ຖົ່ວແຂກ / Common bean

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Phaseolus vulgaris L. / FABACEAE
ຊື່ພ້ອງ
Phaseolus aborigineus Burkart
Phaseolus albus Hoffmanns.
Phaseolus angulosus Schübl. & G.Martens
Phaseolus asparagioides Schur
Phaseolus capensis Schur
Phaseolus communis Pritz.
Phaseolus compressus DC.
Phaseolus cruentus Schur
Phaseolus deliciosus C.Huber
Phaseolus dimidiatus Haberle ex Schübl. & Mart.
Phaseolus domingensis Zuccagni
Phaseolus ellipticus G.Martens
Phaseolus ellipticus var. atrofuscus G.Martens
Phaseolus ellipticus var. niger G.Martens
Phaseolus esculentus Salisb.
Phaseolus ferrugineus Salzwed. ex Medik.
Phaseolus gonospermos Savi
Phaseolus haematocarpus Savi
Phaseolus ionocarpus Fingerh.
Phaseolus lilac Zuccagni
Phaseolus lupinoides Fingerh.
Phaseolus melanospermus Fingerh.
Phaseolus mesoleucus Schrank ex Link
Phaseolus mexicanus Mart.
Phaseolus multiflorus Willd.
Phaseolus nanus L.
Phaseolus nigerrimus Juss. ex Zuccagni
Phaseolus nigricans Haberle ex G.Martens
Phaseolus oblongus Savi
Phaseolus ovalispermus Fingerh.
Phaseolus pictus Cav. ex Steud.
Phaseolus pisiformis Fingerh.
Phaseolus praecox Fingerh.
Phaseolus principissae Pi.Savi
Phaseolus romanus Savi
Phaseolus saccharatus Moench
Phaseolus saponaceus Savi
Phaseolus sinensis Schur
Phaseolus sphaericus Savi
Phaseolus stipularis Lam.
Phaseolus subglobosus Fingerh.
Phaseolus triangularis Steud.
Phaseolus triangulus Fingerh.
Phaseolus tumidus Savi
Phaseolus umbilicalis Pi.Savi
Phaseolus vulgaris var. aborigineus (Burkart) Baudet
Phaseolus zebra (Savi) Fingerh.
Phaseolus zembra Cav.
ຊື່ອື່ນ
ໄທ: ຖົ່ວແດງ, ຖົ່ວແດງຫຼວງ, ຖົ່ວທ້ອງນາ, ຖົ່ວບ້ານນາ ແລະ ຖົ່ວນາເຕັ້ມກຳ.
ອັງກິດ: Kidney bean ແລະ Red kidney bean.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ. ລຳຕົ້ນເປັນຊົງຟຸ່ມ ຫຼື ເປັນເຄືືອ, ຍາວ 3-4 ມ, ເລືອພັນຕາມຕົ້ນໄມ້ອື່ນ, ມີຂົນຊາກຊາກະຈາຍຢູ່ທົ່ວ. ໃບປະສົມຂັ້ນໜຶ່ງແບບຝາມື, ອອກຮຽງສະຫຼັບ. ກ້ານໃບມີຮ່ອງດ້ານເທິງ, ຍາວ 5-7 ຊມ. ໃບຍ່ອຍມີ 3 ໃບ, ໃບປາຍຮູບຫອກ ຫຼື ຮູບຮີ, ກ້ວາງ 4-5 ຊມ, ຍາວ 6-7 ຊມ, ໂຄນໃບມົນ ຫຼື ຕັດ, ຂອບລຽບ, ປາຍແຫຼມ, ໃບຂ້າງຮູບຫອກປີ້ນ, ຮູບໄຂ່ ຫຼື ຮູບຫອກ, ໂຄນໃບບ້ຽວ, ຂອບເປັນແສກເລິກ ຫຼື ລຽບ, ປາຍແຫຼມ, ແຜ່ນໃບບາງ, ມີຂົນຊາກຊາ. ຊໍ່ດອກແບບກະຈະ, ອອກບໍລິເວນງ່າມໃບ ຫຼື ປາຍຍອດ, ຍາວ 10-15 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຮູບດອກຖົ່ວ, ສີຂາວ ຫຼື ສີມ່ວງ. ໝາກເປັນຝັກ, ຮູບຂອບຂະໜານ, ມີຂະໜາດເສັ້ນຜ່າສູນກາງ 0.8-1.5 ຊມ, ຍາວ 10-14 ຊມ. ແກ່ນຮູບທໍ່ກົມ ຫຼື ຮູບແກ່ນຖົ່ວ, ກ້ວາງ 0.2-0.5 ຊມ, ຍາວ 0.5-1 ຊມ, ສີແດງ. 

