ສົ້ມປ່ອງ / Gamboge tree

ການນຳໃຊ້
ພືດເປັນຢາ
ກ້ອນນ້ຳມັນຢາງ / ນ້ຳຢາງ
ຊື່ວິທະຍາສາດ / ຕະກຸນ
Garcinia hanburyi Hook.f. / CLUSIACEAE
ຊື່ພ້ອງ
Garcinia morella var. pedicellata T.Hanb.
ຊື່ອື່ນ
ໄທ: ທົງທອງ ແລະ ທົງ.
ອັງກິດ: Gamboge tree, Indian gamboge tree, Hanbury's garcinia ແລະ Gambojia.
ຈີນ: 藤黄树.
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນສູງ 10-15 ມ, ທຸກສ່ວນມີຢາງສີເຫຼືອງ, ເປືອກເປັນສີນ້ຳຕານ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບໄຂ່ ຫຼື ຮູບຫອກ, ກ້ວາງ 4-6 ຊມ, ຍາວ 8-14 ຊມ, ໂຄນໃບບ້ຽວ ຫຼື ຮຽວແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມເປັນສີຂຽວອ່ອນ. ກ້ານໃບຮູບກົມ, ຍາວ 1-1.5 ຊມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ຫຼື ປາຍຍອດ. ດອກຍ່ອຍມີ 2-5 ດອກ, ສີເຫຼືອງ. ກາບດອກມີ 4 ກາບ, ຮູບໄຂ່ ຫຼື ຮູບກົມ, ສີຂຽວອ່ອນ ຫຼື ສີຂຽວປົນສີເຫຼືອງ. ກີບດອກມີ 4 ກີບ, ຮູບໄຂ່ ຫຼື ຮູບກົມ, ເນື້ອໜາ. ເກສອນເພດຜູ້ຈຳນວນຫຼາຍ. ໝາກຮູບກົມ ຫຼື ຮູບຮີ, ເນື້ອອົມນ້ຳ, ສີເຫຼືອງປົນສົ້ມ. ແກ່ນ 1 ເມັດ, ຮູບໄຂ່.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ເປືອກ ແລະ ຕົ້ນ: ມີສັບພະຄຸນເປັນຢາລະບາຍ ແລະ ຊ່ວຍຂັບພະຍາດພິໂຕແປ.
  • ຕົ້ນ: ສາມາດຂ້າເຊື້ອແບັກທິເຣຍໄດ້, ສານ GAMBOGIC ເຊິ່ງສາມາດຂ້າເຊື້ອເອດ ແລະ ຈຸລັງມະເຮັງ.
  • ຢາງຈາກລຳຕົ້ນ: ນຳມາເປັນຢາຖ່າຍຊະນິດຮຸນແຮງ, ໃຊ້ເປັນຢາທາພາຍນອກຊ່ວຍຮັກສາແຜ່ເປືອຍ, ໃຊ້ເປັນສ່ວນປະສົມຕົວຢາທີ່ຮັບໃຊ້ຮັກສາແຜ່ໃຄ່ພອງ ແລະ ຂີ້ກາກ.

ຄຸນປະໂຫຍດ: 

  • ນ້ຳຢາງຈາກຕົ້ນ: ເປັນຢາງໜຽວສີເຫຼືອງ ນຳມາໃຊ້ເປັນສີຍ້ອມຜ້າ ແລະ ນຳໄປເຮັດເປັນແມ່ສີເຫຼືອງອີກດ້ວຍ, ຢາງສາມາດນຳມາໃຊ້ທາສີໄມ້, ສາມາດນຳມາເຮັດສີນ້ຳສຳລັບແຕ້ມຮູບໄດ້ ໂດຍຈະໃຫ້ສີເຫຼືອງ.
ການປະກອບສ່ວນ