ຫຍ້າຂັດມອນນ້ອຍ / Broom weed

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Sida acuta Burm. f. / MALVACEAE
ຊື່ພ້ອງ
Malvastrum carpinifolium (L. f.) A. Gray
Malvinda carpinifolia (L.f.) Medik.
Malvinda carpinifolia (L. f.) Moench
Sida acuta subsp. acuta
Sida acuta var. acuta
Sida acuta var. carpinifolia (L.f.) K.Schum.
Sida acuta subsp. carpinifolia (L.f.) Borss.Waalk.
Sida acuta var. intermedia S.Y. Hu
Sida acuta var. madagascariensis Hochr.
Sida balbisiana DC.
Sida berlandieri Turcz.
Sida bodinieri Gand.
Sida carpinifolia L.f.
Sida carpinifolia f. acuta (Burm.f.) Millsp.
Sida carpinifolia var. acuta (Burm.f.) Kurz
Sida carpinifolia var. brevicuspidata Griseb.
Sida carpinifolia f. spiraeifolia (Link) Millsp.
Sida chanetii Gand.
Sida disticha Sessé & Moc.
Sida frutescens Cav.
Sida garckeana Pol.
Sida lancea Gand.
Sida lanceolata Retz.
Sida planicaulis Cav.
Sida scoparia Lour.
Sida spiraeifolia Link
Sida spireifolia Willd.
Sida stauntoniana DC.
Sida stipulata Cav.
Sida trivialis Macfad.
Sida vogelii Hook. f.
ຊື່ອື່ນ
ໄທ: ຫຍ້າຂັດ, ຫຍ້າຂັດໃບຍາວ, ຄັດມອນ, ຂັດມອນ, ຫຍ້າຂໍ້, ຍຸງກວາດ ແລະ ຍຸງປັດ.
ອັງກິດ: Broom weed, Two-beaked ແລະ Snake's tongue.
ຈີນ: 黄花稔.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ. ລຳຕົ້ນຕັ້ງຊື່, ເນື້ອແຂງ, ສູງ 0.3-1 ມ, ແຕກກິ່ງກ້ານສາຂາຈຳນວນຫຼາຍ, ກິ່ງມີຂົນອ່ອນນຸ້ມ ຫຼື ຂ້ອນຂ້າງກ້ຽງ, ເປືອກຕົ້ນໜຽວ. ໃບດ່ຽວ, ອອກວຽນຫ່າງໆກັນ, ຮູບຫອກ, ກວ້າງ 0.5-1​ ຊມ, ຍາວ 3-5 ຊມ, ໂຄນໃບຕັດ ຫຼື ມົນ, ຂອບແສກແຂ້ວເລື່ອຍ, ປາຍແຫຼມ ຫຼື ຮຽວແຫຼມ, ຜິວໃບມີຂົນຮູບດາວກະຈາຍຢູ່ທົ່ວ ຫຼື ອາດຈະກ້ຽງທັງສອງດ້ານ. ກ້ານໃບກົມ, ຍາວ 4-6 ມມ, ມີຂົນອ່ອນນຸ້ມ. ຫູໃບມີ 1 ຄູ່, ຮູບເສັ້ນດ້າຍ, ຍາວ 7-10​ ມມ, ຕິດທົນ. ດອກດ່ຽວ ຫຼື ອອກເປັນຄູ່ບໍລິເວນງ່າມໃບ, ດອກບານເຕັມທີກວ້າງປະມານ 8-10 ມມ, ສີເຫຼືອງ. ກ້ານດອກຍາວ 4-12 ມມ, ມີຂົນ ແລະ ຕ່ອມຢູ່ກາງກ້ານ. ກາບດອກໂຄນເຊື່ອມຕິດກັນເປັນຮູບຖ້ວຍ, ຍາວປະມານ 6 ມມ, ປາຍແຍກອອກເປັນ 5 ແສກ, ປາຍຮຽວແຫຼມ, ສີຂຽວ. ກີບດອກມີ 5 ກີບ, ຮູບໄຂ່ປີ້ນ, ຍາວ 6-7 ມມ, ໂຄນກີບດອກຮຽວແຄບ, ປາຍມົນ, ມີຂົນ. ເກສອນເພດຜູ້ເຊື່ອມຕິດກັນເປັນຫຼອດ, ຍາວປະມານ 4 ມມ, ມີຂົນແຂງກະຈາຍຢູ່ທົ່ວ, ກ້ານຊູຖົງລະອອງຮຽວນ້ອຍ, ຖົງລະອອງສີເຫຼືອງ. ເຕົ້າໄຂ່ຈັບເທິງ, ຢູ່ໃນຫຼອດເກສອນເພດຜູ້, ປາຍຮວງຮັບຍາວກວ່າເສົາເກສອນເພດຜູ້ເລັກນ້ອຍ. ໝາກຂ້ອນຂ້າງກົມ, ມີຮອບແຍກ 4-9 ແສກ, ສ່ວນຫຼາຍແລ້ວຈະມີ 5-6 ແສກ, ຍາວ 3-5 ມມ, ປາຍມີໜາມແຫຼມສັ້ນ 2 ອັນ, ຜິວລາຍ, ໝາກແຫ້ງແລ້ວແຕກ.

