ຕົ້ນສ້ານ / Chulta

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Dillenia indica L. / DILLENIACEAE
ຊື່ພ້ອງ
Dillenia elongata Miq.
Dillenia indica f. elongata (Miq.) Miq.
Dillenia speciosa Thunb.
ຊື່ອື່ນ
ໄທ: ສົ້ມປຸ, ສ້ານກວາງ, ສ້ານທ່າ, ສ້ານປ້າວ, ສ້ານໃຫຍ່, ແສ້ນ, ສັ້ນ, ບັກສັ້ນໃຫຍ່, ແອບເປີ້ນມ້ອນ, ສ້ານໝາກຕາດ, ໄມ້ສ້ານຫຼວງ ແລະ ໝາກຕາດ.
ອັງກິດ: Chulta, Chalta Ouu, Indian Catmon ແລະ Elephant apple.
ອິນເດຍ: Chalita, Akku, Uvaa, Mota-Karmal, Ugaa kai, Uvaa thekku, Syalita ແລະ Punna.
ຈີນ: 五桠果, 五椏果 ແລະ 第倫桃.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດກາງ ຫຼື ຂະໜາດໃຫຍ່. ລຳຕົ້ນສູງ 10-20 ມ, ປາຍຍອດຮູບກົມ ຫຼື ຮູບໄຂ່, ເປັນຊົງຟຸ່ມໜາ, ລຳຕົ້ນມັກຄົດງໍ, ມັກມີຕາຂະໜາດນ້ອຍໃຫຍ່ທົ່ວລຳຕົ້ນ, ເຊິ່ງເກີດຈາກຮ່ອງຮອຍຂອງກິ່ງໄມ້ແກ້ທີ່ຫຼຸດໄປ, ເປືອກຕົ້ນໜາ, ສີນ້ຳຕານແດງ​ ຫຼື ສີທອງແດງ, ເມື່ອແກ່ປ່ຽນເປັນສີເທົາ ແລະ ຫຼຸດອອກເປັນແຜ່ນບາງໆ, ແຕກກິ່ງກ້ານບໍ່ສູງຈາກພື້ນດິນ. ໃບດ່ຽວ, ອອກຮຽງສະຫຼັບ, ບໍລິເວນປາຍຍອດ, ຮູບຫອກ ຫຼື ຮູບໄຂ່ປີ້ນ, ໃບກ້ວາງ 8-12 ຊມ, ຍາວ 25-30 ຊມ, ໂຄນໃບມົນ ຫຼື ຮຽວແຫຼມ, ຂອບໃບແສກແຂ້ວເລື້ອຍ, ປາຍໃບແຫຼມ ຫຼື ເປັນຕິ່ງໜາມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບເປັນຂື້ນຕາມເສັ້ນກາງໆໃບ, ຜິວໃບດ້ານລຸ່ມມີຂົນກະຈາຍຢູ່ທົ່ວ. ກ້ານໃບມີລັກສະນະເປັນຮ່ອງດ້ານເທິງ, ໂຄນກ້ານໃບແປ ແລະ ອວບຫຸ້ມລຳຕົ້ນ, ຍາວ 4-5 ຊມ. ດອກດຽວ, ສີຂາວນວນ, ມີກິ່ນຫອມ, ອອກບໍລິເວນງ່າມໃບໃກ້ປາຍກິ່ງ. ກ້ານດອກມີຄວາມຍາວ​​ 3-5 ຊມ, ມີຂົນສາກຊາ. ກາບດອກມີ 5 ກາບ, ລັກສະນະຄືບ່ວງ.  ກີບດອກຮູບໄຂ່ປີ້ນ, ກ້ວາງ 15-18 ຊມ, ຫຼົ່ນງ່າຍ. ເກສອນເພດຜູ້ມີຈຳນວນຫຼາຍ, ສີເຫຼືອງ, ຈັບອ້ອມເຕົ້າໄຂ່. ເຕົ້າໄຂ່ສີຂາວ, ປາຍແຍກອອກເປັນ 2 ແສກ, ເຕົ້າໄຂ່ມີ 20 ຫ້ອງ, ເມື່ອດອກໄດ້ຮັບການປະສົມເກສອນແລ້ວກາບດອກຈະເລີ່ມຫຸບເຂົ້າ, ມີລັກສະນະກົມກາຍເປັນໝາກ.

ບັນຍາຍການນຳໃຊ້

ອາຫານ: 

  • ໝາກ: ໃຊ້ຮັບປະທານເປັນໝາກໄມ້ສົ້ມໄດ້, ນຳມາປະກອບເປັນອາຫານ ເຊັ່ນ: ເຮັດແກງສົ້ມ ຫຼື ນຳມາເຮັດເປັນອາຫານອື່ນ.
  • ແກ່ນ: ສາມາດນຳມາຮັບປະທານສົດໄດ້.

