ດອກຟ່ອນເຫຼືອງ / Sunchoke

ການນຳໃຊ້
ພະລັງງານ
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Helianthus tuberosus L. / ASTERACEAE
ຊື່ພ້ອງ
Helianthemum tuberosum Garsault
Helianthus doronicoides Torr. & A.Gray
Helianthus esculentus Warsz.
Helianthus pubescens Aiton
Helianthus serotinus Tausch
Helianthus spathulatus Elliott
Helianthus squarrosus Nutt.
Helianthus strumosus subsp. tomentosus (Michx.) Anashch.
Helianthus subcanescens (A.Gray) E.Watson
Helianthus tomentosus Michx.
Helianthus tuberosus var. albus Cockerell
Helianthus tuberosus var. alexandri Cockerell
Helianthus tuberosus var. fusiformis Cockerell
Helianthus tuberosus f. moldenkeanus Oswald
Helianthus tuberosus var. multituberculatus Cockerell
Helianthus tuberosus var. nebrascensis Cockerell
Helianthus tuberosus f. oswaldiae Oswald
Helianthus tuberosus var. purpurellus Cockerell
Helianthus tuberosus var. purpureus Cockerell
Helianthus tuberosus var. subcanescens A.Gray
Helianthus tuberosus var. typicus Cockerell
ຊື່ອື່ນ
ລາວ: ດອກຕາເວັນ, ດອກຟ່ອນເຫຼືອງ ແລະ ດອກຕາເວັນນ້ອຍ.
ໄທ: ແກ່ນຕາເວັນ ແລະ ທານຕາວັນຫົວ.
ພາສາອັງກິດ: Jerusalem artichoke, Sunchoke, Sunroot, Earth apple ແລະ Topinambour.
ຫວຽດນາມ:​ cúc vu.
ເກົາຫຼີ: 뚱딴지 ແລະ 뚝감자.
ຢີປຸ່ນ: キクイモ, ブタイモ ແລະ エルサレムアーティチョーク.
ຈີນ: 菊芋 ແລະ 鬼子薑.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົມລຸກ, ມີຫົວສະສົມອາຫານ,​ ລັກສະນະເປັນປຸ່ມກະຕູດກະຕີດ, ຜິວບໍ່ລຽບ, ຄ້າຍຫົວຂິງ, ຜິວອວບນ້ຳ, ມີຫຼາຍສີສັນ, ເປືອກມີສີນ້ຳຕານອ່ອນ, ເນື້ອມີສີຂາວ. ລຳຕົ້ນຕັ້ງຊື່, ສູງ 1.5-2 ມ, ມີຂົນສາກຊາ. ໃບດ່ຽວ, ອອກຮຽງສະຫຼັບ,  ຮູບໄຂ່, ກ້ວາງ 3-5 ຊມ, ຍາວ 6-8 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວ, ປາຍຮຽວແຫຼມ, ຜິວໃບ ແລະ ກິ່ງມີຂົນສາກຊາ. ຊໍ່ດອກແບບກະຈຸກ, ອອກບໍລິເວນປາຍຍອດ, ຮູບກົມແປ, ຄ້າຍຮູບຕາເວັນ, ສີເຫຼືອງ. ດອກຍ່ອຍມີຈຳນວນຫຼາຍ. 

ບັນຍາຍການນຳໃຊ້

ອາຫານ: 

  • ຫົວ: ໃຊ້ໃນການຮັບປະທານເປັນຜັກສົດ, ທັງຂາວ ແລະ ຫວານ. ເປັນອາຫານທີ່ມີຄຸນປະໂຫຍດຫຼາຍສຳລັບຜູ້ທີ່ຮັກສາສຸຂະພາບ ເພາະເປັນອາຫານເສີມສຸຂະພາບ.
  • ຫົວ: ສາມາດນຳມາຮັບປະທານແທນຫົວມັຮຝຣັ່ງໄດ້

ສັບພະຄຸນ: 

