ຕົ້ນໝາກເດືອຍໄກ່ / Spanish cherry

ການນຳໃຊ້
ອາຫານ
ພືດເປັນຢາ
ນ້ຳມັນຫອມ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Mimusops elengi L. / SAPOTACEAE
ຊື່ພ້ອງ
Imbricaria perroudii Montrouz.
Kaukenia elengi (L.) Kuntze
Kaukenia javensis (Burck) Kuntze
Kaukenia timorensis (Burck) Kuntze
Magnolia xerophila P.Parm.
Manilkara parvifolia (R.Br.) Dubard
Mimusops elengi var. parvifolia (R.Br.) H.J.Lam
Mimusops erythroxylon Llanos ex Fern.-Vill.
Mimusops javensis Burck
Mimusops latericia Elmer
Mimusops lucida Poir.
Mimusops parvifolia R.Br.
Mimusops timorensis Burck
ຊື່ອື່ນ
ລາວ: ຕົ້ນພິກຸນ ແລະ ສະກຸນເງິນ.
ໄທ: ຊາງດຳ, ພິກຸນເຂົາ, ພິກຸນເຖື່ອນ, ພິກຸນປ່າ, ແກ້ວ, ກຸນ, ໄກຣທອງ, ຕົ້ນຍົງ, ມະເມົາ, ພະກຸນ ແລະ ພິກຸນທອງ.
ອັງກິດ: Asian bulletwood, Bullet wood, Bukal, Tanjong tree, Medlar ແລະ Spanish cherry.
ອິນເດຍ: Bakoli, bakool, bakul, bakula’ bakulah, baukalaraung, baula, blok-chip-rip, bokul, bolasiri, elanni, elengi, ilanni, maulsari, morsali ແລະ pogadahettu.
ຫວຽດນາມ: Cy vit ແລະ sn ct.
ຝຣັ່ງ: Bukal ແລະ tanjung.
ມຽນມາ: Kaya.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດກາງ ແລະ ຂະໜາດໃຫຍ່. ລຳຕົ້ນສູງ 10-25 ມ, ລຳຕົ້ນແຕກກິ່ງກ້ານເປັນຟຸ່ມໜາ, ເປືອກຕົ້ນເປັນສີເທົາປົນສີນ້ຳຕານ, ມີຮອຍແຕກຕາມລວງຍາວ, ທັງຕົ້ນມີຢາງສີຂາວ, ກິ່ງອ່ອນມີຂົນປົກຄຸມຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງສະຫຼັບແບບຫ່າງໆ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 3-6, ຍາວ 5-12 ຊມ, ໂຄນໃບມົນ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍຮຽວແຫຼມ ຫຼື ເປັນຕິ່ງໜາມ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມເປັນສີຂຽວອ່ອນ, ແຜ່ນໃບໜຽວ. ກ້ານໃບຍາວ 4-6 ຊມ. ຫູໃບມີລັກສະນະຮູບຮຽວແຄບ, ຍາວ 3-5 ມມ, ຫຼົ່ນໄດ້ງ່າຍ. ຊໍ່ດອກແບບກະຈຸກ ຫຼື ອອກດອກດ່ຽວ, ອອກຕາມງ່າມໃບ ຫຼື ອອກຕາມປາຍກິ່ງ. ດອກຍ່ອຍມີ 2-6 ດອກ, ມີຂະໜາດນ້ອຍ, ດອກບານເຕັມທີ່ມີຂະໜາດ 0.7-1 ຊມ, ສີຂາວ, ມີກິ່ນຫອມ. ກ້ານດອກຍ່ອຍຍາວປະມານ 2 ຊມ. ກາບດອກມີ 8 ກາບຮຽງຊ້ອນກັນເປັນ 2 ຊັ້ນ, ຊັ້ນລະ 4 ກາບ, ກາບດ້ານນອກເປັນຮູບຫອກ, ຍາວ 7-8 ມມ, ປາຍແຫຼມ, ມີຂົນອ່ອນນຸ້ມສີນ້ຳຕານປົກຄຸມຢູ່. ກີບດອກມີ 8 ກີບ, ມີຂະໜາດສັ້ນກວ່າກາບດອກເລັກນ້ອຍ, ໂຄນກີບດອກເຊື່ອມຕິດກັນ. ເກສອນເພດຜູ້ທີ່ສົມບູນມີ 8 ອັນ, ຖົງລະອອງຮູບໃບຫອກ, ມີຂະໜາດຍາວກວ່າກ້ານເລັກນ້ອຍ, ມີເກສອນເພດຜູ້ເປັນໝັນ 8 ອັນ. ເຕົ້ມໄຂ່ມີ 8 ຫ້ອງ. ໝາກຮູບຮີ ຫຼື ຮູບໄຂ່, ກາບດອກຕິດທົນຈົນເປັນໝາກ, ມີຂະໜາດກວ້າງປະມານ 1,5 ຊມ, ຍາວ 2.5-3 ຊມ, ເນື້ອໝາກເປັນສີເຫຼືອງ, ຜິວລຽບ, ໝາກອ່ອນມີຂົນສັ້ນນຸ້ມກະຈາຍຢູ່ທົ່ວ, ສີຂຽວ, ໝາກສຸກເປັນສີສົ້ມ. ແກ່ນມີ 1 ແກ່ນ, ລັກສະນະຮູບຮີ, ແປ, ແຂງ, ສີດຳເຄືອບມັນ.

