ປໍຂົນ / Climbing Mallotus

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Mallotus repandus (Willd.) Müll.Arg. / EUPHORBIACEAE
ຊື່ພ້ອງ
Adisca timoriana Span.
Croton bacciferus Wall.
Croton repandus Willd.
Croton rhombifolius Willd.
Croton volubilis Llanos
Helwingia populifolia Spreng.
Mallotus chrysocarpus Pamp.
Mallotus contubernalis Hance
Mallotus contubernalis var. chrysocarpus (Pamp.) Hand.-Mazz.
Mallotus repandus var. chrysocarpus (Pamp.) S.M.Hwang
Mallotus repandus var. megaphyllus Croizat
Mallotus repandus var. repandus
Mallotus repandus var. scabrifolius (A.Juss.) Müll.Arg.
Mallotus scabrifolius (A.Juss.) Müll.Arg.
Mallotus scandens (Span.) Müll.Arg.
Mappa scandens (Span.) Pancher ex Baill.
Rottlera cordifolia Benth.
Rottlera dicocca Roxb.
Rottlera dioica Baill.
Rottlera laccifera Voigt
Rottlera repanda (Willd.) Scheff.
Rottlera rhombifolia (Willd.) Thwaites
Rottlera scabrifolia A.Juss.
Rottlera scandens Span.
Rottlera trinervis Zipp. ex Span.
Rottlera viscida Blume
Trewia nudiflora var. dentata Susila & N.P.Balakr.
Trewia nudifolia Hance
ຊື່ອື່ນ
ໄທ: ໂພຄານ, ແນວນ້ຳ, ກູລະເປຍ, ຍ່ຽວແມວເຖົ້າ, ໝາກປອບເຄື່ອ, ຍ່ຽວແມວ, ໂຄຄຣານໃບນ້ອຍ ແລະ ໝາກກາຍເຄື່ອ.
ຈີນ: 扛香藤.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມເລືອ ຫຼື ໄມ້ເຄືອ, ພັນໄປຕາມຕົ້ນໄມ້ຊະນິດອື່ນ, ມີຄວາມສູງ ຫຼື ຍາວປະມານ 3-6 ມ. ລຳຕົ້ນເປັນໄມ້ເນື້ອແຂງ, ເປືອກສີນ້ຳຕານເຂັ້ມ, ເນື້ອໄມ້ສີນ້ຳຕານອ່ອນ, ກິ່ງອ່ອນ ແລະ ຊໍ່ດອກມີຂົນອ່ອນນຸ້ມຮູບດາວກະຈາຍຢ່າງໜາແໜ້ນ, ລຳຕົ້ນແກ່ມີໜາມຍາວ 1-2 ຊມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ແກມຮູບສາມຫຼ່ຽມ, ຮູບໄຂ່ແກມຮູບຂອບຂະໜານ ຫຼື ຮູບໄຂ່ກ້ວາງ, ກ້ວາງ 5-8 ຊມ, ຍາວ 6-10 ຊມ, ໂຄນໃບຕັດ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບຄ້າຍຄືເຈ້ຍ, ຜິວໃບດ້ານເທິງເປັນຜິວລຽບ, ຜິວໃບດ້ານລຸ່ມມີຂົນຮູບດາວກະຈາຍຢ່າງໜາແໜ້ນ. ຫູໃບຮູບສາມຫຼ່ຽມ, ຍາວປະມານ 1 ມມ. ກ້ານໃບຮູບກົມ, ຍາວ 1.5-1.6 ຊມ. ຊໍ່ດອກແບບກະຈາງ, ອອກບໍລິເວນງ່າມໃບ ແລະ ປາຍກິ່ງ. ດອກຍ່ອຍມີຈຳນວນຫຼາຍ, ດອກແຍກເພດໃນຕົ້ນດຽວກັນ, ສີເຫຼືຶອງ ຫຼື ສີຂາວ. ຊໍໍ່ດອກເພດຜູ້ອອກບໍລິເວນປາຍຍອດ, ຊໍ່ດອກແບບແຕກແໜງ, ຍາວ 5-15 ຊມ. ດອກຍ່ອຍອອກແບບກະຈຸກ, ມີ 2-5 ດອກ. ໃບປະດັບຮູບຫຼິ່ມ, ມີຂະໜາດປະມານ 1.5 ມມ. ກ້ານດອກຍ່ອຍຍາວ 2-4 ມມ. ກາບດອກມີ 3-4 ກາບ, ຮູບຂອບຂະໜານ, ຍາວປະມານ 3 ມມ, ມີຂົນອ່ອນນຸ້ມ. ເກສອນເພດຜູ້ມີ 40-75 ອັນ. ຊໍ່ດອກເພດແມ່ຍາວປະມານ 5-8 ຊມ. ໃບປະດັບຮູບຫອກ, ມີຂະໜາດປະມານ 2 ມມ. ການດອກຍ່ອຍຍາວປະມານ 2-3 ມມ. ກາບດອກມີ 4-5 ອັນ, ຮູບຫອກ, ຂະໜາດ 2-3 ມມ, ມຂົນອ່ອນນຸ້ມ. ເຕົ້າໄຂ່ມີ 2 ຫ້ອງ, ມີຂົນອ່ອນນຸ້ມ, ສີເຫຼື່ອງ, ປາຍຮວງຮັບຍາວ 3-5 ມມ, ມີຂົນຍາວ. ໝາກແບບແຄບຊູນ, ມີ​ 2 ຫ້ອງ, ລັກສະນະຮູບທໍ່ກົມ, ມີຂະໜາດເສັ້ນຜ່າສູນກາງປະມານ 10 ມມ, ສີນ້ຳຕານເຫຼືອງ, ມີຂົນອ່ອນນຸ້ມ, ໝາກແຫ້ງແລ້ວແຕກ. ກ້ານໝາກຍາວ 8-12 ມມ. ແກ່ນມີລັກສະນະເຄິ່ງວົງກົມ, ມີເສັ້ນຜ່າສູນກາງປະມານ 5 ມມ, ສີດຳ.

