເຈັບເມື່ອຍຕາມຮ່າງກາຍ, ແກ້ທ້ອງບວມ, ປັດສະວະຂຸ້ນ, ຮັກສາໄຂ້ທີ່ບໍ່ມີເຫື່ອອອກ, ຮັກສາຝີໃນທ້ອງ, ແກ້ໄຂ້ ແລະ ຖອນພິດສຳແດງ.
  • ບໍ່ບອກສ່ວນທີ່ໃຊ້: ຮັກສາພະຍາດມາລາເຣຍ ແລະ ວັນນະໂຣກ.
  • ເປືອກຕົ້ນ ແລະ ໃບ: ໃຊ້ທາພາຍນອກຮັກສາພະຍາດຜິວໜັງ.
  • ໃບ:  ຮັກສາພະຍາດກ່ຽວກັບຕາ, ນຳມາໝັກ ຫຼື ຕົ້ມກິນ ແລະ ໃຊ້ທາພາຍນອກ, ແກ້ອາການເຈັບກະເພາະອາຫານ ແລະ ຮັກສາແຜທີ່ຖືກປື່ນຍິງ.
  • ໝາກ: ແກ້ພິດງູກັດ ແລະ ພອກເລືອດ.

ສານເຄມີທີ່ພົບ: 

  • ໃບ ແລະ ກິ່ງ: ພົບສານ potalioside B, isoorientin, vitexin, apigenin, vicenin-2, apigenin ແລະ isoschaftoside. 

ຂໍ້ມູນການທົດລອງທາງວິທະຍາສາດ: 

  • ສານສະກັດຈາກເປືອກດ້ວຍນ້ຳ, ເອທານອລ ແລະ ອາຊີໂຕນ: ສາມາດຢັບຢັ້ງ angiotensin converting enzyme (ACE) ລະດັບທີ່ 61%, 68% ແລະ 73% ເຊິ່ງສາມາດເຮັດໃຫ້ຄວາມດັນເລືອດຫຼຸດລົງ.
ການປະກອບສ່ວນ