  • ຫົວ: ຊ່ວຍຈະເລີນອາຫານ, ເສີມສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ, ຊ່ວຍຫຼຸດການຕິດເຊື້ອ, ເພາະອິນຊູລິນຈະຊ່ວຍຫຼຸດປະລິມານຂອງແບັກທິເຣຍ, ທີ່ເຮັດໃຫ້ເກີດພະຍາດທາງລະບົບທາງເດີນອາຫານ ຂອງເຊື້ອ E.coli ແລະ coliforms, ໃນຂະນະດຽວກັນນັ້ນຍັງໄປຊ່ວຍເພີ່ມການເຮັດວຽກຂອງແບັກທິເຣຍກຸ່ມທີ່ເປັນປະໂຫຍດຕໍ່ຮ່າງກາຍໃຫ້ຈະເລີນເຕີບໂຕໄວຂຶ້ນ ເຊັນ: Bifidobacteria ແລະ Lactobacillus.
  • ຊ່ວຍປ້ອງກັນອາການພູມແພ້, ການແພ້ອາຫານໂດຍສະເພາະໃນເດັກ.
  • ແກ່ນຕາເວັນ: ຊ່ວຍຫຼຸດຄວາມອ້ວນ, ຫົວມີນ້ຳປະມານ 80% ແລະ ມີຄາໂບໄຮເດັດປະມານ 18%.
  • ແກ່ນ: ຊ່ວຍໃນການຄວບຄຸມນ້ຳໜັກ ເນື່ອງຈາກແກ່ນມີສານປະກອບເຊີງຊ້ອນຄາໂບໄຮເດັດທີ່ໃຫ້ພະລັງງານຕ່ຳກ່ວາຄາໂບໄຮເດັດ.
  • ຊ່ວຍປ້ອງກັນໄຂມັນໃນເລືອດສູງ ເພາະເສັ້ນໄຍຂອງແກ່ນຈະຊ່ວຍດູດຊັບນ້ຳມັນ ແລະ ນ້ຳຕານທີ່ເຮົາຮັບໄປຫຼາຍເກີນປະລິມານ ເຊັັັັັັັັັັັັ່ນ: ຄໍເລສເຕີຣໍ, ໄຕຼກຼີເຊີລາຍ ຫຼື ໄຂມັນເປັນຂອງແຫຼວ.
  • ຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດພະຍາດຫົວໃຈ ແລະ ພະຍາດຫຼອດເລືອດໄດ້ເປັນຢ່າງດີ.
  • ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ແລະ ປ້ອງກັນພະຍາດເບົາຫວານໄດ້ເປັນຢ່າງດີ, ເນື່ອງຈາກແກ່ນຕາເວັນມີແຄລລໍລີ້ຕ່ຳ.
  • ຊ່ວຍປ້ອງກັນມະເຮັງໃນລຳໄສ້ໃຫຍ່, ຊ່ວຍໃຫ້ລຳໄສ້ເຮັດວຽກໄດ້ປົກກະຕິ ແລະ ຊ່ວຍບຳລຸງສຸຂະພາບຂອງລຳໄສ້ໃຫຍ່ໄດ້ເປັນຢ່າງດີ.
  • ຊ່ວຍກະຕຸ້ນການດູດຊຶມຂອງແຮ່ທາດຫຼາຍຊະນິດ, ຊ່ວຍປັບສະພາບຂອງລຳໄສ້ໃຫ້ເໝາະສົມແກ່ການດູດຊຶມທາດບາງຊະນິດທີ່ບໍ່ສາມາດດູດຊຶມໃນລຳໄສ້ນ້ອຍ ແລະ ເຮັດໃຫ້ລຳໄສ້ໃຫຍ່ສາມາດດູດຊຶມແຮ່ທາດທີ່ມີປະໂຫຍດໄດ້ຫຼາຍຂຶ້ນ.
  • ຊ່ວຍໃນດ້ານເຮັດວຽກຂອງລະບົບຂັບຖ່າຍ, ຊ່ວຍໃນການຂັບຖ່າຍ, ຊ່ວຍທຳຄວາມສະອາດລຳໄສ້, ແກ້ອາການທ້ອງຜູກ ແລະ ຫຼຸດກິ່ນເໝັນໄດ້.
  • ຊ່ວຍຫຼຸດອາການຈຸກສຽດແໜ້ນທ້ອງ ແລະ ແກ້ອາການຖອກທ້ອງ.
  • ຊ່ວຍກະຕຸ້ນການຫຼັງຂອງນ້ຳບີ.
  • ມີສັບພະຄຸນຊ່ວຍໃນດໍການຂັບປັດສະວະ ແລະ ຊ່ວຍປ້ອງກັນສານພິດຄືໂລຫະໜັກ.

