ໝາກມັງຄຸດ / Mangosteen

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Garcinia mangostana L. / CLUSIACEAE
ຊື່ພ້ອງ
Mangostana garcinia Gaertn.
ຊື່ອື່ນ
ໄທ: ມັງຄຸດ.
ອັງກິດ: Mangosteen.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນຕັ້ງຊື່, ສູງ 10-18 ມ, ເປືອກດ້ານນອກເປັນສີນ້ຳຕານເຂັ້ມ ຫຼື ດຳ, ເປືອກດ້ານໃນມີທໍ່ນ້ຳຢາງສີເຫຼືອງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ກວ້າງ 4.5-10 ຊມ, ຍາວ 9-25 ຊມ, ໂຄນໃບຕັດ ຫຼື ມົນ, ຂອບລຽບ, ປາຍແຫຼມ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມເປັນສີຂຽວອ່ອນ ຫຼື ຂຽວປົນເຫຼືອງ, ມີຕາຂ້າງຢູ່ບໍລີເວນງ່າມໃບ. ຊໍ່ດອກແບບກະຈຸກ ຫຼື ດອກດ່ຽວ, ອອກບໍລິເວນປາຍຍອດ. ໝາກກົມ, ເມື່ອຍັງອ່ອນເປັນສີຂຽວ, ເມື່ອແກ່ເປັນສີນ້ຳຕານ ຫຼື ສີດຳ.

ບັນຍາຍການນຳໃຊ້

ອາຫານ:
    ໝາກ: ໝາກສຸກກິນເປັນໝາກໄມ້ສົດ ຫຼື ເຮັດເປັນນ້ຳໝາກໄມ້ ເຊັ່ນ ນ້ຳມັງຄຸດ ແລະ ນ້ຳເປືອກມັງຄຸດ.
    ຍອດ, ດອກ ແລະ ໝາກອ່ອນ: ນຳມາປະກອບອາຫານທັງຄາວ ແລະ ຫວານ ເຊັ່ນ ແກງ, ຍຳ, ມັງຄຸດລອຍແກ້ວ, ແກງມັງຄຸດເປັນຕົ້ນ.
ສັບພະຄຸນ:
    ຊ່ວຍປ້ອງກັນອາການໄຂ້, ເສີມສ້າງກະດູກ ແລະ ແຂ້ວໃຫ້ແຂງແຮງ.
    ຊ່ວຍເພີ່ມພະລັງງານໃຫ້ແກ່ຮ່າງກາຍ, ຊ່ວຍປ້ອງກັນການເກີດເນື້ອງອກໃນຮ່າງກາຍ, ຊ່ວຍປ້ອງກັນການເກີດພະຍາດເບົາຫວານ ໂດຍມີຄຸນສົມບັດໃນການຫຼຸດ ແລະ ຄວບຄຸມລະດັບນ້ຳຕານ.
    ຊ່ວຍປ້ອງກັນການເກີດພະຍາດຊຶມເສົ້າ, ຫຼຸດຄວາມຄຽດ, ປ້ອງກັນພະຍາດສະໝອງເຊື່ອມ, ເອົາໄຊນ໌ເມີ, ພະຍາດກ່ຽວກັບລະບົບປະສາດ, ຊ່ວຍສົ່ງເສີມໃຫ້ສຸຂະພາບຈິດທີ່ດີ, ເຮັດໃຫ້ອາລົມດີຕະຫຼອດ, ຮັກສາຕ່ອມໄທລອຍເປັນພິດ, ຫຼຸດຄໍເຣສໂຣພາຍໃນຮ່າງກາຍ ແລະ ຫຼຸດໄຂມັນທີ່ບໍ່ດີໃນເສັ້ນເລືອດ.
    ປ້ອງກັນການເກີດພະຍາດພູມແພ້ ແລະ ຊ່ວຍບັນເທົາອາການຫອບຫືດ.
    ຊ່ວຍບຳລຸງ ແລະ ຮັກສາສາຍຕາ, ບຳລຸງສຸຂະພາບຊ່ອງປາກ ແລະ ເຫງືອກໃຫ້ແຂງແຮງ, ຮັກສາແຜໃນປາກ ຫຼື ປາກແຕກໃຫ້ຫາຍໄວຂຶ້ນ.
