ຫຍ້າຂັດແກ້ວ / Country Mallow

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Sida cordifolia L. / MALVACEAE
ຊື່ພ້ອງ
Sida altheifolia Sw.
Sida conferta Link
Sida cordifolia var. altheifolia (Sw.) Griseb.
Sida cordifolia var. conferta (Link) Griseb.
Sida decagyna Schumach. & Thonn. ex Schumach.
Sida herbacea Cav.
Sida holosericea Willd. ex Spreng.
Sida hongkongensis Gand.
Sida maculata Cav.
Sida micans Cav.
Sida pellita Kunth
Sida pungens Kunth
Sida rotundifolia Lam.
Sida rotundifolia Lam. ex Cav.
Sida velutina Willd. ex Spreng.
ຊື່ອື່ນ
ໄທ: ຫຍ້າຂັດໃບປ້ອມ, ຫຍ້າຂັດໃບ ແລະ ຕານຊາຍ.
ອັງກິດ: Bala, Country Mallow ແລະ Heart leaf Sida.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ລົ້ມລຸກ. ລຳຕົ້ນສູງປະມານ 1 ມ, ທຸກສ່ວນຂອງລຳຕົ້ນມີຂົນຮູບດາວກະຈາຍຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ປີ້ນ, ກ້ວາງ 1-4 ຊມ, ຍາວ 1.5-5 ຊມ, ໂຄນໃບມົນ ຫຼື ຮູບຫົວໃຈ, ຂອບແສກແຂ້ວ, ປາຍມົນ ຫຼື ແຫຼມ, ມີຂົນຮູບດາວປົກຄຸມຜິວໃບທັງສອງດ້ານຢ່າງໜາແໜ້ນ. ຫູໃບຮູບເສັ້ນດ້າຍ, ມີຂົນຮູບດາວ. ຊໍ່ດອກແບບກະຈຸກ ຫຼື ດອກດ່ຽວ, ອອກບໍລິເວນປາຍຍອດ, ດອກເມື່ອບານເຕັມທີກ້ວາງ 1.5-5 ຊມ, ມີຂະໜາດເສັ້ນຜ່າສູນກາງປະມານ 5 ຊມ, ສີເຫຼືອງ. ກາບດອກເຊື່ອມຕິດກັນເປັນຮູບລະຄັງ, ປາຍແຍກອອກເປັນ 5 ແສກ, ສີຂຽວ. ໝາກແຫ້ງ ແລະ ແຕກ, ມີຂະໜາດເສັ້ນຜ່າສູນກາງ 6-8 ມມ, ໝາກມີປະມານ 10 ແສກ, ແຕ່ລະແສກມີປາຍແຫຼມຢູ່ 2 ອັນ, ມີຂົນແຫຼມລົງທາງລຸ່ມ. ແກ່ນມີຢູ່ 1 ແກ່ນຕໍ່ 1 ແສກ, ຮູບຂ້ອນຂ້າງຍາວ ແລະ ຂົນສັ້ນຢູ່ປາຍ.

ບັນຍາຍການນຳໃຊ້

ພືກເປັນຢາ:

  • ຮາກ: ຊ່ວຍແກ້ໄຂ້, ຮັກສາກະເພາະ ແລະ ເປັນຢາຂັບປັດສະວະ
  • ໃບ: ຕຳພອກຮັກສາແພງນ້ຳຮ້ອນລວກ ແລະ ແຜເປັນໜອງ

ຂໍ້ມູນທາງວິທະຍາສາດ:

  • ໃບ: ມີສານ Ephedrine ເຊິ່ງມີສິດໃນການຂະຫຍາຍຫຼອດລົມ, ສານຊະນິດນີ້ສາມາດນຳມາໃຊ້ເປັນຢາຮັກສາພະຍາດຫອບຫືດ ແລະ ມີຜົນເຮັດໃຫ້ມ່ານຕາຂະຫຍາຍ
ການປະກອບສ່ວນ