ພືດປະດັບ: ເນື່ອງຈາກມີດອກທີ່ງາມຈຶ່ງນິຍົມນຳມາປູກເປັນພືດປະດັບ, ປູກເປັນແຫຼ່ງທ່ອງທ່ຽວ, 

ຄຸນປະໂຫຍດ:

  • ຫົວ: ຊ່ວຍຫຼຸດກິ່ນປາກຈາກເຊື້ອແບັກທິເຣຍ, ນຳມາເຮັດແປງໄດ້, ນຳມາສະກັດສານອິນຊູລິນ ໃຊ້ປະສົມໃນນົມຜົງເດັກ, ນຳມາແປຮູບເປັນເຫຼົ້າ ແລະ ເອທານອລ, ໃຊ້ເປັນອາຫານເສີມໃນສັດລ້ຽງໄດ້.
  • ລຳຕົ້ນ ແລະ ໃບ: ສາມາດນຳມາເປັນອາຫານສັດ ແລະ ຍັງສາມາດນຳມາໝັກເປັນເອທານອລໄດ້ອີກ.

ສິນຄ້າ:

  • ຫົວ: ເຂົ້າໃນການຜະລິດອຸດສາຫະກຳເພື່ອສະກັດນ້ຳຕານ Inulin ເພື່ອນຳໄປໃຊ້ໃນການຜະລິດນ້ຳເຊື້ອ ຫຼື ໃຊ້ເປັນສານໃຫ້ຄວາມຫວານໃນອຸດສາຫະກຳນ້ຳຫວານ.
  • ແກ່ນ: ສາມາດນຳມາແປຮູບເປັນຜະລິດຕະພັນໄດ້ຫຼາກຫຼາຍ ເຊັ່ນ: ແກ່ນຕາເວັນບັນຈຸຖົງ, ແກ່ນບົດຜົງ, ແກ່ນອົບແຫ້ງ, ຊາແກ່ນ, ແບບແຄບຊູນ ແລະ ສະບູແກ່ນເປັນຕົ້ນ.
  • ຫົວ: ນຳໄປແປຮູບເປັນເຫຼົ້າ ເຊັ່ນ: Topi ຫຼື Rossler.

ພະລັງງານ: ໃຫ້ພະລັງງານສູງ ຫົວສົດ 1 ໂຕນສາມາດຜະລິດເອທານອລບໍລິສຸດໄດ້ 99.5% ແລະ ໄດ້ຫຼາຍຮອດ 100%, ສາມາດໃຊ້ເປັນພະລັງງານທົດແທນໂດຍໃຊ້ປະສົມກັບນ້ຳມັນເບັນຊິນໃຊ້ຜະລິດແກສໄດ້ອີກດ້ວຍ.

ຄຸນຄ່າທາງໂພສະນາການ 100 ກຼາມ: ພະລັງງານ 75 ກິໂລເຄລໍລີ້, ຄາໂບໄຮເດຼດ 17.44 ກຼາມ, ນ້ຳຕານ 9.6 ກຼາມ, ເສັນໄຍ 1.6 ກຼາມ, ໄຂມັນ 0.01 ກຼາມ, ໂປຣຕີນ 2 ກຼາມ, ວິຕາມິນບີ 1 0.2 ມກ 17%, ວິຕາມິນບີ 2 0.06 ມກ 5%, ວິຕາມິນບີ 3 1.3 ມກ 9%, ວິຕາມິນບີ 5 0.397 ມກ 8%, ວິຕາມິນບີ 6 0.077 ມກ 9%, ວິຕາມິນບີ 9 13 ໄມໂຄຣກຼາມ 3%,​ ວິຕາມິນຊີ 4 ມກ 5%, ແຄລຊຽມ 14 ມກ 1%, ທາດເຫຼັກ 3.4 ມກ 26%, ເມັກນີຊຽມ 17 ມກ 5%, ຟອສຟໍຣັດ 78 ມກ 11% ແລະ ໂພແທັກຊຽມ 429 ມກ 9%. 

ຂໍ້ຄວນລະວັງ:

  • ເນື່ອງຈາກມີຄຸນສົມບັດເປັນເສັ້ນໄຍອາຫານສູງຖ້າຮັບປະທານໃນປະລິມານຫຼາຍເກີນໄປອາດເຮັດໃຫ້ເກີດຜົນຂ້າງຄຽງ ຄື: ບໍ່ສະບາຍທ້ອງ, ຈຸກສຽດແໜ້ນທ້ອງ, ຖອກທ້ອງ, ທ້ອງອືດ, ທ້ອງເຟີ້ ຫຼື ມີອາການປ່ວນທ້ອງປວດຮາກ.
ການປະກອບສ່ວນ