ເກັກຮວຍດອກເຫຼືອງ / Chrysanthemum

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Chrysanthemum indicum L. / ASTERACEAE
ຊື່ພ້ອງ
Achillea bandana Buch.-Ham.
Achillea berdana Buch.-Ham. ex DC.
Arctotis elegans Thunb.
Bidens bardanna Wall.
Bidens marginata DC.
Chrysanthemum indicum var. albescens Makino
Chrysanthemum indicum var. coreanum H.Lév.
Chrysanthemum indicum var. edule Kitam.
Chrysanthemum indicum var. hiberinumj Makino
Chrysanthemum indicum var. indicum
Chrysanthemum indicum var. litorale Ling
Chrysanthemum indicum var. lushanense (Kitam.) Hand.-Mazz.
Chrysanthemum indicum var. procumbens (Lour.) Nakai
Chrysanthemum japonicum Thunb.
Chrysanthemum japonicum var. japonicum
Chrysanthemum koraiense Nakai
Chrysanthemum lushanense Kitam.
Chrysanthemum nankingense Hand.-Mazz.
Chrysanthemum procumbens Lour.
Chrysanthemum purpureum Pers.
Chrysanthemum tripartitum Sweet
Collaea procumbens (Rich.) Spreng.
Dendranthema indicum (L.) Des Moul.
Dendranthema indicum var. edule (Kitam.) Kitam.
Dendranthema indicum var. huludaoensis "G.Y.Zhang, L.J.Yu & Y.J.Liu"
Dendranthema indicum var. procumbens (Lour.) Kitam.
Dendranthema nankingense (Hand.-Mazz.) X.D.Cui
Matricaria indica (L.) Desr.
Pyrethrum indicum (L.) Cass.
Tanacetum indicum (L.) Sch.Bip.
ຊື່ອື່ນ
ໄທ: ດອກເບັນຈະມາດສວນ ແລະ ເບັນຈະມາດໜູ.
ຈີນ: 野菊 ແລະ 菊花.
ອັງກິດ: Chrysanthemum.
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກຂະໜາດນ້ອຍ. ລຳຕົ້ນສູງ 30-90 ຊມ, ແຕກກິ່ງກ້ານສາຂານ້ອຍ, ຕາມກິ່ງກ້ານ ແລະ ລຳຕົ້ນມີຂົນອ່ອນປົກຄຸມ, ເປືອກບາງ, ສີຂຽວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ກ້ວາງ 1-3 ຊມ, ຍາວ 2-5 ຊມ, ໂຄນໃບແຫຼມ, ຂອບໃບແສກແຂ້ວ, ປາຍແຫຼມ ຫຼື ຮຽວແຫຼມ, ສີຂຽວອ່ອນ, ມີຂົນອ່ອນນຸ້ມກະຈາຍຢູ່ທົ່ວ, ທັງກິ່ງກ້ານ ແລະ ໃບມີກິ່ນຂິ້ວພິເສດ. ຊໍ່ດອກແບບກະຈຸກແໜ້ນ ຄ້າຍດອກຕາເວັນ, ອອກບໍລິເວນປາຍກິ່ງ. ໃບປະດັບຊໍ່ດອກຮຽງຊ້ອນກັນຫຼາຍຊັ້ນ, ມີຫຼາຍລັກສະນະ ແລະ ຫຼາຍສີຂື້ນກັບສາຍພັນ, ດອກນ້ອຍສຸດມີຂະໜາດປະມານ 1 ຊມ, ດອກໃຫຍ່ສຸດມີຂະໜາດ 11-15 ຊມ, ມີຫຼາຍສີ ຄື ສີເຫຼືອງ, ຂາວ, ມ່ວງ, ບົວ ແລະ ແດງເປັນຕົ້ນ. ດອກຍ່ອຍມີຂະໜາດນ້ອຍ, ຈັບແໜ້ນໃນຖານຮອງດອກດຽວກັນ, ດອກສົມບູນເພດ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ນ້ຳເກັກຮວຍ: ໃຊ້ດື່ມແກ້ອາການຂາດນ້ຳ, ເພີ່ມຄວາມສົດຊື່ນ, ຊ່ວຍກຳຈັດສານພິດອອກຈາກຮ່າງກາຍ ແລະ ຊ່ວຍຂັບເຫື່ອ.
  • ສານສະກັດຈາກດອກ: ສາມາດຢັບຢັ້ງເຊື້ອໄວຣັສເອດໄດ້, ຊ່ວຍດູດຊັບສານກໍມະເຮັງ ແລະ ຈຸລິນຊີຊະນິດຕ່າງໆ, ຊ່ວຍຂະຫຍາຍຫຼອດເລືອດແດງທີ່ໄປລ້ຽງຫົວໃຈ, ຊ່ວຍປ້ອງກັນການເກີດພະຍາດຫຼອດເລືອດຕ່າງໆ, ປ້ອງກັນການເກີດພະຍາດຫົວໃຈ, ພາວະຫົວໃຈລົ້ມເລວ, ປ້ອງກັນການເກີດພະຍາດຄວາມດັນເລືອດສູງ, ປ້ອງກັນການເກີດພະຍາດຫຼອດເລືອດຕີບ, ຊ່ວຍບຳລຸງເລືອດ ແລະ ຊ່ວຍເພີ່ມການໄຫຼ່ວຽນຂອງເລືອດ.
  • ດອກເກັກຮວຍດອກຂາວ: ແກ້ອາການຕາບວມແດງ, ເຈັບຕາ, ຕາມົວ, ເບິ່ງບໍ່ເຫັນຊັດ, ແກ້ອາການຕາອັກເສບ, ແກ້ອາການເຈັບຫົວເນື່ອງຈາກອາການກຳເລີບໃນຕັບ, ແກ້ຫວັດ, ແກ້ຮ້ອນໃນ, ເປັນຢາເຢັນ,​ ຊ່ວຍດັບພິດຮ້ອນ, ຊ່ວຍລະບາຍ ແລະ ຍ່່ອຍອາຫານ, ຊ່ວຍຂັບລົມ, ບຳລຸງປອດ ແລະ ແກ້ໄອ (ໃຊ້ຮ່ວມກັບຜັກຫອມລາບ), ຮັກສາຝີໜອງ, ບວມ ແລະ ເປັນພິດ ແລະ ຮັກສາຜົມຫຼົ່ນ.
  • ດອກເກັກຮວຍດອກເຫຼືອງ: ຊ່ວຍບຳລຸງ ແລະ ຮັກສາສາຍຕາ, ບັນເທົາອາການວຽນຫົວ, ໜ້າມືດຕາລາຍ, ແກ້ໄຂ້, ບຳລຸງຕັບ ແລະ ໝາກໄຂ່ຫຼັງ.