ພືກເປັນຢາ: 

  • ຮາກ: ໃຊ້ເປັນຢາຖອນພິດຈາກແມງໄມ້ກັດ.
  • ເປືອກຕົ້ນ: ນຳມາຄ້ຽວຊ່ວຍເຮັດໃຫ້ເຫງືອກ ແລະ ແຂ້ວກະຊັບ (ເປືອກ), ໃຊ້ຕົ້ມດື່ມຮັກສາອາການຖອກທ້ອງ, ຊ່ວຍຖອນພິດໄຂ້, ລະບາຍພິດໄຂ້, ໃຊ້ເປັນຢາຮັກສາແຜ (ໃບ ແລະ ເປືອກ), ຊ່ວຍແກ້ໄຂ້, ຫຼຸດໄຂ້ ແລະ ໃຊ້ເປັນຢາອ່ອນ (ເປືອກ, ໃບ ແລະ ໝາກ).
  • ຜົນ: ຊ່ວຍຕ້ານອານຸມູນອິດສະຫຼະ, ເປັນຢາບຳລຸງຮ່າງກາຍ, ໃຊ້ເປັນຢາແກ້ເຈັບທ້ອງ, ຊ່ວຍໃນການຂັບຖ່າຍ ແລະ ແກ້ທ້ອງຜູກ.
  • ໝາກສຸກ: ຮັບປະທານເປັນຢາເຢັນ, ແກ້ອາການໄອ ແລະ ຊ່ວຍຂັບເສມຫະ.
  • ເມືອກຜົນ: ຊ່ວຍເຄືອບແຜໃນກະເພາະ ແລະ ລຳໄສ້.
  • ບໍ່ລະບຸພາກສ່ວນ: ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ແລະ ຊ່ວຍຕ້ານອາການລົມຊັກ.

ພືດປະດັບ: ຄົນໄທບູຮານນິຍົມມາປູກບໍລິເວນໜ້າບ້ານກາງແຈ້ງເພື່ອເປັນພືດປະດັບ ຫຼື ໃຊ້ເປັນຮົ່ມເງົາ, ເນື່ອງຈາກມີດອກງາມ ແລະ ມີກິ່ນຫອມ.

ສິ່ງປຸກສ້າງ: ໃຊ້ເປັນໂຄງສ້າງຂອງເຮືອນ ເຊັ່ນ: ເສົາເຮືອ.

ສິນຄ້າ: ປັດຈຸບັນໄດ້ມີຜູ້ຄິດຄົ້ນ ແລະ ດັດແປງແປຣຮູບໝາກສ້ານເປັນຜະລິດຕະພັນສະຜົມ.

ປະໂຫຍດ:

  •  ເນື້ອໄມ້: ສາມາດນຳມາໃຊ້ເປັນເຄື່ອງມືທາງການກະເສດ ຫຼື ການກະເສດ ແລະ ນຳມາໃຊ້ເປັນຟືນ.
  • ເປືອກ ແລະ ໝາກ: ສາມາດນຳມາໃຊ້ໃນການຍ້ອມໜັງສັດ ແລະ ເຮັດມຶກໄດ້.
  • ເປືອກ: ຊາວລາມັນໄດ້ນຳເປືອກມາທາທ້ອງເຮືອເພື່ອເຮັດໃຫ້ເຮືອແລ່ນໄວຂື້ນ ເພາະຈະຊ່ວຍຫຼຸດອາການສຽດສີຂອງນ້ຳ.
  • ນ້ຳຢາງຈາກໝາກ: ສາມາດນຳມາໃຊ້ສະຜົມໄດ້.
  • ເມືອກ: ສາມາດຊ່ວຍບຳລຸງເສັ້ນຜົມ, ປົກປ້ອງເສັ້ນຜົມຈາກແສງແດດ ແລະ ມົນລະພິດ.

ຂໍ້ມູນທາງວິທະຍາສາດ: 

  • ສານສະກັດຈາກຕົ້ນດ້ວຍ Ethanol 95 % ແລະ Acetone ສາມາດຢັບຢັ້ງເຊື້ອ Bacillus cereus ແຕ່ບໍ່ສາມາດຢັບຢັ້ງເຊື້ອ Escherichia coli ແລະ Staphylococcus aureus.
  • ສານສະກັດຈາກໃບໂດຍສານ Acetone ສາມາດຢັບຢັ້ງເຊື້ອ  Bacillus cereus ແຕ່ບໍສາມາດຢັບຢັ້ງເຊື້ອ Escherichia coli ແລະ Staphylococcus aureus
  • ສານສະກັດຈາກໃບດ້ວຍ Ethanol 95 % ບໍ່ສາມາດຂ້າເຊື້ອແບັກທິເຣຍທັງ 3 ຊະນິດໄດ້.
  • ສານສະກັດໝາກ ແລະ ໃບ: ສາມາດຢັ້ງຢັ້ງການຈະເລີນເຕີບໂຕຂອງ Bacillus cereus ໄດ້ດີທີ່ສຸດໃນອຸນຫະພູມຫ້ອງ, ຮອງລົງມາຄື 4 ອົງສາ, 60 ອົງສາ ແລະ 100 ອົງສາ ຕາມລຳດັບ.
  • ສານສະກັດຈາກໃບມີສິດໃນການຕ້ານອານຸມູນອິດສະຫຼະ, ກົດລະບົບປະສາດສ່ວນກາງ ແລະ ຊ່ວຍຕ້ານດານອັກເສບ.
ການປະກອບສ່ວນ