ບັນຍາຍການນຳໃຊ້

ອາຫານ: 

  • ຖົ່ວແຂກຈັດເປັນອາຫານເພື່ອສຸຂະພາບຢ່າງໜຶ່ງ, ໂດຍໂປຣຕີນທີ່ໄດ້ຈາກຖົ່ວແຂກມີຄຸນຄ່າທາງດ້ານອາຫານເທົ່າກັບຊີ້ນສັດ ແລະ ຍັງບໍ່ສົ່ງຜົນເສຍຕໍ່ສຸຂະພາບ.

ສັບພະຄຸນຂອງແກ່ນຖົ່ວ: 

  • ຫຼຸດຄວາມສ່ຽງການເກີດພະຍາດເສັ້ນເລືອດໃນສະໝອງຕີບ ຫຼື ແຕກ, ຊ່ວຍຂັບພິດໃນຮ່າງກາຍ.
  •  ປະກອບໄປດ້ວຍເສັ້ນໄຍອາຫານທີ່ລະລາຍນ້ຳໄດ້ດີີ, ຊ່ວຍໃນລະບົບຂັບຖ່າຍໃນຮ່າງກາຍໄດ້ຕາມທຳມະຊາດ, ຊ່ວຍຂັບສານພິດໃນຮ່າງກາຍ ແລະ ຊ່ວຍບຳລຸງລຳໄສ້.
  • ຊ່ວຍໃນການຍ່ອຍອາຫານ, ປ້ອງກັນອາການທ້ອງຜູກ ແລະ ຊ່ວຍຫຼຸດຄວາມສ່ຽງໃນການເກີດມະເຮັງໃນລຳໄສ້.
  • ບັນເທົາອາການຈຸກສຽດ, ແໜ້ນທ້ອງ ແລະ ຊ່ວຍຂັບປັດສະວະ.
  • ຊ່ວຍເຮັດໃຫ້ປະຈຳເດືອນຂອງແມ່ຍິງມາປົກກະຕິ, ຫຼຸດອາການບວມນ້ຳ, ກຳຈັດໜອງ ແລະ ຊ່ວຍຫຼຸດອາການຜື່ນຄັນຕາມຜິວໜັງ.
  • ຊ່ວຍປ້ອງກັນ ແລະ ຫຼຸດອາການເໜັບຊາ ແລະ ບັນເທົາອາການເຈັບບວມຕາມຂໍ້ຕໍ່.
  • ຊ່ວຍບຳລຸງຊ່ອງຄອດ ແລະ ຮັກສາມົດລູກ ສຳລັບແມ່ຍິງທີ່ມີອາການເຈັບບໍລິເວນທ້ອງນ້ອຍ.

 ຄຸນປະໂຫຍດ:

