ເຫັດໂຄນໃຫຍ່ / Long Stalk Termite Mushroom

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Termitomyces heimii Natarajan / Lyophyllaceae
ຊື່ພ້ອງ
Sinotermitomyces cavus M. Zang
Termitomyces longiradicatus Sathe & J.T. Daniel [as 'longiradicata']
ຊື່ອື່ນ
Thai: Khon Sai Kai Ngai
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ດອກເຫັດເສັ້ນຜ່າສູນກາງ 80-100 ມີນລີແມັດ. ດອກອ່ອນຄ້າຍຮູບຊາມຄ້ວມແລ້ວກາງແປເປັນແຜ່ນກວ້າງອອກ, ມີປຸ່ມນູນເຄິ່ງກາງດອກ, ຜິວເປັນມັນເຫຼື້ອມ, ລຽບ, ຂາວ ແລ້ວປ່ຽນເປັນສີນ້ຳຕານອ່ອນ, ປຸ່ມນູນສີເຄິ່ງກາງຈະມີສີເຂັ້ມກວ່າ, ຂອບງໍລົງ, ມັກຈິກຂາດ. ກີບບໍ່ຕິດກ້ານ, ກວ້າງ, ລຽນຖີ່, ສີຂາວແລ້ວປ່ຽນເປັນສີບົວອ່ອນ. ກ້ານດອກຍາວ 50-90 ມີນລີແມັດ, ເສັ້ນຜ່າສູນກາງ 15-20 ມີນລີແມັດ, ຮູບຊົງກະບອກ, ແຂງ, ລຽບ, ມີຮອຍຂິດ, ສີຂາວ, ມີວົງແຫວນ 2 ຊັ້ນຕິດຢູ່ໃກ້ດອກ. ຮາກທຽມຍາວ 70-360 ມີນລີແມັດ, ຍາວຮຽວຍາວໄປຈົນຮອດເສັ້ນຜ່າສູນກາງ 5 ມີນລີແມັດຢູ່ປາຍໂຄນ, ຜິວລຽບ, ເຄີ່ງກາງມັນເປັນໂພ່ງ ແລະ ບິດງໍ, ສີຂາວ. ເນື້ອແໜ້ນ. ສະປໍສີຂາວ 5-7 x 3-5 ໄມໂຄຣແມັດ, ຮູບໄຂ່ ຫຼື ຮູບກະສວຍ, ຜິວລຽບ, ເປືອກໜາ, ສີບົວ.

ບັນຍາຍການນຳໃຊ້

ເປັນເຮັດດອກຂະໜາດໃຫຍ່ ແລະ ນິຍົມຮັບປະທານໄດ້, ເປັນເຫັດທີ່ຫາກີນຍາກພົບໄດ້ໃນຊ່ວງລະດູການເທົ່ານັ້ນ, ເຫັດຊະນິດຂ້ອນຂ້າງລາຄາແພງ. ສາມາດປຸງແຕ່ງອາຫານໄດ້ຫຼາກຫຼາຍເຊັ່ນ: ແຈ່ວ, ແກງ, ໜີ້ງກັບແຈ່ວສົ້ມ ແລະ ຂົ້ວ.

ການປະກອບສ່ວນ