    ຊ່ວຍເຮັດໃຫ້ລະບົບທາງເດີນປັດສະວະປົກກະຕິ, ປ້ອງກັນການເກີດໜີ້ວ, ປ້ອງກັນຕັບອັກເສບ, ໝາກໄຂ່ຫຼັງວາຍ ແລະ ຮັກສາຂໍເຂົ່າອັກເສບ.
    ເປືອກໝາກ: ຮັກສາສິວ, ມີຄຸນສົມບັດຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງແບັກທິເຣຍທີ່ເຮັດໃຫ້ເກີດສິວ ແລະ ຍັງສາມາດຕ້ານສິວອັກເສບ, ແກ້ອາການຖອກທ້ອງ, ແກ້ອາການຖອກທ້ອງແບບຊຳເຮື້ອ, ມີສານແທນນິນ, ຊ່ວຍຮັກສາແຜເຮັດໃຫ້ຫາຍໄວຂຶ້ນ, ຊ່ວຍຕ້ານ ແລະ ປ້ອງກັນການຕິດເຊື້ອແບັກທິເຣຍບາງຊະນິດ, ເຊື້ອຣາ, ເຊື້ອຈຸລີນຊີ ແລະ ໄວຣັສຕ່າງໆ ເຊັ່ນ ວັນນະໂຣກ ແລະ ເຊື້ອ HIV ເປັນຕົ້ນ, ຊ່ວຍຫຼຸດອາການອັກເສບ ແລະ ຕ້ານແບັກທິເຣຍທີ່ເຮັດໃຫ້ເກີດໜອງ, ຢັບຢັ້ງການເກີດ ແລະ ຮັກສາພະຍາດຜິວໜັງ ເຊັ່ນ ກາກເກື້ອນ, ຜື່ນຄັນຕ່າງໆ, ຮັກສານ້ຳກັດຕີນ ແລະ ແຜເປື່ອຍ.
    ສານສະກັດຈາກໝາກ: ຊ່ວຍເສີມສ້າງເມັດເລືອດຂາວຊະນິດເອສ 1 ແລະ ເອສທີ່ 17, ສາມາດກຳຈັດ ແລະ ປ້ອງກັນການເກີດຈຸລັງມະເຮັງເກືອບທຸກຊະນິດ, ຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງຈຸລັງມະເຮັງຊະນິດຕ່າງໆ ເຊັ່ນ ມະເຮັງເມັດເລືຶອດຂາວ, ມະເຮັງເຕົ້ານົມ, ມະເຮັງຕັບ, ມະເຮັງປອດ ແລະ ມະເຮັງເພາະອາຫານ, ຊ່ວຍໃນການຂະຫຍາຍຕົວຂອງຫຼອດເລືອດ, ຫຼຸດຄວາມສ່ຽງໃນການເກີດພະຍາດຫຼອດເລືອດຫົວໃຈ, ການເກີດພະຍາດຫົວໃຈ, ພະຍາດຍາດກ່ຽວກັບລະບົບທາງເດີນຫາຍໃຈ ແລະ ຊ່ວຍຫຼຸດຄວາມດັນເລືອດ.
  ເສັ້ນໃຍຈາກໝາກ: ຊ່ວຍໃນການຍ່ອຍອາຫານ, ປ້ອງກັນອາການທ້ອງຜູກ, ບຳລຸງ ແລະ ຟື້ນຟູຄວາມສົມດູນພາຍໃນກະເພາະອາຫານ ໂດຍການຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອແບັກທິເຣຍທີ່ເປັນສາເຫດຂອງອາການຖອກທ້ອງ, ຈຸກສຽດ, ເກີດແກ໊ສໃນກະເພາະ ແລະ ການດູດຊຶ່ມໃນກະເພາະອາຫານບົກຜ່ອງ.
ຄຸນປະໂຫຍດ:
    ມີສານຕ້ານອານຸມູນອິດສະຫຼະ ເຊິ່ງມີສ່ວນຊ່ວຍໃຫ້ຜິວອ່ອນກວ່າໄວ ແລະ ຫຼຸດການເກີດຮອຍ.