  • ໃຫ້ພະລັງງານແກ່ຮາງກາຍສູງ ແລະ ເຮັດໃຫ້ຮູ້ສຶກອິ່ມທ້ອງໄດ້ດົນ.
  • ມີສານທີ່ຊ່ວຍຕ້ານອານຸມູນອິດສະຫຼະ, ຊ່ວຍບຳລຸງພູມຄຸ້ມກັນໃນຮ່າງກາຍ ແລະ ຊ່ວຍປ້ອງກັນພະຍາດຕ່າງໆ. 
  • ເປັນແຫຼ່ງອາຫານທີ່ດີຂອງທາດເຫຼັກທີ່ຊ່ວຍບຳລຸງເລືອດ, ຊ່ວຍປັບສະພາບເລືອດໃນຮ່າງກາຍ ແລະ ຍັງຊ່ວຍບັນເທົາອາການອ່ອນເພຍ, ສະໝອງບໍ່ດີ ແລະ ຄິດຫຍັງບໍ່ອອກ.
  • ຊ່ວຍບຳລຸງຫົວໃຈ, ແກ້ອາການໃຈສັ່ນ ແລະ ຊ່ວຍຫຼຸດຄວາມສ່ຽງໃນການເປັນພະຍາດຫົວໃຈເປັນຢ່າງດີ.
  • ຊ່ວຍບຳລຸງປະສາດ ແລະ ສະໝອງ.
  • ເປັນຖົ່ວທີ່ມີແຄລຊຽມສູງ, ສາມາດຊ່ວຍບຳລຸງກະດູກ ແລະ ແຂ້ວ, ປ້ອງກັນກະດູກເຊື່ອມ, ປ້ອງກັນກະດູກພຸ ແລະ ຍັງມີບົດບາດສຳຄັນຕໍ່ການເຮັດວຽກຂອງລະບົບປະສາດ ແລະ ການຫົດຕົວຂອງກ້າມເນື້ອ.
  • ຊ່ວຍຮັກສາ ແລະ ຄວບຄຸມລະດັບນ້ຳຕານໃນເລືອດໃຫ້ສົມດຸນ, ເຮັດໃຫ້ຜູ້ເປັນພະຍາດເບົາຫວານໃຫ້ດີຂື້ນ.
  • ອຸດົມປະດ້ວຍທາດແມັກນິຊຽມທີ່ຊ່ວຍຄວບຄຸມການທຳງານຂອງລະບົບເຜົາຜ່ານໃນຮ່າງກາຍ, ຄວບຄຸມອຸນຫະພູມໃນຮ່າງກາຍ, ຊ່ວຍໃນການຜະລິດໂປຣຕີນ ແລະ ການຫົດຕົວຂອງກ້າມເນື້ອ.
  • ຖົ່ວແຂກຊ່ວຍຫຼຸດນ້ຳໜັກ, ຊ່ວຍດູດຊັບນ້ຳ ແລະ ພອງຕົວໄດ້ດີ ແລະ ຊ່ວຍຫຼຸດອາການດູດຊຶມຂອງຄໍແຣສໂຕຣອນ
  • ເຮັດໃຫ້ລະບົບອາຫານດູດຊຶມອາຫານໄດ້ຊ້າລົງ ແລະ ເຮັດໃຫ້ຮູ້ສຶກອິ່ມດົນ.
  • ມີສານລິກແນນ, ສານຊາໂປນີນ ແລະ ສານຢັບຢັ້ງໂປຣຕີເອວ ເຊິງເປັນສານທີ່ຊ່ວຍປ້ອງກັນ ແລະ ຫຼຸດການແບ່ງຕົວຂອງຈຸລັງມະເຮັງບາງຊະນິດ ໂດຍສະເພາະ ມະເຮັງປາກມົດລູກ ແລະ ມະເຮັງຕ່ອມລູກໝາກ.
  • ອຸດົມໄປດ້ວຍໂປຣຕີນ ແລະ ແຫຼ່ງສານອາຫານຕ່າງໆ ເຊັ່ນ: ທາດໂຟເຣສ, ແຄລຊຽມ ແລະ ທາດເຫຼັກ... ເຊິ່ງມີຄຸນປະໂຫຍດສຳລັບແມ່ມານ ເພາະຊ່ວຍຫຼຸດຄວາມສ່ຽງການເກີດພະຍາດໂຣກປະສາດກັບເດັກໃນທ້ອງ, ປ້ອງກັນຄວາມຜະລິດປົກກະຕິຂອງເດັກ, ຫຼຸດຄວາມສ່ຽງເກີດກ່ອນກຳນົດ, ແກ້ອາການເດັກມີນ້ຳໜັກໜ້ອຍກວ່າປົກກະຕິ ແລະ ແກ້ອາການໄອຄິວຫຼຸດ.
  • ສ່ວນໃຫຍ່ແລ້ວຈະນຳຖົ່ວແຂກນຳໄປໃຊ້ເປັນໄສ້ເຂົ້າໜົມ.

ສິນຄ້າ: ຖົ່ວແຂກເປັນພືດເສດຖະກິດທີ່ສຳຄັນ, ບາງແຫ່ງປູກເປັນລາຍໄດ້ຫຼັກ.

ຄຸນຄ່າທາງໂພສະນາການຕໍ່ 100 ກຼາມ

 

  • kcal 299
  • Water 11.6 (g)
  • Protein 19.6 (g)
  • Fat 1.9 (g)
  • Carb 38.8 (g)
  • Fiber 24.3 (g)
  • ASH 3.8 (g)
  • Ca 109 (mg)
  • P 388 (mg)
  • Fe 6.7 (mg)
  • Vitamin B1 0.35 (mg)
  • Vitamin B2 0.77 (mg)
  • Vitamin B3 2.4 (mg)
  • micronutSc 2.19

ຂໍ້ຄວນລະຫວັງ: 

  • ຖົ່ວແຂກມີສານ Purine ລະດັບປານກາງ ຜູ້ປວຍພະຍາດເກົ້າຄວນຮັບປະທານໃນປະມານລິມານທີ່ຈຳກັດເພາະສານດັງກ່າວອາດເປັນຕົວກະຕຸ້ນໃຫ້ອາການຄໍ້ອັກເສບ
  • ຜູ້ທີ່ເປັນພະຍາດໝາກໄຂ່ຫຼັງອັກເສບຊຳເຮື້ອຄວນລະມັດລະວັງໃນການຮັບປະທານຖົ່ວແຂກ ເພາະຖົ່ວແຂກມີໂປຣຕີນ ແລະ ຟອສຟໍຣັດສູງອາດຈະສົ່ງຜົນຕໍ່ໝາກໄຂ່ຫຼັງ.
ການປະກອບສ່ວນ