ບັນຍາຍການນຳໃຊ້

ສັບພະຄຸນ:

  • ເຄືອ: ຊ່ວຍບຳລຸງເລືອດ, ໃຊ່້ເຂົ້າໃນຕຳລັບຢາຮັກສາມະເຮັງ, ແກ້ກະໄສ, ແກ້ປັດສະວະອັກເສບ ແລະ ຊ່ວຍຂັບປັດສະວະ, ຮັກສາໝາກໄຂ່ຫຼັງອັກເສບ, ຊ່ວຍແກ້ພິດພາຍໃນ, ໃຊ້ປຸງເປັນຢາແກ້ເຈັບເມື່ອຍຕາມຮ່າງກາຍ, ເຈັບຫຼັງ, ເຈັບແອວ, ແກ້ເສັ້ນເອັ້ນແຂງຕົວ ແລະ ຮັກສາອາການເຈັບຂໍ, ຮັກສາອາການເຈັບກະດູກ ແລະ ຊ່ວຍສາອາການອັກເສບຂອງກ້າມເນື້ອ.
  • ຕົ້ນ: ຕົ້ມດື່ມຊ່ວຍຮັກສາອາການເຈັບເມື່ອຍຕາມຮ່າງກາຍ.

ຂໍ້ມູນທາງວິທະນາສາດ:

  • ສານສະກັດຈາກຕົ້ນ: ຊ່ວຍຫຼຸດການອັກເສບ, ປ້ອງກັນການເກີດພິດຕໍ່ຕັບ ແລະ ປ້ອງກັນການເກີດແຜໃນກະເພາະອາຫານ.
  • ຊ່ວຍຕ້ານອານຸມູນອິດສະຫຼະ, ຊ່ວຍປ້ອງກັນການຖືກທຳລາຍຂອງຜິວໜັງ ແລະ ໄຂ່ກະດູກຈາກລັງສີ.
  • ນ້ຳທີສະກັດຈາກຮາກ ແລະ ລຳຕົ້ນ: ຊ່ວຍລຸດການອັກເສບ ແລະ ຊ່ວຍປ້ອງກັນການເກີດພະຍາດມະເຮັງ ໂດຍການໄປຈັບອານຸມູນອິດສະຫຼະທີເປັນສາເຫດຂອງພະຍາດມະເຮັງ.
  • ສານສະກັດຈາກເຄືອ: ສາມາດຫຼຸດອາການເຈັບ ແລະ ຕ້ານການອັກເສບຂອງກ້າມເນື້ອໄດ້.
  • ສານສະກັດດ້ວຍເຫຼົ້າຈາກເປືອກ: ສາມາດຢັບຢັ້ງການເຄື່ອນທີ່ຂອງຈຸລັງຫຼອດເລືອດ ແລະ ເຊື້ອມະເຮັງໃນທໍ່ນ້ຳດີໄດ້.
ການປະກອບສ່ວນ