ບັນຍາຍການນຳໃຊ້

ອາຫານ: 

  • ໝາກ: ສາມາດຮັບປະທານເປັນອາຫານໄດ້ ຫຼື ໝາກໄມ້.

ສັບພະຄຸນ:

  • ຮາກ: ໃຊ້ເປັນຢາບຳລຸງເລືອດ (ຮາກ, ແກ່ນຮາກ, ແກ່ນໄມ້, ດອກ), ແກ້ເລືອດພິດ, ໃຊ້ປຸງເປັນຢາແກ້ລົມ, ຊ່ວຍຂັບເສມຫະທີ່ເກີດຈາກລົມ (ຮາກ, ດອກ) ແລະ ຊ່ວຍຂັບເສມຫະທີເກີດຈາກລົມ, ລະລາຍເສມຫະ, ແກ້ການຕົກເລືອດ ແລະ ຊ່ວຍແກ້ຝີເປື່ອຍ (ຮາກ, ດອກແຫ້ງ).
  • ແກ່ນຮາກ: ເປັນຢາບຳລຸງຫົວໃຈ (ແກ່ນຮາກ, ດອກແຫ້ງ), ຊ່ວຍຂັບລົມ ແລະ ຊ່ວຍຂັບລົມ.
  • ເປືອກຕົ້ນ: ຊ່ວຍຄຸມທາດໃນຮ່າງກາຍ, ຂ້າເລືອດເປັນພິດ, ຮັກສາພະຍາດກ່ຽວກັບຄໍ, ໃຊ້ບ້ວນປາກ ຫຼື ລ້າງຄໍ, ຮັກສາເຫງືອກອັກເສບ, ບວມ, ຕົ້ມກັບເກືອແກ້ອາການເຈັບແຂ້ວ, ຊ່ວຍເຮັດໃຫ້ແຂ້ວແໜ້ນ, ຮັກສາແຂ້ວແມງ ແລະ ຮັກສາພະຍາດປາກເປື່ອຍ. 
  • ແກ່ນໄມ້: ແກ້ພະຍາດທ້ອງຜູກ ແລະ ຊ່ວຍຮັກສາກາກເກື້ອນ.
  • ດອກສົດ ແລະ ດອກແຫ້ງ: ຊ່ວຍບຳລຸງຫົວໃຈໃຫ້ຊຸ່ມຊື່ນ, ແກ້ອາການອ່ອນເພຍ, ຊ່ວຍແກ້ຫອບ, ແກ້ໄຂ້ຈັບສັ່ນ, ແກ້ໄຂ້ໝົດສະຕິ, ແກ້ໄຂ້ເພີ້, ແກ້ອາການຮ້ອນໃນ, ໃຊ້ເປັນຢາດົມ, ແກ້ອາການເຈັບຄໍ, ຊ່ວຍບຳລຸງປອດ, ເປັນຢາບຳລຸງຕັບ, ແກ້ອາການເຈັບເມື່ອຍຕາມກ້າມຊີ້ນ ແລະ ຮ່າງກາຍ, ຊ່ວຍບຳລຸງຄັນ, ແກ້ອາການວິນຫົວ, ໜ້າມືດຕາລາຍ, ຊ່ວຍແກ້ລົມ,​ ຊ່ວຍບຳລຸງແມ່ຍີງຖືພາ, ຊ່ວຍບຳລຸງທາດໃນຮ່າງກາຍ, ແກ້ລົມປັ່ນປ່ວນ, ແກ້ເສມຫະ, ແກ້ໄຂ້, ແກ້ອາການຮ້ອນໃນຂາດນ້ຳ, ແກ້ພິດ ແລະ ແກ້ພິດອີສຸກອີໃສ.
  • ໃບ: ແກ້ຄວາມດັນເລືອດ, ຊ່ວຍແກ້ຫືດ, ຮັກສາໄສ້ດ້ວນໄສ້ລາມ, ມີສັບພະຄຸນຂ້າພະຍາດພິດ, ຮັກສາກາມມະໂຣກ ແລະ ຂ້າເຊື້ອກາມມະໂຣກ.
  • ທັງຕົ້ນ: ໃຊ້ເປັນຢາແກ້ໄຂ້, ແກ້ອາການຖອກທ້ອງ, ຮັກສາພະຍາດພິດ ແລະ ແກ້ອາການບວມ.
  • ໝາກ: ແກ້ອາການເຈັບຫົວ, ຮັບປະທານແກ້ພະຍາດໃນລຳຄໍ ແລະ ປາກ, ຮັກສາແຜ (ເປືອກ, ໝາກ), 
  • ແກ່ນ: ຕຳໃຫ້ລະອຽດແລ້ວເຮັດເປັນເມັດຍັດທະວານໜັກຂອງເດັກແກ້ເຈັບທ້ອງ ແລະ ໃຊ້ເປັນຢາຂັບປັດສະວະ.