ຂໍ້ຄວນລະວັງ: 

  • ຜູ້ທີ່ມີພະຍາດກ່ຽວກັບລະບົບຂັບຖ່າຍ ແລະ ຖອກທ້ອງງ່າຍ ຄວນດື່ມໃນປະລິມານທີ່ເໝາະສົມ.
  • ສຳຫຼັບຜູ້ທີ່ເປັນພະຍາດກະເພາະອາຫານ ການດື່ມຊາເກັກຮວຍອາດເຮັດໃຫ້ເກີດກົດໃນກະເພາະຫຼາຍຂຶ້ນ.

ວິທີເຮັດນ້ຳເກັກຮວຍ:

  • ນຳດອກເກັກຮວຍໄປລ້າງໃຫ້ສະອາດແລ້ວປະໄວ້ຈົນກວ່າຈະສະເດັດນ້ຳ.
  • ເອົານ້ຳໄປຕົ້ມໃນປະລິມານ 3 ລິດ, ເມື່ອນ້ຳຟົດແລ້ວນ້ຳໃບເຕີຍຕັດເປັນທ່ອນໃສ່ປະມານ 5 ໃບ ຫຼັງຈາກນັ້ນປິດຝາປະໄວ້ 3-5 ນາທີແລ້ວນຳໃບເຕີຍອອກ.
  • ເຕີມນ້ຳຕານຊາຍປະມານ 200 ມິນລີກຼາມ ຫຼື ຕາມຣົດຊາດຄົນມັກ ແລ້ວຄົນໃຫ້ນ້ຳຕານລະລາຍ ຫຼັງຈາກນັ້ນກໍ່ປິດໄຟໄດ້.
  • ຫຼັງຈາກນັ້ນເຕີມດອກເກັກຮວຍທີ່ກຽມໄວ້ປະມານ 30 ກຼາມ, ໃສ່ລົງໄປໃນໝໍ້ແລ້ວຄົນປະມານ 1 ລອບແລ້ວປິດຝາ.
  • ພ້ອມປະໃຫ້ເຢັນແລ້ວຕອງເອົາດອກເກັກຮວຍອອກ ເຮົາຈະໄດ້ເກັກຮວຍຕາມຄວາມຕ້ອງການ.

ສິນຄ້າ: ປັດຈຸບັນດອກເກັກຮວຍຍັງຖືກນິຍົມນຳມາເປັນຜະລິດຕະພັນເຄື່ອງດື່ມ ຫຼື ຖືກນຳໄປແປຮູບເປັນຊາສຳລັບຊົງດື່ມ ເພື່ອເປັນສິນຄ້າທີ່ເປັນທີ່ນິຍົມ.

ການປະກອບສ່ວນ