ບັນຍາຍການນຳໃຊ້

ສັບພະຄຸນ:

  • ຮາກ: ໃຊ້ເປັນຢາຂົມຊ່ວຍໃນການຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ, ຊ່ວຍບຳລຸງກຳລັງ, ຊ່ວຍບຳລຸງປອດ, ຊ່ວຍແກ້ພະຍາດປະສາດ, ຮັກສາອາການອ່ອນເພຍ, ຊ່ວຍແກ້ອາການໂຕຮ້ອນ, ຂັບພິດຮ້ອນໃນຮ່າງກາຍ, ຊ່ວຍຂັບພິດໄຂ້, ຊ່ວຍຂັບເຫື່ອ, ຊ່ວຍຂັບເສມຫະ, ຊ່ວຍແກ້ອາການປວດຮາກ, ຮັກສາອາການລຳໄສ້ອັກເສບແບບຊຳເຮື້ອ, ຮັກສາແຜ, ພະຍາດຊ້ຳເຮື້ອກ່ຽວກັບທ້ອງ, ແກ້ອາການທ້ອງຜູກ, ຮັກສາພະຍາດທາງເດີນປັດສະວະ, ຕົ້ມດື່ມແກ້ອາການປັດສະວະບໍ່ອອກ, ຊ່ວຍແກ້ນໍ້າບີພິການ, ໃຊ້ເປັນຢາຂ້າເຊື້ອ ແລະ ຊ່ວຍຫຼຸດອາການອັກເສບ.
  • ຮາກ ແລະ ທັງຕົ້ນ: ໃຊ້ເປັນຢາແກ້ໄຂ້, ແກ້ອາການໄຂ້ຜິດປົກກະຕິຕ່າງໆ, ຊ່ວຍແກ້ໄຂ້ມາລາເລຍ, ຊ່ວຍແກ້ອາການເຈັບຄໍ, ແກ້ສຽງແຫບ, ຮັກສາພະຍາດກະເພາະອາຫານ, ໃຊ້ຕົ້ມກັບນ້ຳອາບຊ່ວຍຂ້າເຊື້ອພະຍາດ ແລະ ແກ້ພິດ.
  • ທັງຕົ້ນ: ຊ່ວຍແກ້ຫວັດ, ຮັກສາເຕົ້ານົມອັກເສບ, ນຳມາຕົ້ມດື່ມ ຫຼື ຄ້ຽວກິນແກ້ອາການເຈັບທ້ອງ, ແກ້ອາການອາຫານບໍ່ຍ່ອຍ, ອາຫານເປັນພິດ, ຮັກສາທ້ອງບິດ, ຮັກສາລຳໄສ້ອັກເສບ, ຮັກສາແຜ, ຮັກສາກະດູກຮັກ, ແຜບວມເປັນພິດ, ມີເລືອດອອກ, ແກ້ອາການເຈັບ ແລະ ແກ້ບວມ.
  • ໃບ: ນຳມາຄັ້ນເອົາແຕ່ນ້ຳຮັບປະທານເປັນຢາຂັບພະຍາດພິດ, ໃຊ້ເປັນຢາເຮັດໃຫ້ແທ້ງລູກໄດ້, ໃບນຳມາຂາງໄຟໃຫ້ພໍສຸກແລ້ວທາດ້ວຍນ້ຳມັນງາໃຊ້ແປະບໍລິເວນທີ່ເປັນຝີ ຫຼື ໜອງ ແລະ ຊ່ວຍໃຫ້ຫົວຝີສຸກໄວຂື້ນ, ນຳມາຄັ້ນເອົາແຕ່ນ້ຳໃຊ້ພອກ ຫຼື ທາເປັນຢາຫ້າມເລືອດ, ຮັກສາແຜສົດ, ແຜທະລອກ ແລະ ແຜຊ້ຳເຮື້ອ, ນຳມາຄັ້ນເອົາແຕ່ນ້ຳ, ໃຊ້ທາ ຫຼື ພອກຮັກສາຝີ ແລະ ຕຸ່ມໜອງ.

ລັກສະນະທາງວິທະຍາສາດ: 

  • ນໍາມາສະກັດຈາກຕົ້ນ: ເຮັດໃຫ້ຊີບພະຈອນເຕັ້ນຊ້າລົງ, ຫຼຸດການເຈັບຂອງຫົວໃຈ, ຊ່ວຍຫຼຸດຄວາມດັນເລືອດ ແລະ ຊ່ວຍກະຕຸ້ນການບີບໂຕຂອງລຳໄສ້. 
  • ຫຍ້າຂັດໃບຍາວມີສານ Scopadulcic acid ແລະ ສານໃນກຸ່ມ Flavone ຊຶ່ງເປັນສານທີ່ຢັບຢັ້ງການຈະເລີນເຕີບໂຕຂອງຈຸລັງມະເຮັງ ແລະ ມີສານ Scopadulin ຍັງມີສິດໃນການຕ້ານເຊື້ອໄວຣັສທີ່ເຮັດໃຫ້ເກີດພະຍາດອື່ນອີກດ້ວຍ. ນອກຈາກນີ້ຍັງມີສານ Glutinol ເຊິ່ງເປັນສານທີ່ສາມາດແກ້ອາການເຈັບ ແລະ ຊ່ວຍຫຼຸດອາການອັກເສບ.
  • ສານສະກັດຈາກເຫຼົ້າ: ສາມາດຢັບຢັ້ງການບີບຕົວຂອງລຳໄສ້, ຕ້ານການຈະເລີນຂອງເຊື້ອແບັກທິເລຍ ແລະ ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ.

ຄຸນປະໂຫຍດ:

  • ກິ່ງ ແລະ ລຳຕົ້ນ: ນຳໄປຕາກແຫ້ງແລ້ວນຳມາມັດຮວມກັນໃຊ້ເປັນໄມ້ກວດ.
  • ໃຊ້ເປັນສ່ວນປະສົມໃນຜົງຂັດຫນ້າ ແລະ ຜິວໂຕ, ເຮັດໃຫ້ຜິວໃສ, ອີ່ມນ້ຳ.
ການປະກອບສ່ວນ