 ຄຸນປະໂຫຍດ: 

  • ດອກ: ມີກິ່ນຫອມນິຍົມນຳມາບູຊາພະ.
  • ນ້ຳຈາກດອກ: ໃຊ້ລ້າງປາກລ້າງຄໍໄດ້.
  • ເປືອກຕົ້ນ: ໃຊ້ສະກັດສີຍ້ອມຜ້າ.

ພືດປະດັບ: ລຳຕົ້ນມີລັກສະນະຊົງຟຸ່ມໜາ, ມີຄວາມສວຍງາມ, ສາມາດຕົບແຕ່ງ ຮູບໄດ້ງ່າຍຈຶ່ງນິຍົມນຳມາ ປູກເປັນພືດປະດັບ.

ນ້ຳມັນຫອມລະເຫີຍ: ດອກສະກັດເປັນນ້ຳມັນຫອມລະເຫີຍໄດ້, ເຊິ່ງສາມາດນຳມາແຕ່ງກິ່ນອາຫານ, ໃຊ້ປະສົມໃນນ້ຳຫອມ ແລະ ແຕ່ງກິ່ນເຄື່ອງສຳອາງ.

ສິ່ງປຸກສ້າງ: 

  • ເນື້ອໄມ້: ນຳມາໃຊ້ໃນການກໍ່ສ້າງ ເຊັ່ນ: ເຟີນິເຈີ, ເຄື່ອງດົນຕີ ແລະ ອື່ນໆ. 

ຂໍ້ມູນທາງວິທະຍາສາດ:

  • ມີລິດຕ້ານອອກຊີເດເຊິນ (EC50 = 0.23-0.55 ໄມໂຄຼກຼາມ/ມິນລີກຼາມ) ເຮັດໃຫ້ຫົວໃຈເຕັ່ນຊ້າລົງ, ເຮັດໃຫ້ໂພແທັກຊຽມຕ່ຳ, ຊ່ວຍຕ້ານໄວຣັສ, ຂ້າເຊື້ອຣາ, ຂ້າພະຍາດພິດ, ຕ້ານຮີສຕາມີນ, ມີຜົນຕໍ່ການແບ່ງຜົນຂອງຈຸລັງ, ຊ່ວຍຫຼຸດອາການຫົວເຄັ່ງຂອງກ້າມກ້ຽງ ແລະ ຊ່ວຍຂັບປັດສະວະ.
  • ບໍ່ພົບອາການເປັນພິດ. 
ການປະກອບສ່ວນ