    ສາມາດຈັບອານຸມູນອິດສະໄດ້ຫຼາຍກວ່າໝາກໄມ້ຊະນິດອື່ນ.
    ຊ່ວຍບຳລຸງຜິວພັນໃຫ້ເປັງປັງ, ສົດໃສ ແລະ ແຂງແຮງ.
    ຊ່ວຍເສີມສ້າງພູມຕ້ານທານໃຫ້ແຂງແຮງ.
    ຊ່ວຍຫຼຸດກິ່ນປາກ.
    ເປືອກໝາກມັງຄຸດມີສານປ້ອງກັນເຊື້ອຣາຈຶ່ງເໝາະແກ່ການໝັກປຸ໋ຍ.
    ມັງຄຸດມີສານຈີເອັມ-1 ເຊິ່ງໃຊ້ເປັນສ່ວນປະກອບໃນເຄື່ອງສຳອາງ, ສຳລັບຜູ້ທີ່ມີບັນຫາສະພາບຜິວເຮື້ອຮັງຈາກສິວ ແລະ ແກ້ອາການແພ້.
ສິນຄ້າ:
    ໝາກສຸກ: ນຳມາເປັນສິນຄ້າຂາຍຕາມທ້ອງຕະຫຼາດທົ່ວໄປ ( 1 ກິໂລລະ 15.000-18.000 ກີບ)
    ໝາກ: ນ້ຳມາແປຮູບເປັນຜະລິດຕະພັນຕ່າງໆເພື່ອເປັນສິນຄ້າສົ່ງອອກ ເຊັ່ນ: ມັງຄຸດກວນ, ແຍມມັງຄຸດ, ມັງຄຸດແຊ່ອິ່ມ, ທັອບຟີ້ມັງຄຸດ.
    ເປືອກໝາກ: ນຳມາແປຮູບເປັນສະບູເປືອກມັງຄຸດເພື່ອເປັນສິນຄ້າ ໂດຍມີສັບພະຄຸນຊ່ວຍດັບກິ່ນເຕົ່າ, ຮັກສາຜິວຝ້າ ແລະ ບັນເທົາອາການຂອງພະຍາດຜິວໜັງ.
ຄຸນຄ່າທາງດ້ານໂພຊະນາການຂອງໝາກມັງຄຸດຕໍ່ 100 ກຼາມ: ພັງລັງງານ 73  Kcal, ຄາໂບໄຮເດດ 17.91 ກຼາມ, ໄຍອາຫານ 1.8 ກຼາມ, ໄຂມັນ 0.58 ກຼາມ, ໂປຣຕີນ 0.41 ກຼາມ, ວິຕາມິນບີໜຶ່ງ 0.054 ມິນລີກຼາມ  5%, ວີຕາມິນບີສອງ 0.054 ມິນລີກຼາມ 5%, ວິຕາມີນບີຫົກ 0.286 ມິນລີກຼາມ 2%, ວິຕາມິນບີຫ້າ 0.032 ມິນລີກຼາມ 1%, ວິຕາມິນບີຫົກ 0.018 ມິນລີກຼາມ 1%, ວິຕາມິນບີເກົ້າ 31 ໄມໂຄກຼາມ 8%, ວິຕາມິນຊີ 2.9 ມິນລີກຼາມ 3%, ແຄລຊຽມ 12 ມິນລີກຼາມ 1%, ທາດເຫຼັັັັກ 0.3 ມິນລີກຼາມ 2%, ແມັກນິຊຽມ 13 ມິນລີກຼາມ 4%, ແມັງການີສ 0.102 ມິນລີກຼາມ 5%, ທາດຟອສຟໍຣັດ 8 ມິນລີກຼາມ 1%, ໂພແທກຊຽມ 48 ມິນລີກຼາມ 1%, ໂຊດຽມ 7 ມິນລີກຼາມ ແລະ ສັງກະສີ 0.21 ມິນລີກຼາມ 2%.
ໝາຍເຫດ: % ຮ້ອຍລະປະລິມານທີ່ຕ້ອງການໃນແຕ່ລະວັນສຳລັບຜູ້ໃຫຍ່.

ການປະກອບສ່ວນ