ໃບເຕີຍບ້ານ / Fragrant pandan
APA 6th ed. ໃບເຕີຍບ້ານ / Fragrant pandan. (2021, May 4). Retrieved from https://www.phakhaolao.la/kb/0001130
MLA 8th ed. ໃບເຕີຍບ້ານ / Fragrant pandan. Pha Khao Lao, 4 May 2021, https://www.phakhaolao.la/kb/0001130.
Chicago 17th ed. Pha Khao Lao. 2021. "ໃບເຕີຍບ້ານ / Fragrant pandan." Published May 4, 2021. https://www.phakhaolao.la/kb/0001130.
Pandanus latifolius Hassk.
Pandanus latifolius var. minor Hassk.
Pandanus odorus Ridl.
ໄທ: ເຕີຍຫອມ, ໃບສົ້ມມ່າ, ສົ້ມຕະເລັງເຄັງ, ສົ້ມປູ, ສົ້ມພໍດີ ແລະ ຜັກເກັງເຄັງ.
ອັງກິດ: Pandan leaves, Fragrant pandan ແລະ Pandom wangi.
ຈັດເປັນໄມ້ຟຸ່ມຂະໜາດນ້ອຍ. ລຳຕົ້ນເປັນເຫງົ້າຢູ່ໃຕ້ດິນ ແລະ ໜ້າດິນ, ມີສູງ 70-150 ຊມ ແລະ ອາດສູງໄດ້ຮອດ 1 ມ, ລຳຕົ້ນມີລັກສະນະເປັນປ້ອງສັ້ນ, ອອກຮາກຕາມຂໍ້ຂອງລຳຕົ້ນ. ໃບດ່ຽວ, ອອກວຽນສະຫຼັບ, ແຕ່ບໍລິເວນໂຄນລຳຕົ້ນຈົນຮອດປາຍຍອດ, ໃບຮູບຂອບຂະໜານ ຫຼື ຮູບຫອກ, ກ້ວາງ 2-4 ຊມ, ຍາວ 56-95 ຊມ, ເສັ້ນກາງໃບໂຄ້ງເລິກ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາແຂງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ. ຊໍ່ດອກແບບ spadix, ອອກບໍລິເວນປາຍຍອດ. ດອກຍ່ອຍແຍກເພດຕ່າງຕົ້ນກັນ, ບໍ່ມີກີບລ້ຽງ ຫຼື ກີບດອກ. ໝາກຂະໜາດນ້ອຍ, ສ່ວນຫຼາຍບໍ່ອອກດອກ ແລະ ໝາກ ຫຼື ເປັນໂຕຜູ້.
ສັບພະຄຸນ:
- ນ້ຳໃບເຕີຍ: ເຮັັດໃຫ້ຫົວໃຈຊຸ່ມຊື່ນ, ຫຼຸດອາການເຕັ້ນຂອງຫົວໃຈ, ຊ່ວຍດັບຄວາມຮ້ອນ, ຊ່ວຍຊູກຳລັງ, ຊ່ວຍແກ້ອາການອ່ອນເພຍ, ຊ່ວຍປັບຄວາມສົມດູນຂອງຮ່າງກາຍ, ຜູ້ທີ່ມີທາດໄຟສູງການດື່ມນ້ຳໃບເຕີຍຊ່ວຍເຮັດໃຫ້ເຢັນລົງ.
- ຮາກ ແລະ ໃບ: ຮັກສາພະຍາດເບົາຫວານ ແລະ ຫຼຸດລະດັບນ້ຳຕານໃນເລືອດ.
- ສານສະກັດຈາກໃບເຕີຍ: ຊ່ວຍຫຼຸດຄວາມດັນເລືອດ, ປ້ອງກັນການແຂງຕົວຂອງຫຼອດເລືອດ, ບັນເທົາອາການ ແລະ ດັບພິດໄຂ້ໄດ້ ແລະ ຊ່ວຍດັບພິດຮ້ອນພາຍໃນໄດ້ເປັນຢາງດີ.
- ໃບ: ໃຊ້ຮັກສາພະຍາດຫືດ ແລະ ນຳມາບົດໃຫ້ລະອຽດພອກຮັກສາພະຍາດຜິວໜັງໄດ້, ໃບຕາກແຫ້ງແລ້ວນຳມາຫົມຊ່ວຍບຳລຸງຮ່າງກາຍ ແລະ ຜິວພັນ.
- ຮາກ ແລະ ຕົ້ນ: ໃຊ້ເປັນຢາແກ້ກະໄສ, ຊ່ວຍຂັບປັດສະວະ ແລະ ຮັກສາພະຍາດຫືດໄດ້.
ຄຸນປະໂຫຍດ:
- ໃບເຕີຍ: ມີການນຳໃບເຕີຍມາແຕ່ງອາຫານໄດ້ຫຼາກຫຼາຍເມນູ ບໍ່ວ່າຂອງຫວານຕ່າງໆ, ນຳໃບເຕີຍໃຊ້ນຳໝໍ້ໜຶ້ງເຂົ້າໜົມຈະເຮັດໃຫ້ມີກິ່ນຫອມ.
- ສີຈາກໃບ: ເປັນສີຂອງຄຼໍໂຣຟິວສາມາດນຳມາໃຊ້ສີເຂົ້າໜົມໄດ້.
- ຊ່ວຍປັບກິ່ນນ້ຳມັນບໍ່ໃຫ້ມີກິ່ນຄິວ.
- ໃບເຕີຍສາມາດນຳມາບຳລຸງຜິວໜ້າໄດ້.
ວິທີເຮັດນ້ຳໃບເຕີຍຫອມ:
- ຕຽມໃບເຕີຍຕັດເປັນທ່ອນຈຳນວນ 2 ຖ້ວຍ, ນ້ຳຕານຊາຍ 5 ບ່ວງແກງ, ນ້ຳ 4 ຖ້ວຍ ແລະ ນ້ຳກ້ອນ.
- ນຳໃບເຕີຍທີ່ຕັດໄວ້ນຳມາປັ່ນເຄິ່ງໜຶ່ງຈົນລະອຽດແລ້ວນຳມາຕອງເອົາກາກອອກ.
- ຕົ້ມນ້ຳຈົນຟົດແລ້ວນຳໃບເຕີຍທີ່ເຫຼືອລົງໃສ່ຫຼັງຈາກນັ້ນປິດຝາໝໍ້ໄວ້ປະມານ 5-10 ນາທີ.
- ຫຼັງຈາກນັ້ນເຕີມນ້ຳຕານທີ່ກຽມໄວ້ຈົນນ້ຳຕານລະລາຍ ແລ້ວປິດໄຟປະໄວ້, ຫຼັງຈາກນັ້ນນຳມາຕອງເອົາກາກອອກແລ້ວເຕີ່ມນ້ຳໃບເຕີຍທີ່ປັ່ນໄວ້.
- ຫຼັງຈາກນັ້ນນຳໄປຕົ້ມໄຟຈົນຟົດແລ້ວປົ່ງປະໄວ້ ເທົ່ານີ້ກໍ່ສາມາດໄດ້ນ້ຳໃບເຕີຍຕາມຕ້ອງການ