ກ້າມປູ / Kobbe

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Allophylus cobbe (L.) Raeusch. / Sapindaceae
ຊື່ພ້ອງ
Allophylus cobbe f. racemosus Hiern
Allophylus serrulatus Radlk.
Allophylus zimmermannianus Gilg ex Engl.
Aphania neoebudica Guillaumin
Aporetica gemella DC.
Aporetica pinnata (J.R.Forst. & G.Forst.) DC.
Cnesmocarpus excelsus Zipp. ex Blume
Diplocardia excelsa Zipp. ex Blume
Dubanus pinnatus (J.R.Forst. & G.Forst.) Kuntze
Euphoria pometia (J.R.Forst.) Poir.
Irina tomentosa Blume
Picrodendron arboreum (Mill.) Planch.
Pometia pinnata J.R.Forst. & G.Forst.
Pometia pinnata f. tomentosa (Blume) Jacobs
Pometia tomentosa (Blume) Teijsm. & Binn.
Rhus cobbe L.
ຊື່ອື່ນ
ໄທ: ຕໍໄສ້, ກ້າມປູ, ໝາກກ້າມປູ, ກວງ, ກຸ່ມ, ໂລດ, ໂລດນ້ຳ, ຕໍ່ໄສ້ຂາວ, ສິບໄສ້, ໄກ່ເຖື່ອນ, ຕານອີ່ລິນ, ເຂົ້າຕາກ, ງ້ວນພູ, ຄາງລາງ, ຈ້າຕອງ, ເພຍຟານ, ຕານໂຂມ ແລະ ແມງເມົາ
ອັງກິດ: Kobbe, Amlia ແລະ Kapolawattha
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນຕັ້ງຊື່, ສູງ 1.5-3 ມ, ກິ່ງອ່ອນ ແລະ ຍອດອ່ອນມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ, ກິ່ງກ້ານມີສີນ້ຳຕານອ່ອນປົນສີເທົາ. ໃບປະສົມແບບຝາມື, ອອກວຽນສະຫຼັບ. ກ້ານໃບຮູບກົມ, ຍາວ 5-11 ຊມ, ມີຂົນໜາແໜ້ນ. ໃບຍ່ອຍມີ 3 ໃບ, ຮູບໄຂ່, ຮູບຂອບຂະໜານ ຫຼື ຮູບໃບຫອກ, ກ້ວາງ 2-4 ຊມ, ຍາວ 5-10 ຊມ, ໂຄນໃບແຫຼມ, ຂອບລຽບ ຫຼື ແສກແຂ້ວເລື່ອຍ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ໜຽວ,​ ຜິວລຽບ ຫຼື ມີຂົນອ່ອນນຸ້ມບໍລິເວນເສັ້ນກາງໃບ. ກ້ານໃບຍ່ອຍຍາວ 3-12 ມມ. ຊໍ່ດອກແບບກະຈະ, ອອກບໍລິເວນງ່າມໃບ, ຮູບຊົງກະບອກ, ຍາວ 5-10 ຊມ, ອອກ 3-4 ຊໍ່ໃນຈຸດດຽວກັນ. ດອກຍ່ອຍມີຈຳນວນຫຼາຍ, ຈັບແໜ້ນໃນຊໍ່ດອກ, ສີຂາວປົນຂຽວ. ກາບດອກມີ 4 ກາບ, ຂະໜາດນ້ອຍ, ສີຂຽວອ່ອນ. ກີບດອກມີ 4 ກີບຂະໜາດນ້ອຍ, ຮູບບ່ວງ, ສີຂາວປົນເຫຼືອງ. ໝາກຮູບໄຂ່ ຫຼື ຮູບກົມ, ມີເສັ້ນຜ່າສູນກາງ 4-12 ມມ, ໝາກອ່ອນສີຂຽວ, ໝາກແກ່ສີແດງ. ແກ່ນມີ 1 ແກ່ນ, ແຂງ.

ບັນຍາຍການນຳໃຊ້

ສັບພະຄຸນ:

  • ຮາກ: ມີຣົດຈືດໃຊ້ພອກແກ້ເຈັບທ້ອງ, ເປັນຢາຂັບປັດສະວະ, ຮັກສາເສັ້ນເອັນໃຫ້ສົມບູນຂຶ້ນ, ຕົ້ມດື່ມບຳລຸງເລືອດ ແລະ ຂັບນ້ຳຄາວປາຫຼັງເກີດລູກຂອງແມ່ຍິງ.
  • ລຳຕົ້ນ: ຕົ້ມດື່ມບຳລຸງເລືອດ ແລະ ຂັບນ້ຳຄາວປາຫຼັງເກີດລູກຂອງແມ່ຍິງ.
  • ໃບ: ໃຊ້ປຸງເປັນຢາຊ່ວຍໃນການເກີດລູກ, ຄັ້ນເອົານ້ຳທາແກ້ລີ້ນເປັນຝາໃນເດັກ ແລະ ຕຳປະສົມກັບດິນສໍແດງໃຫ້ເດັກນ້ອຍກິນແກ້ຫວັດ.
  • ໃບ ແລະ ເປືອກຕົ້ນ: ເປັນຢາພອກແກ້ຝົກຊ້ຳ.
  • ທັງຕົ້ນ: ແກ້ໄຂ້ສັ່ນ ແລະ ຮັກສາອາການເຈັບກະເພາະອາຫານ.

ຄຸນປະໂຫຍດ:

  • ໝາກ: ໃຊ້ໃນການເບື່ອປາ.
ການປະກອບສ່ວນ