ຜັກໜອກໃຫຍ່ / Gotu kola

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Hydrocotyle umbellata L. / APIACEAE
ຊື່ພ້ອງ
Hydrocotyle caffra Meisn.
Hydrocotyle fluitans DC.
Hydrocotyle incrassata Raf.
Hydrocotyle polystachya A.Rich.
Hydrocotyle quinqueradiata Thouars ex DC.
Hydrocotyle scaposa Steud.
Hydrocotyle umbellata var. intermedia Urb.
Hydrocotyle umbellata var. microphylla Urb.
Hydrocotyle umbellata var. scaposa (Steud.) Urb.
Hydrocotyle umbellata var. umbellulata (Michx.) DC.
Hydrocotyle umbellulata Michx.
ຊື່ອື່ນ
ໄທ: ຜັກແວ່ນແກ້ວ, ຜັກໜອກ, ບົວແກ້ວ,​ ບົວບົກ, ຜັກໜອກ, ຜັກໜອກໃຫຍ່ ແລະ ຜັກໜອກເທດ.
ອັງກິດ: Gotu kola.
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກ, ອາຍຸຫຼາຍປີ, ເກີດບໍລິເວນແຄມນ້ຳ, ເຂດຊຸ່ມ ຫຼື ໜ້ານ້ຳ, ລັກສະນະຄ້າຍດອກບົວ. ລຳຕົ້ນຮູບກົມ, ເລືອຍາວໄປຕາມພື້ນ, ແຕກຮາກ ແລະ ໃບອອກຕາມຂໍ້, ລຳຕົ້ນສູງປະມານ 5-15 ຊມ. ໃບດ່ຽວ, ອອກຮຽງສະຫຼັບ, ລັກສະນະມົນ, ເສັ້ນຜ່າສູນກາງຍາວປະມານ 3-5 ຊມ, ສີຂຽວສົດ, ຂອບເປັນວັກຕື່ນ ແລະ ກ້ວາງ, ຜິວໃບດ້ານເທິງລຽບ ແລະ ເປັນມັນ. ກ້ານໃບຮູບກົມ, ຍາວ 8-10 ຊມ, ສີຂຽວ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກຕາມງ່າມໃບ, ກ້ານຊໍ່ດອກຍາວ 5-9 ຊມ. ຊໍ່ດອກຍ່ອຍອອກແບບກະຈຸກ, ບໍລິເວນປາຍຊໍ່ດອກ 2-3 ກະຈຸກ. ດອກຍ່ອຍມີ 12-15 ດອກ, ມີຂະໜາດປະມານ 0.3 ຊມ, ແຕ່ລະດອກມີກາບດອກ, ກີບດອກ ແລະ ເກສອນເພດຜູ້ແຕ່ລະຢາງມີແນວລະ 5 ອັນ. ໝາກແຫ້ງ, ແກ່ແລ້ວແຕກອອກເປັນ 2 ແສກ. ແກ່ນມີີ 1 ແກ່ນຕໍ່ແສກ, ມີຂະໜາດນ້ອຍ.

ບັນຍາຍການນຳໃຊ້

ອາຫານ: 

  • ໃບ ຫຼື ທັງຕົ້ນ: ສາມາດນຳມາຮັບປະທານເປັນຜັກ, ໃຊ້ກັບແຈ່ວ, ໃຊ້ເປັນເຄື່ອງຄຽງ, ກັບລາບ, ແກງ ຫຼື ໄປຄັ້ນເປັນເຄື່ອງດື່ມ.

ສັບພະຄຸນ: 

  • ທັງຕົ້ນ: ແກ້ພິດໄຂ້, ແກ້ອາການຕາແດງ, ແກ້ອາການຖອກທ້ອງ, ແກ້ທ້ອງອືດທ້ອງເຟີ້, ຊ່ວຍໃນການຂັບປັດສະວະ ແລະ ແກ້ອາການບວມ.
  • ໃບ: ຕົ້ມດື່ມແກ້ອາການຊ້ຳໃນ.

ພືດປະດັບ: ນິຍົມນຳມາປູກເປັນພືດປະດັບໃນຕູ້ປາ, ອ່າງປາ, ປູກໃນກະຖັງເພື່ອໃຫ້ຄວາມສວຍງາມ ແລະ ຮັກສາງ່າຍ.

ການປະກອບສ່ວນ