ຜັກໜອກໃຫຍ່ / Gotu kola
APA 6th ed. ຜັກໜອກໃຫຍ່ / Gotu kola. (2021, April 27). Retrieved from https://www.phakhaolao.la/kb/0001106
MLA 8th ed. ຜັກໜອກໃຫຍ່ / Gotu kola. Pha Khao Lao, 27 April 2021, https://www.phakhaolao.la/kb/0001106.
Chicago 17th ed. Pha Khao Lao. 2021. "ຜັກໜອກໃຫຍ່ / Gotu kola." Published April 27, 2021. https://www.phakhaolao.la/kb/0001106.
Hydrocotyle fluitans DC.
Hydrocotyle incrassata Raf.
Hydrocotyle polystachya A.Rich.
Hydrocotyle quinqueradiata Thouars ex DC.
Hydrocotyle scaposa Steud.
Hydrocotyle umbellata var. intermedia Urb.
Hydrocotyle umbellata var. microphylla Urb.
Hydrocotyle umbellata var. scaposa (Steud.) Urb.
Hydrocotyle umbellata var. umbellulata (Michx.) DC.
Hydrocotyle umbellulata Michx.
ອັງກິດ: Gotu kola.
ຈັດເປັນພືດລົ້ມລຸກ, ອາຍຸຫຼາຍປີ, ເກີດບໍລິເວນແຄມນ້ຳ, ເຂດຊຸ່ມ ຫຼື ໜ້ານ້ຳ, ລັກສະນະຄ້າຍດອກບົວ. ລຳຕົ້ນຮູບກົມ, ເລືອຍາວໄປຕາມພື້ນ, ແຕກຮາກ ແລະ ໃບອອກຕາມຂໍ້, ລຳຕົ້ນສູງປະມານ 5-15 ຊມ. ໃບດ່ຽວ, ອອກຮຽງສະຫຼັບ, ລັກສະນະມົນ, ເສັ້ນຜ່າສູນກາງຍາວປະມານ 3-5 ຊມ, ສີຂຽວສົດ, ຂອບເປັນວັກຕື່ນ ແລະ ກ້ວາງ, ຜິວໃບດ້ານເທິງລຽບ ແລະ ເປັນມັນ. ກ້ານໃບຮູບກົມ, ຍາວ 8-10 ຊມ, ສີຂຽວ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກຕາມງ່າມໃບ, ກ້ານຊໍ່ດອກຍາວ 5-9 ຊມ. ຊໍ່ດອກຍ່ອຍອອກແບບກະຈຸກ, ບໍລິເວນປາຍຊໍ່ດອກ 2-3 ກະຈຸກ. ດອກຍ່ອຍມີ 12-15 ດອກ, ມີຂະໜາດປະມານ 0.3 ຊມ, ແຕ່ລະດອກມີກາບດອກ, ກີບດອກ ແລະ ເກສອນເພດຜູ້ແຕ່ລະຢາງມີແນວລະ 5 ອັນ. ໝາກແຫ້ງ, ແກ່ແລ້ວແຕກອອກເປັນ 2 ແສກ. ແກ່ນມີີ 1 ແກ່ນຕໍ່ແສກ, ມີຂະໜາດນ້ອຍ.
ອາຫານ:
- ໃບ ຫຼື ທັງຕົ້ນ: ສາມາດນຳມາຮັບປະທານເປັນຜັກ, ໃຊ້ກັບແຈ່ວ, ໃຊ້ເປັນເຄື່ອງຄຽງ, ກັບລາບ, ແກງ ຫຼື ໄປຄັ້ນເປັນເຄື່ອງດື່ມ.
ສັບພະຄຸນ:
- ທັງຕົ້ນ: ແກ້ພິດໄຂ້, ແກ້ອາການຕາແດງ, ແກ້ອາການຖອກທ້ອງ, ແກ້ທ້ອງອືດທ້ອງເຟີ້, ຊ່ວຍໃນການຂັບປັດສະວະ ແລະ ແກ້ອາການບວມ.
- ໃບ: ຕົ້ມດື່ມແກ້ອາການຊ້ຳໃນ.
ພືດປະດັບ: ນິຍົມນຳມາປູກເປັນພືດປະດັບໃນຕູ້ປາ, ອ່າງປາ, ປູກໃນກະຖັງເພື່ອໃຫ້ຄວາມສວຍງາມ ແລະ ຮັກສາງ່າຍ.