ໃບຕ້າງດອກ / Painted spurge

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Euphorbia heterophylla L. / EUPHORBIACEAE
ຊື່ພ້ອງ
Euphorbia geniculata Ortega
Euphorbia heterophylla var. geniculata (Ortega) M.Gómez
Euphorbia prunifolia Jacq.
Poinsettia geniculata (Ortega) Klotzsch & Garcke)
ຊື່ອື່ນ
ໄທ: ໃບຕ່າງດອກ, ລູກເຂີຍຕາຍແມ່ຍາຍເຮັດສົບ, ຫຍ້ານ້ຳມຶກ, ຫຍ້າຫຼັງອຶງ, ຫຍ້າສອງພັນຫ້າຮ້ອຍ, ຜັກບົ້ງປ່າ, ຈ້າຜັກບົ້ງ ແລະ ຫຍ້າຍາງ.
ອັງກິດ: Painted spurge ແລະ Mexican fire plant
ບັນຍາຍລັກສະນະພືດສາດ

ໄມ້ລົ້ມລຸກ, ປາຍຍອດຊົງຟູ່ມ. ລຳຕົ້ນສູງປະມານ 50 ຊມ, ກ້ວາງປະມານ 30 ຊມ, ລຳຕົ້ນຕັ້ງຊື່, ຜິວລຽບ, ສີຂຽວ, ທຸກສ່ວນມີຢາງສີຂາວຂຸ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງຕັ້ງສາກສະຫຼັບກັນ, ຮູບຮີ, ກ້ວາງປະມານ 6,5 ຊມ, ຍາວປະມານ 10 ຊມ, ໂຄນໃບຮຽວແຫຼມ ຫຼື ບ້ຽວ, ຂອບລຽບ, ປາຍຮຽວແຫຼມ, ສີຂຽວ. ຊໍ່ດອກແບບກະຈຸກ, ອອກບໍລິເວນປາຍຍອດ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ. ກາບດອກເຊື່ອມຕິດກັນປາຍແຍກອອກເປັນ 5 ແສກ, ສີຂຽວ, ບໍ່ມີກີບດອກ. ເກສອນເພດຜູ້ມີ 4 ອັນ, ປາຍເປັນກະເປາະ, ສີເຫຼືອງ. ເຕົ້າໄຂ່ມີ 1 ອັນ, ຈັບເທິງ, ປາຍຮວງຮັບແຍກອອກເປັນ 4 ແສກ, ສີເຫຼືອງ. ໝາກກຸ່ມ, ຮູບກົມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີນ້ຳຕານ. ແກ່ນມີ 3 ແກ່ນ, ຮູບກົມ, ສີຂຽວ.

ບັນຍາຍການນຳໃຊ້

ອາຫານ: ຍອດອ່ອນສາມາດນຳມາຕົ້ມກິນກັບແຈ່ວໄດ້

ສັບພະຄຸນ: 

  • ຍອດອ່ອນ: ໃຊ້ຮັບປະທານປະມານ 3 ໃບ ເປັນຢາຖ່າຍ, ຢາລະບາຍ ແລະ ຊ່ວຍແກ້ອາການເຈັບທ້ອງ.
  • ເປືອກຕົ້ນ:  ຊ່ວຍຂັບນ້ຳນົມຂອງແມ່ຍິງ.

ພືດປະດັບ: ເນື່ອງຈາກມີສີສັນໂດດເດັ່ນຈິ່ງນິຍົມນຳມາປູກເປັນພືດປະດັບ.

 ຂໍ້ຄວນລະວັງ: 

  • ມີການໃຊ້ໃບເປັນສານເສບຕິດໄດ້.
  • ຢາງສີຂາວຂຸ້ນຫາກສຳພັດກັບຜິວໜັງຈະເຮັດໃຫ້ຜິວໜັງອັກເສບ.
  • ບໍລິເວນກ້ານໃບມີຂົນຫາກສຳພັດຈະເຮັດໃຫ້ເກີດອາການຄັນຈຶງບໍ່ຄວນສຳພັດ.
ການປະກອບສ່ວນ